ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວັດເຝິດຕິກ ພ້ອມດ້ວຍສະມາຄົມນັກທຸລະກິດ ສສ ຫວຽດນາມ ຢ້ຽມຢາມ ຄົນເຈັບ ທີ່ປິ່ນປົວຢູ່ໂຮງໝໍສູນ 103 ກອງທັບ
ເວລາອອກຂ່າວ: 2023-03-22 09:35:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ໃນວັນທີ 20 ມີນາ 2023 ນີ້, ພຣະອາຈານໃຫຍ່ ທິກມິງກວາງ ວັດເຝິດຕິກ ພ້ອມດ້ວຍ ສະມາຄົມນັກທຸລະກິດ ສສ ຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມ ແລະ ມອບເງິນຊ່ວຍເຫຼືອພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ທີ່ນອນປິ່ນປົວຢູ່ແຕ່ລະພະແນກການຂອງໂຮງໝໍສູນກາງ 103 ກອງທັບ ເປັນເງິນ ຈໍານວນ 30.000.000 ກີບ. ໂອກາດນີ້, ພຣະອາຈານໃຫຍ່ ທິກມິງກວາງ ໄດ້ກ່າວວ່າ ການລົງຢ້ຽມຢາມ ແລະ ມອບເງິນໃນຄັ້ງນີ້, ເປັນການໃຫ້ກໍາລັງໃຈຕໍ່ພະນັກງານ-ນັກຮົບທີ່ເຈັບປ່ວຍ ທັງເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເຊິ່ງມັນໄດ້ສະແດງເຖິງ ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີປອງດອງຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ. ໂດຍ: ອາຄົມ ສີພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ