
ກອງພັນ 579 ເປີດບັ້ນອົບຮົມ-ຫັດແອບ
ເວລາອອກຂ່າວ: 2023-03-22 08:35:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:
ວັນທີ 10 ມີນາ 2023, ກອງ ພັນ 579 ໄດ້ເປີດບັ້ນອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2023, ໂດຍມີ ສະ
ຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສູນທອນ ເທວາ ຮອງຫົວໜ້າການທະຫານ ກອງພັນ 579 ໄດ້ຜ່ານແຜນການ ຈັດຕັ້ງປະຕິບັດການອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2023, ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມຊ່າງແສງໃຫ້ຖືກຕ້ອງ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ສຳລັບເນື້ອໃນການອົບຮົມ-ຫັດແອບ ປະກອບມີ 3 ພາກຄື: ພາກຄວາມຮູ້ທົ່ວໄປ 40 ວັນ, ວຽກງານພະລາທິການ-ເຕັກນິກ 45 ວັນ ແລະ ວິຊາສະເພາະເຫຼົ່າຮົບຊ່າງແສງ 100 ວັນ, ກຳນົດເວລາອົບຮົມທັງໝົດ 185 ວັນ, ມີຈຳນວນພົນເຂົ້າຮ່ວມ 288 ສະຫາຍ. ການອົບຮົມ-ຫັດແອບໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແຕ່ເດືອນ ກຸມພາ ຫາ ມິຖຸນາ 2023, ໄລຍະທີ 2 ແຕ່ເດືອນກໍລະກົດ ຫາ ຕຸລາ 2023 ຈຶ່ງຈະສຳເລັດ.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ