ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ຫຼວງ​ພະ​ບາງ ​ສະຫຼຸບ​ວຽກ​ງານ​ພະລາທິການ​ ປະຈຳ​ປີ 2022
ເວລາອອກຂ່າວ: 2023-03-22 08:42:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1643 | ຄວາມນິຍົມ:



ກອງ​ປະ​ຖຸມ​ສະຫຼຸບ​ຖອດ​ຖອນ​ວຽກ​ງານ​ພະລາທິການ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ ປີ 2023 ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ມີນາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວິ​ລ່ຽມ ວົງ​ທິ​ສານ ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ພະນັກງານ​ຫຼັກ​ແຫຼ່ງ ແລະ ພະນັກງານ​ທີ່​ເຮັດ​ວຽກ​ງານ​ພະລາທິການ​ທົ່ວ​ທະຫານ​ແຂວງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ປານ ອຳໄພ​ສາມ ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ຫ້ອງ​ພະລາທິການ​ທະຫານ​ແຂວງ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ໃນ​ຂົງເຂດ​ວຽກ​ງານ​ພະ ລາທິການ​ໃນ​ໄລຍະ​ຜ່ານ​ມາ ເຊິ່ງຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ກໍ​ຄື ຄະນະ​ພັກ​ຫ້ອງ​ພະລາທິການ​ ທະຫານ​ແຂວງ​ໄດ້​ເອົາໃຈໃສ່​ຊີ້​ນຳ​ວຽກ​ງານ​ຮັບ ປະກັນ​ຊີວິດ​ການ​ເປັນ​ຢູ່-ການຈັດຕັ້ງ​ດູ​ແລ​ທັບ​ເປັນ​ປົກກະຕິ​ປົກກະຕິ ສາມາດ​ຮັບປະກັນ​ດ້ານ​ເຂົ້າ​ກິນ​ໃຫ້​ກົມ​ກອງ​ໄດ້ 100%. ດ້ານ​ຜັກ​ກິນ, ຊີ້ນ-ປາ, ໄດ້​ເອົາ ໃຈໃສ່​ຊີ້​ນຳ​ກົມ​ກອງ​ກວດກາ​ຊຸກຍູ້​ການ​ປູກ, ການ​ລ້ຽງ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ​ຕາມ​ທິດ 4 ປູກ 4 ລ້ຽງ ເຫັນ​ວ່າ​ຫຼາຍ​ກົມ​ກອງ​ສາມາດ​ຮັບປະກັນ​ດ້ານ​ຜັກ​ກິນ​ໄດ້ 85%, ດ້ານ​ຊີ້ນ-ປາ​ໄດ້ 50% ທຽບໃສ່​ແຜນການ​ບັນລຸ​ຕາມ​ຄາດໝາຍ ສະແດງ​ອອກ​ທົ່ວ​ທະຫານ​ແຂວງ​ມີ​ເຮືອນຄົວ​ລວມ 76 ຫຼັງ, ເຮືອນ​ຖາວອນ 19 ຫຼັງ ແລະ ເຄິ່ງ​ຖາວອນ 22 ຫຼັງ, ຊົ່ວຄາວ 35 ຫຼັງ, ມີ​ນັກ​ປຸງ​ແຕ່ງ 93 ສະຫາຍ, ສາມາດ​ຈັດ​ຕັ້ງ​ກິນ​ເຂົ້າ​ວັນ​ລະ 3 ຄາບ, ອາຫານ 3 ເຍື່ອງ​ຂຶ້ນ​ໄປ. ນອກ​ນີ້, ຍັງ​ສາມາດ​ຮັບ ປະກັນ​ດ້ານ​ສຸຂະພາບ, ຜ່ານ​ມາ​ໄດ້​ຊີ້​ນຳ​ກວດກາ​ສຸຂະພາບ​ໃຫ້​ພະ​​ນັກ​ງານ-ນັກຮົບ 26 ຄັ້ງ, ສະເລ່ຍ​ພະນັກງານ​ທີ່​ມີ​ສຸຂະພາບ​ແຂງແຮງ​ກວມ 98%. ວຽກ​ງານ​ພາຫະນະ​ເຕັກນິກ​ຮັບປະກັນ​ການ​ຂົນສົ່ງ​ໄດ້ 281 ຖ້ຽວ​ຄັນ, ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ປະເພດ​ແອັດ​ຊັງ 6.867 ລິດ, ກາ​ຊວນ 34.240 ລິດ ທຽບໃສ່​ແຜນການ​ປະຕິບັດ​ໄດ້ 100%. ວຽກ​ງານ​ປັບປຸງ​ກໍ່ສ້າງ​ຄ້າຍ​ຄູ​​ໄດ້​ສຳເລັດ​ໂຄງການ​ກໍ່ສ້າງ​ຫ້ອງການ​ຕຶກ 3 ຊັ້ນ, ຫ້ອງການ ​ປກຊ-​ປກສ ຂັ້ນ​ແຂວງ, ເຮືອນ​ໄວ້​ລົດ​ເຄື່ອນ​ທ່ີ​ໄວ, ຕິດ​ຕັ້ງ​ຕາ​ຄ່າຍ​ໄຟຟ້າ 22 Kw ແລະ ໝໍ້​ແປງ 2 ໜ່ວຍ​ຂະໜາດ 50Kva, 250Kva ສາງ​ອາວຸດ ແລະ ສະໜາມ​ຫັດ​ແອບ, ສູນ​ບັນຊາ ແລະ ກໍ່ສ້າງ​ຮ່ອງ​ລະບາຍ​ນ້ຳ ເດີ່ນ 20 ມັງກອນ, ບຸກເບີກ ແລະ ກໍ່ສ້າງ​ຄ້າຍ​ຄູ ກອງຮ້ອຍ 26 ເມືອງ​ນ້ຳ​ບາກ, ລວມ​ມູນ​ຄ່າ​ການ​ກໍ່ສ້າງ ທັງ​ໝົດ 18 ຕື້​ກວ່າ​ກີບ ໂດຍ​ແມ່ນ​ທຶນ​ຂອງ​ກົມ​ກອງ ສົມ ທົບ​ກັບ​ທຶນ​ຂັ້ນ​ເທິງ​. ວຽກ​ງານ​ປູກຝັງ​ທົ່ວ​ກົມ​ກອງ​ມີ​ເຮືອນ​ປູກ​ພືດ​ຜັກ​ໃນ​ຮົ່ມ 50 ຫຼັງ, ມີ​ເນື້ອທີ່​ໃນ​ຮົ່ມ ແລະ ນອກ​ຮົ່ມ 18,16 ເຮັກຕາ, ມີ​ເນື້ອທີ່​ປູກ​ພືດ​ກະສິກຳ 40,22 ເຮັກຕາ ​ເກັບ​ກູ້​ພືດ​ຜັກ​ຕາມ​ລະດູ​ການ​ໄດ້ 231.749 ກິ​ໂລກ​ຣາມ, ລ້ຽງ​ງົວ-ຄວາຍ 824 ໂຕ, ໝູ-ແບ້ 460ໂຕ, ສັດ​ປີກ 14 ພັນ​ກວ່າ​ໂຕ, ລ້ຽງ​ກົບ-ປາ 2 ແສນ​ກວ່າ​ໂຕ, ມີ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ​ ແລະ ການ​ບໍລິການ​ອື່ນໆ​ທັງ​ໝົດ 7.851.200.000 ກີບ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ