ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ພັກ​ພະ​ແນກ​ຊ່ວຍ​ບົ່ງມະຕິ ໂຮງໝໍ​ບໍລິເວນ 107 ຈັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI
ເວລາອອກຂ່າວ: 2023-03-22 08:34:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3755 | ຄວາມນິຍົມ:



ໃນ​ວັນ​ທີ 17 ມີນາ 2023, ໜ່ວຍ​ພັກ​ພະ​ແນກ​ຊ່ວຍ​ບົ່ງມະຕິ ໂຮງໝໍ​ບໍລິເວນ 107 ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI, ໂດຍ​ມີ ສະຫາຍ ພັນ​ເອກ ໄພ​ວັນ ຈັນທະ​ສຸກ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ບໍລິເວນ 107, ມີຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ໜ່ວຍ​ພັກ ຕະຫຼອດ​ຮອດສະມາຊິກ​ພັກ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ຈິນ​ຕະ​ນາ ເທບ​ສຸວັນ ເລຂາ​ໜ່ວຍ​ພັກພະ​ແນກ​ຊ່ວຍ​ບົ່ງມະຕິ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ ໂດຍ​ຍົກ​ໃຫ້​ເຫັນ​ເຖິງ​ຈຸດ​ພິເສດ, ທີ່​ຕັ້ງ, ພາລະ​ບົດບາດ​ການ​ນຳພາ​ຂອງ​ໜ່ວຍ​ພັກ. ໃນ​ໄລຍະ​ຜ່ານ​ມາ​ ສະມາຊິກ​ພັກ, ພະນັກງານ-ນັກຮົບ​ພາຍ​ໃນ​ໜ່ວຍ​ມີ​ແນວ​ຄິດ​ຫຼັກ​ໝັ້ນ, ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການຈັດຕັ້ງ, ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ຕັ້ງໜ້າ​ປະຕິບັດ​ໄດ້​ກົດ​ລະບຽບ​ຂອງ​ກົມ​ກອງ ກໍ​ຄືລະບຽບ​ຂອງ​ກອງທັບ ແລະ ກົດໝາຍ​ຂອງ​ລັດ, ມີ​ຄວາມ​ສາມັກຄີ​ເປັນ​ເອ ກະ​ພາບ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ໂດຍ​ແບ່ງປັນ​ຂົງເຂດ​ວຽກ​ງານ​ຕາມ​ພາລະ​ບົດບາດ, ໜ້າທີ່​ຄວາມ​ຮັບຜິດຊອບ​ຢ່າງ​ຈະແຈ້ງ, ເຊິ່ງ​ມີ​ຜົນງານ​ທີ່​ພົ້ນ​ເດັ່ນ​ຫຼາຍ​ ດ້ານ​ໃນ​ໄລຍະ​ຜ່ານ​ມາ ໄດ້​ຮັບ​ນາ​ມມະ​ຍົດ​ເປັນ​ໜ່ວຍ​ພັກ​ແຂງ​ຮູ້​ນຳພາ​ຮອບດ້ານ 3 ສະໄໝ​ຕິດຕໍ່​ກັນ, ມີສະມາຊິກ​ພັກ​ແຂງ 92%, ເລື່ອນ​ສະມາຊິກ​ພັກ​ສຳຮອງ ​ຂຶ້ນ ​ສົມບູນ 10 ສະຫາຍ, ຮັບ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ 2 ສະຫາຍ. ນອກ​ນີ້, ໃນ​ວຽກ​ງານ​ວິຊາ​ສະເພາະ ໄດ້​ກວດ​ເລືອດ 233.710 ເທື່ອ​ຄົນ, ກວດ​ນ້ຳ​ມູກ-ອາຈົມ 2.660 ເທື່ອ​ຄົນ, ເຮັດ​ໜ້າທີ່​ກວດ​ຊອກ​ຫາ​ເຊື້ອ​ໂຄ​ວິດ​-19 ຢູ່ໂຮງໝໍ​ແຂວງ 5 ຄັ້ງ ແລະ ເກັບ​ຕົວຢ່າງ​ຊອກ​ຫາ​ເຊື້ອ​ໂຄ​ວິດ-19 ​ຢູ່​ໂຮງໝໍ​ບໍລິເວນ ​ຈຳນວນ 3.600 ຕົວຢ່າງ, ຮັບ​ເລືອດ-ຈ່າຍ​ເລືອດ 720 ຖົງ, ກວດ​ເຊື້ອ​ວັນນະ​ໂຣກ​ໄດ້ 593 ເທື່ອ​ຄົນ, ຊ່ວຍ​ວຽກ​ອົງການ​ກາແດງ​ແຂວງ​ຫຼວງ​ພະ​ບາງ 87 ຄັ້ງ, ອົບຮົມ​ວຽກ​ງານ​ລະບາດ​ວິທະຍາ 4 ຄັ້ງ, X-Ray 18.183 ເທື່ອ​ຄົນ, CT Scan 367 ເທື່ອ​ຄົນ, ເອ​ໂກ 14.621 ເທື່ອ​ຄົນ, ມີ​ຄົນ​ເຈັບ​ເຂົ້າ​ມາ​ກວດ ແລະ ປິ່ນປົວ ​ຕາ​ເຊັ່ນ: ກວດ​ຕາ​ຕອນ, ວັດຖຸ​ນອກ​ກາຍ​ເຂົ້າ​ຕາ, ຫີນ​ປູນ, ຕ່ອມ​ໄຂມັນ, ຖືກ​ກະທົບ ທັງ​ໝົດ8.620 ເທື່ອ​ຄົນ, ຄົນ​ເຈັບ​ກວດ​ແຂ້ວ, ຖອນ​ແຂ້ວ, ອັດ​ແຂ້ວ, ເຮັດ​ແຂ້ວ ​ທຽມ, ຂູດ​ຫີນ​ປູນ ແລະ ວາງຢາ​ໃຫ້​ຄົນ​ເຈັບ ທັງ​ໝົດ 8.463 ເທື່ອ​ຄົນ. ກອງ​ປະຊຸມ​ຍັງ​ໄດ້​ດຳເນີນ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊຸດ​ໃໝ່ໄດ້​ຕາມ​ລະດັບ​ຄາດໝາຍ ເຊິ່ງ​ເລືອກ​ໄດ້ ສະຫາຍ ພັນ​ໂທ ນາງ ຈິນ​ຕະ​ນາ ເທບ​ສຸວັນ ເປັນ​ເລຂາ, ສະຫາຍ ພັນ​ໂທ ສົມ​ສຸກ ສຸວັນນະ​ພັນ ເປັນ​ຮອງ​ເລຂາ ແລະ ສະຫາຍ ພັນ​ໂທ ນາງ ແສງ​ອຳພອນ ສິດທິ​ພອນ ເປັນ​ກຳມະການໜ່ວຍ​ພັກ. ໂດຍ: ສົມ​ພອນ ພວງ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ