ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ​ບໍລິສັດ ມາ​​ສ​ເຕີ​ເທຣດ​ລາວ​ ຈຳກັດ ມອບ​ເຄື່ອງໃຊ້​ຫ້ອງການ​ໃຫ້​ກອງພັນ 15 ເຄ​ມີ
ເວລາອອກຂ່າວ: 2023-03-22 08:43:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ວັນ​ທີ 20 ມີນາ 2023 ນີ້, ທ່ານ ນາງ ໂບ​ພິ​ຈິ​ກາ ປະດາ​ວົງ ປະທານ​ບໍລິສັດ ມາ​​ສ​ເຕີ​ເທຣດ​ລາວ​ ຈຳກັດ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ເຄື່ອງໃຊ້​ຫ້ອງການ ແລະ ເຄື່ອງ​ກິລາ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 15 ລ້ານ​ກີບ ໄປ​ມອບ​ໃຫ້ ກອງພັນ 15 ເຄ​ມີ ກົມ​ເຄ​ມີ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ທຽມ ຫອມ​ຊະນະ ຫົວໜ້າ​ກົມ​ເຄ​ມີ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ພ້ອມ​ຄະນະ. ໂອກາດ​ດັ່ງກ່າວ ສະຫາຍພັນ​ເອກ ທຽມ ຫອມ​ຊະນະ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ພັນ​ຊາ ກອງພັນ​ເຄ​ມີ 15 ກ່າວ​ຄຳ​ຂອບໃຈ​ມາ​ຍັງ ທ່ານ ນາງ ໂບ​ພິ​ຈິ​ກາ ປະດາ​ວົງ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ນຳ​ເອົາ​ເຄື່ອງໃຊ້​ຫ້ອງການ ແລະ ເຄື່ອງ​ກິລາ​ມາ​ມອບ​ໃຫ້ ກອງພັນ 15 ເຄ​ມີ​ໃນ​ຄັ້ງ​ນີ້​ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ເຂົ້າ​ໄປ​ໝູນ​ໃຊ້​ໃຫ້​ເກີດ​ຜົນ​ປະໂຫຍດ​ສຸງ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ