ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພາຍຸ​ເຟຣດ​ດີ ພັດ​ຖະ​ຫຼົ່ມ​ມາລາ​ວີ ເຮັດ​ໃຫ້​ມີຜູ້ເສຍ​ຊີວິດ​ຫຼາຍ​ຮ້ອຍ​ຄົນ
ເວລາອອກຂ່າວ: 2023-03-23 08:27:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ສຳນັກ​ຂ່າວ ຣອຍ​ເຕີ ລາຍ​ງານ​ໃນ​ວັນ​ທີ 20 ມີນາ ນີ້​ວ່າ: ເກີດ​ເຫດ​ພາຍຸ​ໄຊ​ໂຄລນ ເຟຣດ​ດີ ພັດ​ຖະ​ຫຼົ່ມ​ມາລາ​ວີ ເຮັດ​ໃຫ້​ຫຼາຍ​ບ້ານ ຖືກ​ກະແສ​ແຮງ​ນ້ຳ​ພັດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ຍອດ​ຜູ້​ເສຍ​ຊີວິດ​ລວມ​ແລ້ວ​ຫຼາຍ​ກວ່າ 500 ຄົນ ໃນ​ມາລາ​ວີ, ໂມ​ຊຳ​ບິກ ແລະ ມາດາ​ກັດ​ສະກາ. ພາຍຸ​ເຟຣດ​ດີ ເລີ່ມ​ກໍ່​ໂຕ​ຂຶ້ນ​ຕັ້ງແຕ່​ວັນ​ທີ 4 ກຸມພາ 2023 ຈົນ​ຮອດ​ວັນ​ທີ 15 ມີນາ 2023, ພາຍຸ​ນີ້ ກໍ​ຍັງ​ບໍ່​ສະຫລາຍ​ໂຕ​ທັງ​ທີ່​ເຄື່ອນ​ຂຶ້ນ​ຝັ່ງ​ທະວີບ​ອາ​ຟຣິ​ກາ​ໄປ​ແລ້ວ, ຈົນ​ໄດ້​ຊື່ວ່າ​ເປັນ​ພາຍຸ​ທີ່​ມີ​ອາຍຸ​ດົນ​ຫຼາຍ​ທີ່​ສຸດ ດົນ​ຫຼາຍ​ກວ່າ​ພາຍຸ ເຮີ​ລິ​ເຄນ ຈອນ ໃນ​ປີ 1994 ທີ່​ໃຊ້​ເວລາ​ຕັ້ງແຕ່​ເລີ່ມ​ກໍ່​ໂຕ​ຈົນ​ສະ​ຫຼາຍ​ໄປ​ລວມ 31 ມື້. ພາຍຸ​ເຟຣດ​ດີ​ນີ້​ເຮັດ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ ແລະ ດິນ​ເຈື່ອນ​ຢູ່​ພາກ​ໃຕ້​ຂອງ​ມາລາ​ວີ ແລະ ພາກ​ເໜືອ​ຂອງ​ໂມ​ຊຳ​ບິກ ແລະ ໄດ້​ກັບ​ຄືນ​ໄປ​ຫາ​ທັງ​ສອງ​ປະເທດ​ເປັນ​ເທື່ອ​ທີ​ສອງ​ພາຍ​ໃນ​ບໍ່​ເຖິງ​ເດືອນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 500 ຄົນ. ທັງ​ນີ້, ເພື່ອ​ຊ່ວຍເຫຼືອ​ໃນ​ການ​ຄົ້ນ​ຫາ​ຂອງ​ໜ່ວຍ​ກູ້​ໄພ ໂດຍ​ໃຊ້​ເຮືອບິນ ແລະ ເຮືອ​ຫຼາຍ​ລຳ ສົມທົບ​ກັບ​ເຮືອ​ຈາກ​ຕ່າງປະເທດ ຖືກ​ສົ່ງ​ມາ​ປະເທດ​ມາລາ​ວີ ໂດຍ​ເຮືອ​ກູ້​ໄພ​ຊຸດ​ທຳ​ອິດ ໄດ້​ເດີນທາງ​ຈາກ​ປະເທດ​ແຊມ​ບີ ແລະ ສະ​ວິດ ນອກຈາກ​ນີ້, ສະຫະລັດ ແລະ ອາ​ຟຣິ​ກາ​ໃຕ້ ກະກຽມ​ເພື່ອ​ສົ່ງ​ເຮືອບິນ ແລະ ເຮືອ​ມາ​ຊ່ວຍ​ສົມ ທົບ​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ