ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ປຶກສາ​ຫາລື ການ​ກຳນົດ​ຈຸດ​ທີ່​ຕັ້ງ ແລະ ກໍ່ສ້າງ​ຄ້າຍ​ທະຫານ​ກອງຮ້ອຍ​ສືບ​ຂ່າວ 105
ເວລາອອກຂ່າວ: 2023-03-22 08:40:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ:



ວັນ​ທີ 23 ກຸມພາ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ ກວາງ​ນາມ ​ສສ ຫວຽດນາມ ຈັດ​ກອງ​ປະຊຸມ​ປຶກ ສາ​ຫາລື ການ​ກຳນົດ ແລະ ກໍ່ສ້າງ​ຄ້າຍ​ທະຫານ ກອງຮ້ອຍ​ສືບ​ຂ່າວ 105, ຕາງໜ້າ​ຝ່າຍ ​ສສ ຫວຽດນາມ ນຳ​ໂດຍ ສະຫາຍ ພັນ​ໂທ ຫງວ​ຽນ ຫຶວ ຖັ໋ງ ຮອງ​ຫົວໜ້າກອງບັນຊາ​ການ​ທະຫານ​ແຂວງ​ກວາງ​ນາມ ພ້ອມ​ດ້ວຍ​ຄະນະ, ຕາງໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ນຳ​ໂດຍ ສະຫາຍ ພັນ​ເອກ ຫຼອດ ນັນທະ​ວົງ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ​ທະຫານ​ແຂວງ ພ້ອມ​ຄະນະ, ມີ​ບັນດາ​ຄະນະ​ພັກ​ກອງ​ບັນຊາ​ການ, ພະແນກການ ແລະ ວິຊາ​ການ ທີ່​ກ່ຽວຂ້ອງ​ຈາກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ແລະ ແຂວງ​ກວາງ​ນາມ ເຂົ້າ​ຮ່ວມ. ສະຫາຍ ຫງວ​​ຽນ ຫຶວ ຖັ໋ງ ໄດ້​ລາຍ​ງານ​ແຜນ​ວຽກ ຕໍ່​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ​ວ່າ: ການ​ອະນຸມັດ​ນະໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ ແລະ ກໍ່ສ້າງ​ໂຄງການ ໂດຍ​ປະຕິບັດ​ຕາມ​ແຜນ​ນະໂຍບາຍ ຂອງ​ອົງຄະ​ນະ​ພັກ​ແຂວງ​ກວາງ​ນາມ ວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ ແລະ ຊີ້​ນຳ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ກ່ຽວ​ກັບ​ການ​ຊ່ວຍເຫຼືອ​ລົງທຶນ​ກໍ່ສ້າງ​ຄ້າຍ​ທະຫານ​ກອງຮ້ອຍ​ສືບ​ຂ່າວ 105 ທະຫານ​ແຂວງ​ເຊ​ກອງ. ພາຍຫຼັງ​ປຶກສາ​ຫາລື​ເປັນ​ເອກະ​ພາບ ແລະ ພ້ອມ​ກັນ​ລົງ​ນາມ​ບົດ​ບັນທຶກ​ກຳນົດ​ຈຸດ​ທີ່​ຕັ້ງ ແລະ ຂະໜາດ​ການ​ກໍ່ສ້າງ ກອງຮ້ອຍ ສືບ​ຂ່າວ 105 ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ໂດຍ​ແມ່ນ​ຄະນະ​ອຳນາດ​ການ​ປົກຄອງ​ແຂວງ​ກວາງ​ນາມ​ຊ່ວຍ​ກໍ່ສ້າງ​ນັບ​ແຕ່​ປີ 2023-2024 ເຊິ່ງ​ມີ​ລາຍ​ລະ ອຽດ​ຄື: ໂຄງການ​ກໍ່ສ້າງ. ໃນ​ນີ້, ເປັນ​ອາຄານ​ຫ້ອງການ ຊັ້ນ​ດຽວ ມີ​ລວງ​ສູງ 7,2 ແມັດ, ຫຼັງຄາ​ເທ​ເບ​ຕົງ ​ມຸງ​ດ້ວຍ​ກະເບື້ອງ, ປູ​ພື້ນ​ດ້ວຍ​ກະ​ໂລ່, ລະບົບ​ປະຕູ, ປ່ອງ ຢ້ຽມ ເຮັດ​ດ້ວຍ​ໄມ້​ປະ​ໂນ ແລະ ແວ່ນ 1 ຫຼັງ, ເຮືອນ​ພັກ​ໂສດ 1 ຫຼັງ, ຫ້ອງ​ອາຫານ ແລະ ເຮືອນຄົວ 1 ຫຼັງ, ຫ້ອງ​ນ້ຳ 1 ຫຼັງ. ໃນ​ນັ້ນ, ໂຄງການ​ຍັງ​ຈະ​ໄດ້​ເອົາ​ໝໍ້​ແປງ​ໄຟຟ້າ ແລະ ລະບົບ​ຕາ​ຄາຍ​ໄຟຟ້າ​ແຮງ​ປານ​ກາງ 50 ກິ​ໂລ​ວັດ ພ້ອມ​ກັບ​ສ້າງ​ລະບົບ​ນ້ຳ​ໃຊ້, ເດີ່ນ, ເສັ້ນທາງ​ພາຍ​ໃນ​ຄ້າຍ ແລະ ອ່າງເກັບນ້ຳ​ອີກ​ດ້ວຍ ຄາດ​ຄະເນ​ວ່າ ຈະ​ເລີ່ມ​ຕົ້ນ​ຈັດ​ຕັ້ງ​ປະຕິບັດ ປີ 2023. ໂດຍ: ກອງ​ຄຳ ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ