ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນັກຮຽນ ມ 7 ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ເຄື່ອນ​ໄຫວ​ທັດສະນະ​ສຶກ​ສາ
ເວລາອອກຂ່າວ: 2023-03-22 08:31:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1814 | ຄວາມນິຍົມ:



ໃນ​ວັນ​ທີ 11 ມີນາ 2023, ພະ​ແນກ​ຄູ​ພູມ​ສາດ-ປະຫວັດສາດ ຫ້ອງ​ສຶກ​ສາ ​ໂຮງຮຽນ​ກໍ່ສ້າງ​ນາຍສິບ ​ເລກ 2 ວຽງ​ໄຊ ໄດ້​ນຳພາ​ນັກຮຽນ ມ 7 ເຄື່ອນ​ໄຫວ​ທັດສະນະ​ສຶກ​ສາ, ນຳພາ​ໂດຍ ສະຫາຍ ພັນ​ໂທ ນາງ ລິດ​ຕະ​ສະໄໝ ມາດ​ມະນີ​ວົງ ຄະນະ​ຫ້ອງສຶກ​ສາ, ສະຫາຍ ພັນ​ໂທ ນາງ ແກ້ວ​ບົວ​ວອນ ໄຊ​ຍະ​ບັນດິດ ຫົວໜ້າ ​ພະ​ແນກ ຄູ​ພູມ​ສາດ-ປະຫວັດສາດ ພ້ອມ​ຄະນະ, ມີ ສະຫາຍ ພັນ​ໂທ ພັດ ພອນ​ມະນີ ຫົວໜ້າ​ການເມືອງ ​ກອງພັນ​ທີ 2 ຕະຫຼອດ​ຮອດ​ຄູ-ອາຈານ ແລະ ນັກຮຽນ ມ7 ຈຳນວນ 323 ສະຫາຍ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ແກ້ວ​ບົວ​ວອນ ໄຊ​ຍະ​ບັນດິດ ໄດ້​​ໃຫ້​ຮູ້​ວ່າ: ເພື່ອ​ໃຫ້​ນັກຮຽນ​ມີ​ຄວາມ​ຮູ້ ຈາກ​ປະສົບ​ການ​ຕົວ ​ຈິງ​ໃນ​ການ​ທັດສະນະ​ສຶກ​ສາ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ, ປະຫວັດສາດ ແລະ ວັດທະນະທຳ-ສັງຄົມທີ່​ເປັນ​ສະຖານທີ່​ມີ​ຊື່​ສຽງ​ຂອງ​ເຂດ​ແຂວງ​ພາກ​ໃຕ້ ເປັນຕົ້ນ​ແມ່ນສວນ​ອະນຸສອນ​ສະຖານ ທ່ານ ສີ​ທົນ ກົມ​ມະ​ດຳ, ແຫຼ່ງ​ທ່ອງ​ທ່ຽວ​ນ້ຳຕົກຕາດ​ເຍືອງ ແລະ ທ່າ​ແຕງ​ຟຣາມ​ຣີ​ສອດ ແຂວງ​ເຊ​ກອງ. ທັງ​ເປັນ​ການ​ໂຄສະນາ ສົ່ງເສີມ​ການທ່ອງທ່ຽວ​ພາຍ​ໃນ​ປະເທດ​ໃຫ້​ກວ້າງຂວາງ ເພື່ອ​ສ້າງ​ເສດຖະກິດ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ເຫັນ​ໄດ້​ເຖິງ​ຄວາມ​ສາມັກຄີ​ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຂອງ​ນັກຮຽນ​ທີ່​ມີ​ຕໍ່​ຄູ-ອາຈານ ແລະ ໝູ່ເພື່ອນ​​ດ້ວຍ​ກັນນຳ​ເອົາ​ບົດຮຽນ​ມາ​ເຊື່ອມໂຍງເຂົ້າ​ໃນ​ການ​ຮຽນ-ການ​ສອນ​ໃຫ້​ນັບ​ມື້​ນັບ​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ​ເລື້ອຍໆ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ