ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 579 ເປີດ​ບັ້ນ​ອົບຮົມ-ຫັດ​ແອບ
ເວລາອອກຂ່າວ: 2023-03-22 08:35:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5367 | ຄວາມນິຍົມ:



ວັນ​ທີ 10 ມີນາ 2023, ກອງ ພັນ 579 ໄດ້​ເປີດ​ບັ້ນ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ ແລະ ​ພະລາທິການ-ເຕັກນິກ ປະຈຳ​ປີ 2023, ໂດຍມີ ສະ ຫາຍ ພັນ​ເອກ ບຸນ​ສົດ ອິນ​ສີ​ນາ ຮອງ​ຫົວໜ້າ​ກົມ​ຊ່າງ​ແສງ ກົມ​ໃຫຍ່ເສນາ​ທິ​ການ​ກອງທັບ, ມີ ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສູນ​ທອນ ເທວາ ຮອງ​ຫົວໜ້າ​ການ​ທະຫານ ກອງພັນ 579 ໄດ້​ຜ່ານ​ແຜນ​ການ ຈັດຕັ້ງ​ປະຕິບັດ​ການ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2023, ໂດຍ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ຂອງ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ຊ່າງ​ແສງ​ໃຫ້​ຖືກຕ້ອງ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ສຳລັບ​ເນື້ອ​ໃນ​ການ​ອົບຮົມ-ຫັດ​ແອບ ​ປະກອບ​ມີ 3 ພາກ​ຄື: ພາກ​ຄວາມ​ຮູ້​ທົ່ວ​ໄປ 40 ວັນ, ວຽກ​ງານ​ພະລາທິການ-ເຕັກນິກ 45 ວັນ ແລະ ວິຊາ​ສະເພາະ​ເຫຼົ່າ​ຮົບ​ຊ່າງ​ແສງ 100 ວັນ, ກຳນົດ​ເວລາ​ອົບຮົມ​ທັງ​ໝົດ 185 ວັນ, ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 288 ສະຫາຍ. ການ​ອົບຮົມ-ຫັດ​ແອບ​ໄດ້​ແບ່ງ​ອອກ​ເປັນ 2 ໄລຍະ​ຄື: ໄລຍະ​ທີ 1 ແຕ່​ເດືອນ ກຸມພາ ຫາ ມິຖຸນາ 2023, ໄລຍະ​ທີ 2 ແຕ່​ເດືອນກໍລະກົດ ຫາ ຕຸລາ 2023 ຈຶ່ງ​ຈະ​ສຳເລັດ. ໂດຍ: ເກນ ວິໄລ​ສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ