ທະຫານເມືອງຜົ້ງສາລີ ປະກາດການຈັດຕັ້ງຂັ້ນຕ່າງໆ
ເວລາອອກຂ່າວ: 2023-03-23 09:01:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ:
ໃນວັນທີ 15 ມີນາ 2023, ກອງບັນຊາການທະຫານເມືອງຜົ້ງສາລີ ແຂວງຜົ້ງສາລີ, ໄດ້ປະກາດການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ໂດຍມີສະຫາຍ ພັນເອກ ສົມຈັນ ລອດສຸລີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນໂທ ຄຳດາ ມາລາແສງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກົມກອງ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ວັນຄຳ ສີວິໄລ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ ຕົກລົງຂອງກອງບັນຊາການທະ ຫານແຂວງຜົ້ງສາລີ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຢູ່ກອງບັນຊາການທະຫານເມືອງຜົ້ງສາລີ ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ເຫຼັກງາ ອຸ່ນມີໄຊ ຫົວໜ້າຂະແໜງຈັດຕັ້ງພັກ ເປັນຮອງຫົວໜ້າພະແນກພະລາທິການ, ສະຫາຍ ຮ້ອຍເອກ ທອງໄຊ ລັງສຸລິເພັດ ເປັນຫົວໜ້າຂະແໜງເສນາຮັກ. ໃນໂອກາດກາດດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງການຍົກຍ້າຍນາຍທະຫານອີກຈຳນວນໜຶ່ງ.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ