ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

​ສຕລ ເປີດ​ຊຸດ​ເຝິກ​ອົບຮົມ​ຄູ​ເຝິກ​ ກິລາ​ບານເຕະ​ລະດັບ "B"
ເວລາອອກຂ່າວ: 2023-03-23 08:30:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ໄດ້​ຈັດ​ຊຸດ​ເຝິກ​ອົບ ຮົມ​ຄູ​ເຝິກ​ກິລາ​ບານເຕະ ລະດັບ B (AFC "B" DIPLOMA COACHING COURSE 2023) ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ມີນາ 2023 ທີ່ ຫ້ອງ​ປະຊຸມ ​ສຕລ, ໂດຍ​ໃຫ້​ກຽດ​ເປັນ​ປະທານ​ກ່າວ​ເປີດ​ຂອງ​ ທ່ານ ​ດຣ ໄຊຊະນະ ທອງຄຳ​ຈັນ ຄະນະ​ບໍລິຫານ​ງານ ​ສຕລ, ທ່ານ Sundram Moorthy ຫົວໜ້າ​ພະ​ແນກ​ເຕັກນິກ-ວິທະ ຍາ ​ສຕລ, ທ່ານ Mohammad Herman B Zailani ຫົວໜ້າ​ວຽກ​ງານ​ພັດທະນາ​ຄູເ​ຝິກ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ກ່ຽວ ຂ້ອງ ແລະ ນັກ​ສຳ​ມະກອນ ຈຳ ນວນ 20 ທ່ານ ທີ່​ມາ​ຈາກ​ຫຼາຍ​ພາກສ່ວນ​ເຂົ້າ​ຮ່ວມເຊັ່ນ ສະ​ໂມ ສອນ​ໃນ​ລີກ1, ລີກ2, ​ສຕລ, ສູນ ​ເຝິກ​ກິລາ​ບານເຕະ​ຈາກ​ຕ່າງ​ແຂວງ ແລະ ມາ​ຈາກ​ປະເທດ​ໄທ. ທ່ານ ​ດຣ ໄຊຊະນະ ທອງຄຳ​ຈັນ ໄດ້​ກ່າວ​ວ່າ: ການເ​ຝິກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ສຳຄັນ​ຫຼາຍ, ໃຫ້​ທຸກ​ຄົນ​ຕັ້ງໃຈ​ຟັງ, ພ້ອມ​ທັງ​ຕ້ອງ​ຢູ່​ພາຍ​ໃຕ້​ລະບຽບ​ການ​ທີ່​ວາງ​ໄວ້, ໃຫ້​ທຸກ​ຄົນ​ມີ​ຄວາມ​ສາມັກຄີ​ກັນ​ບໍ່​ວ່າ​ຈະ​ມາ​ຈາກ​ພາກສ່ວນ​ໃດ ແລະ ອວຍພອນ​ໃຫ້​ທຸກ​ທ່ານ​ປະສົບ​ຜົນ ສຳເລັດ​ໃນ​ການ​ເຝິກ​ອົບຮົມ​ໃນ​ຄັ້ງ​ນີ້​ ເພື່ອ​ອະນາຄົດ​ຂອງ​ຕົນ​ເອງ ແລະ ປະເທດ​ຊາດ. ສ່ວນ​ການ​ເຝິກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ຈະ​ນຳ​ໃຊ້​ລະບຽບ​ໃໝ່​ຂອງ AFC ຊຶ່ງ​ຈະ​ແບ່ງ​ອອກ​ເປັນ 2 ໄລຍະ ຄື: ໄລຍະ​ທີ1 ເລີ່ມ​ວັນ​ທີ 20 ຫາ 29 ມີນາ ແລະ ໄລຍະ​ທີ2 ເລີ່ມ​ ວັນ​ທີ 22 ຫາ 31 ພຶດສະພາ 2023. ສຳລັບການເ​ຝິກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ຈະ​ມີ​ການ​ສອບເສັງ​ປະຕິບັດ​ຕົວ​ຈິງ 3 ຄັ້ງ ແລະ ພາກ​ທິດ​ສະ ​ດີ 2 ຄັ້ງ ຊຶ່ງ​ຄັ້ງ​ນີ້​ຈະ​ມີ​ການ​ວິເຄາະ ​ເກມ​ພ້ອມ. ພິເສດ​ການ​ເຝິກ​ອົບ ຮົມ​ໃນ​ຄັ້ງ​ນີ້ ນັກ​ສຳ​ມະ​ນາ​ກອນ​ຕ້ອງ​ເຂົ້າ​ຮ່ວມ​ມາ​ຮຽນ​ບໍ່​ໃຫ້​ຂາດ​ໝາຍວ່າ​ຕ້ອງ​ມາ​ຮຽນ​ໃຫ້​ໄດ້​ຮ້ອຍ​ເປີເຊັນຖ້າ​ຂາດ​ພຽງ​ຄັ້ງ​ດຽວ​ຈະ​ຖືກ​ສະລະ​ສິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ