ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວ ເຮັດວຽກຢູ່ທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2023-03-22 08:59:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ວັນທີ 17 ມີນາ 2023 ນີ້ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ,ຈາກນັ້ນກໍ່ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ຈາກສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວໃນໄລຍະຜ່ານມາເຫັນໄດ້ວ່າ: ຄະນະພັກກອງບັນຊາການ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດຕາມກົດບຽບຂອງພັກ, ກົດໝາຍຂອງລັດ ກໍຄືຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ ແລະພ້ອມກັນເຮັດສໍາເລັດຕາມແຜນການ. ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການຕ້ອງຖືເອົາວຽກງານສືກສາອົບຮົມການເມືອງນໍາພາແນວຄິດ ສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມ ຂອງກົມກອງດ້ວຍຫຼາຍຮູບການ, ຫຼາຍເນື້ອໃນ ໃຫ້ແຖດເໝາະກັບໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ພ້ອມນັ້ນຍັງໄດ້ລົງໄປເບີ່ງສະຖານທີ່ເຮຶອນນອນຂອງພະນັກງານ-ນັກຮົບ ແລະ ເຮືອນຄົວລວມ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ