ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພັກນໍາພາເປັນປັດໃຈຕັດສີນທຸກໄຊຊະນະຂອງທຸກຂົງເຂດວຽກງານ
ເວລາອອກຂ່າວ: 2023-03-22 09:14:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງພັກ-ກົມໃຫຍ່ການເມືອງກອງທັບ ໄດ້ມີຄໍາເຫັນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີວ່າ: ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: “ພັກປະຊາຊົນປະຕິວັດລາວ” ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 22 ມີນາ 1955, ໂດຍການສືບທອດພາລະກິດປະຕິວັດ ຂອງພັກກອມມູນິດອິນດູຈີນ, ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງໃນການນໍາພາ, ທະນຸບໍາລຸງ, ຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກເຮົາ ໄດ້ຮັບການຊຸບຫຼໍ່ຈາກແປວໄຟ ແຫ່ງການຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່; “ພັກ” ໄດ້ນໍາພາ ປະຊາຊົນລາວບັນດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕປະຊາຊົນ; ເຮັດສໍາເລັດພາລະກິດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ໄດ້ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 02 ທັນວາ 1975 ຕໍ່ມາ “ພັກ” ໄດ້ສືບຕໍ່ນໍາພາປວງຊົນລາວທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ; “ພັກ” ຍາມໃດກໍຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງ ທິດສະດີ ມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ເຂົ້າໃນສະພາບການຕົວຈິງ ຂອງປະເທດຊາດໃນແຕ່ລະໄລຍະ ເຮັດໃຫ້ປະເທດຊາດ ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າເຮັດໃຫ້ທີ່ຕັ້ງ, ພາລະບົດບາດ ແລະ ອິດທິພົນຂອງປະເທດຊາດໃນເວທີສາກົນໄດ້ຮັບການເຊີດຊູສູງຂຶ້ນເປັນກ້າວໆ. ເພື່ອເປັນການຢັ້ງຢືນເຖິງຜົນສໍາເລັດໃນການນໍາພາຂອງ ພັກປະຊາຊົນປະຕິວັດລາວ ຕໍ່ກໍາລັງປະກອບອາວຸດ ໃນໄລຍະຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດ ເວລາໃດກໍຢຶດໝັ້ນໃນຫຼັກການນໍາພາ ເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງພັກ ໃນກອງທັບ ຢ່າງສະເໝີຕົ້ນສະເໝີປາຍ, ຄະນະພັກກະຊວງ ຍາມໃດກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ; ເປັນກໍາລັງທີ່ຊື່ສັດ ແລະ ຈົງຮັກພັກດີ ຢ່າງເດັດຂາດຕໍ່ພັກ, ຕໍ່ປະເທດ ຊາດ; ເປັນກໍາລັງຫຼັກແຫຼ່ງໃຫ້ແກ່ປວງຊົນລາວທັງຊາດໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ປະກອບສ່ວນອັນ ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຮັ່ງມີ, ເຂັ້ມແຂງ. ສໍາລັບຄະນະພັກກົມໃຫຍ່ການເມືອງກອງທັບ ໃນຖານະທີ່ເປັນເສນາທິການວຽກງານພັກ-ວຽກງານ ການເມືອງໃນກອງທັບ ກໍໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ ໃນການກໍ່ສ້າງພັກທາງດ້ານການເມືອງ-ນຳພາແນວຄິດ ເປັນວຽກງານແຖວໜ້າ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກ ງານ ເພື່ອເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ໄດ້ຮັບການສຶກສາອົບຮົມ, ຮ່ຳຮຽນອຸດົມການຂອງພັກ, ທັດສະນະຫລັກໝັ້ນຊົນຊັ້ນ, ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງການເມືອງຂອງພັກ, ທາດແທ້ມູນເຊື້ອ ຂອງຊາດ, ຂອງພັກ, ຂອງກອງທັບ. ຜ່ານການສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ຢູ່ຄະນະພັກແຕ່ລະຂັ້ນ ເຮັດໃຫ້ສະພາບການເມືອງ-ແນວຄິດ ຂອງຖັນແຖວພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ, ສົມກັບເປັນກຳລັງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ຂອງປະຊາຊົນລາວບັນດາເຜົ່າ. ສໍາລັບ ກົມຈັດຕັ້ງພັກ ຂອງພວກເຮົາ; ບົນພື້ນຖານກຳແໜ້ນ ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອງຕົນ, ພາຍໃຕ້ການຊີ້ນຳ-ນຳພາ ເດັດຂາດ, ໂດຍກົງ, ຮອບດ້ານ ຂອງຄະນະພັກກະຊວງ, ຄະນະພັກກົມໃຫຍ່ການເມືອງກອງທັບ; ກົມຈັດຕັ້ງພັກ ໄດ້ຮັກສາ ແລະ ເສີມຂະຫຍາຍບົດບາດດັ່ງກ່າວ ໃນການເປັນເສນາທິການໃນການຄົ້ນຄວ້າບັນດານິຕິກຳວຽກງານຈັດຕັ້ງ, ກໍ່ສ້າງພັກໃນກອງທັບຕະຫຼອດມາ, ເຊິ່ງມີຜົນສຳເລັດອັນພົ້ນເດັ່ນໃນປີ 2022 ຜ່ານມາ ດັ່ງນີ້: 1. ວຽກງານພັກ-ວຽກງານການເມືອງ ໄດ້ເປີດຊຸດຝຶກອົບຮົມ ວຽກງານຈັດຕັ້ງ, ກໍ່ສ້າງພັກ ທົ່ວກອງທັບ ຊຸດທີ VI ຢູ່ໂຮງຮຽນທິດສະດີການເມືອງກອງທັບ, ເປີດຊຸດຝຶກອົບຮົມ ກວດສອບເລຂາ, ຮອງເລຂາຮາກຖານພັກ ຈໍານວນ 11 ຄະນະ ຄື: ຄະນະພັກ ກົມໃຫຍ່ເຕັກນິກ, ກອງພົນທີ 1, ກອງພົນທີ 3, ກອງພົນທີ 5, ກອງພັນໃຫຍ່ 645, ກອງພັນໃຫຍ່ 661; ກອງບັນຊາການທະຫານແຂວງ ອັດຕະປື, ຫຼວງພະບາງ, ກົມໃຫຍ່ການເມືອງກອງທັບ, ວິທະຍາຄານເຕັກນິກການທະຫານ, ໂຮງຮຽນທິດສະດີການເມືອງກອງທັບ ສຳເລັດ. 2.ວຽກງານປັບປຸງກົງຈັກການຈັດຕັ້ງພັກ ໄດ້ຂໍອະນຸມັດລາຍເຊັນ ບົ່ງຕົວແຕ່ງຕັ້ງປ່ຽນແທນ ເລຂາ, ຮອງເລຂາ, ຄະນະປະຈໍາພັກ, ກໍາມະການຄະນະພັກ ຂອງບັນດາກົມກອງ-ອົງການ ຈຳນວນ 18 ຫົວໜວ່ຍ-ກົມກອງ, ມີ 47 ສະຫາຍ, ຂໍອະນຸມັດສ້າງຕັ້ງຄະນະພັກໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສຳເລັດ. ນອກນີ້, ໄດ້ປະສານສົມທົບກັບ ກົມພະນັກງານ ດຳເນີນກອງປະຊຸມທາບທາມຂຶ້ນແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງ ຢູ່ອົງຄະນະພັກກະຊວງປ້ອງກັນປະເທດ; ໄດ້ລົງເຄື່ອນໄຫວທາບທາມຂຶ້ນແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງ ຢູ່ບັນດາກົມກອງກຳລັງຫຼວງ ຈຳນວນ 08 ເຂດ ສໍາເລັດ. ຫຼັງຈາກນັ້ນ, ກໍໄດ້ສະຫຼຸບຜົນຂອງການທາບທາມດັ່ງກ່າວ ລາຍງານໃຫ້ ຄະນະຈັດຕັ້ງສູນກາງພັກ ສຳເລັດ. 3. ວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຊີ້ນຳຄະນະພັກແຕ່ລະຂັ້ນ ໃຫ້ຄວາມສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດ, ເຮັດໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ກາຍເປັນສະຕິຄວາມຮັບຜິດຊອບ ແລະ ທັງເປັນໄມ້ຫຼາວັດແທກຄຸນນະພາບ, ຄວາມສາມາດນຳພາຂອງຄະນະພັກແຕ່ລະຂັ້ນ; ໂດຍຕິດພັນກັບການສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ກອງວັດທະນະທຳ ແລະ ນັກຮົບວັດທະນະທຳ. ໃນນີ້, ໄດ້ຊີ້ນຳບັນດາຄະນະພັກ ທີ່ຂຶ້ນກັບອົງຄະນະພັກກະຊວງປ້ອງກັນປະເທດ ຈັດຕັ້ງຕີລາຄາ ແລະ ສະຫຼຸບລາຍງານຜົນຂອງການຄົ້ນຄວ້າຕີລາຄາ ແບ່ງປະເພດຄຸນນະພາບ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຈໍານວນ 1.239 ໜ່ວຍພັກ; ຖ້າທຽບໃສ່ປີ 2021 ຜ່ານມາ ມີ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 61 ໜ່ວຍພັກ. ປັດຈຸບັນ ກົມຈັດຕັ້ງພັກ ພວມສຸມໃສ່ ຊີ້ນຳບັນດາຄະນະພັກແຕ່ລະຂັ້ນ ດຳເນີນກອງປະຊຸມກາງສະໄໝ ຂອງຄະນະພັກຂັ້ນຕົນ; ພ້ອມທັງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປະກົດຜົນເປັນຈິງ; ຕິດຕາມ, ຊີ້ນຳການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ໃນກອງທັບ ໃຫ້ສຳເລັດຕາມແຜນການ (ກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ໃຫ້ສຳເລັດໃນປີ 2023. ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຂ້າພະເຈົ້າ ຂໍຕາງໜ້າ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ, ສະມາຊິກພັກ ພາຍໃນກົມຈັດຕັ້ງພັກ ຂໍຈົດຈຳ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພັກປະຊາຊົນປະຕິວັດລາວ ແລະ ອ້ວຍພອນໄຊອັນປະເສີດ ມາຍັງການນຳ ພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ກໍຄືກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ວຽກງານ; ສືບຕໍ່ເປັນຫຼັກແຫຼ່ງ ໃນການນຳພາປະເທດຊາດ, ກໍຄືກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ