ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ທະຫານ​ແຂວງ​ວຽງ​ຈັນ ສະແດງ​ຮັບ​ໃຊ້​ສູນ​ພັດທະນາ​ຜູ້​ເສຍ​ອົງຄະ 489
ເວລາອອກຂ່າວ: 2023-03-23 09:05:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ໃນ​ວັນ​ທີ 17 ມີນາ 2023, ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ໄດ້​ເຄື່ອນ​ໄຫວ​ສະແດງ​ຮັບ​ໃຊ້​ພະນັກງານ​ເສຍ​ອົງຄະ​ສູນ​ພັດ ທະນາ 489, ໃນ​ໂອກາດ​ລະນຶກ​ວັນ​ນັກຮົບ​ເສຍ​ອົງຄະ ແລະ ເສຍສະຫຼະ​ຊີວິດ​ເພື່ອ​ປະເທດ​ຊາດຄົບຮອບ 77 ປີ (21 ມີນາ1946-21 ມີນາ 2023), ໂດຍ​ມີ ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຜູ້ຕາງໜ້າ​ບັນດາ​ກົມ, ກົມ​ກອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ລາຍການ​ທີ່​ນຳ​ມາ​ສະແດງ​ປະກອບ​ມີ 11 ລາຍການ​ຄື: ບົດ​ຟ້ອນ​ສາວ​ງາມ​ເມືອງ​ພວນ, ຮ້ອງເພງ​ດ່ຽວ​ຊາຍ ລຸງ​ໄກສອນ, ບົດ​ຟ້ອນ​ລະດູບານໃໝ່, ຮ້ອງເພງ​ລວມ​ໝູ່​ຍິງ ແມ່ຍິງ​ລາວ​ຮູ້​ບຸນຄຸນ​ພັກ, ບົດ​ຟ້ອນ​ເຜົ່າ​ມົ້ງ, ຮ້ອງເພງ​ດ່ຽວ​ຍິງ ຄອຍ​ອ້າຍ​ບ່າວ​ລົດ​ຕັງ, ບົດ​ຟ້ອນ​ເຝິກຊ້ອມ​ສູ້​ຮົບ, ເປົ່າ​ຂຸ່ຍ, ບົດ​ຟ້ອນ​ສາວ​ລາວ​ລ້ານ​ຊ້າງ, ຮ້ອງເພງ​ລວມ​ໝູ່​ຊາຍ ປືນ​ໃຫຍ່​ເຄື່ອນ​ທັບ ແລະ ເພງ​ປະສານ​ຟ້ອນ​ໃຕ້​ຟ້າ​ວັນ​ໃໝ່. ແຕ່​ລະ​ລາຍການ​ລ້ວນ​ແລ້ວແຕ່​ສະແດງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມູນເຊື້ອ​ການ​ດຳລົງ​ຊີວິດ, ຊີວິດ​ການ​ເປັນ​ຢູ່, ວັດທະນະທຳ-ສັງຄົມ ທີ່​ດີ​ຂອງ​ຊາດ ປະຊາຊົນ​ລາວ​ບັນດາເຜົ່າ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ