ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດ​ການ​ແຂ່ງຂັນ​ຟຸດ​ຊໍ ຊາຍ-ຍິງ ຊີງ​ຂັນ​ເລຂາ​ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ປປລ ແຂວງ​ບໍ່​ແກ້ວ
ເວລາອອກຂ່າວ: 2023-03-22 08:30:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ໃນ​ວັນ​ທີ 17 ມີນາ ຜ່ານ​ມາ​ນີ້, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ປປລ ແຂວງ​ບໍ່​ແກ້ວ ເປີດ​ການ​ແຂ່ງ ຂັນກິລາ​ຟຸດ​ຊໍ ຊາຍ-ຍິງ (6 ຄົນ) ຊິງ​ຂັນ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ປປລ ແຂວງ​ບໍ່​ແກ້ວ ຢູ່​ທີ​ເດີ່ນ​ບານເຕະ​ນວນ​ໄຍ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ຄະນະ​ປະທານ ແລະ ກ່າວ​ເປີດ​ພິທີ​ຂອງ​ທ່ານ ນ ດວງ​ຕາ ໄຊ​ຍະ​ຫົງ ເລຂາຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ມີ​ສະມາຊິກ​ຊາວ​ໜຸ່ມ​ຈາກ​ຄະນະ​ຊາວ​ໜຸ່ມ​ຮາກ​ຖານ, ໜ່ວຍ​ຮາກ​ຖານ​ອ້ອມ​ຂ້າງ​ແຂວງ, ຄະນະ​ຊາວ​ໜຸ່ມ​ເມືອງ ແລະ ທີມ​ນັກ​ກິລາ 29 ທີມ​ເຂົ້າ​ຮ່ວມ. ຈຸດປະສົງ​ໃນ​ການ​ຈັດການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ກໍເພື່ອ​ເປັນ​ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ ​ຄຊປປລ ຄົບຮອບ 68 ປີ ທີ່​ຈະ ​ມາ​ເຖິງ (14 ເມສາ 1955 - 14 ເມສາ 2023), ກະກຽມ​ປະກາດ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ແຂວງ 4 ບຸກ ແລະ ອີກ​ຢ່າງ​ໜຶ່ງ​ກໍ່​ເພື່ອ​ເປັນ​ການຊຸກຍູ້-ສົ່ງເສີມສະມາຊິກ​ຊາວ​ໜຸ່ມ​ໃນ​ ທົ່ວ​ແຂວງ ໃຫ້​ຮູ້​ເຖິງ​ຄວາມ​ສຳ ຄັນ​ໃນ​ການ​ຫຼິ້ນ​ກິລາ ​ເພື່ອ​ເປັນ​ການ​ຮັກສາ​ສຸຂະພາບ​ເພື່ອ​ພັດ ທະນາ​ຮ່າງກາຍ ແລະ ຈິດໃຈ, ມີ​ ລະບຽບ​ວິ​ໃນ​ຮູ້​ເຄົາລົບ​ກົດ​ກະຕິ​ກາ ແລະ ມີ​ນ້ຳໃຈ​ນັກ​ກິລາ​ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ໃນ​ຖັນ​ແຖວ​ຊາວ​ໜຸ່ມ ແລະ ເພື່ອ​ເປັນ​ການ​ກະຕຸກ​ຊຸກຍູ້​ຊາວ​ໜຸ່ມ-ເຍົາວະ​ຊົນ ໃຫ້​ຫ່າງ​ໄກ​ຢາ​ເສບ​ຕິດ. ປັດຈຸບັນ​ມີ​ທີມ​ສະມັກ​ລົງ​ແຂ່ງຂັນ​ທັງ​ໝົດ 29 ທີມ, ທີມ​ຊາຍ 20 ທີມ, ຍິງ 9 ທີມ, ການ​ແຂ່ງຂັນ​ແມ່ນ​ຈັດ​ໃນ​ຮູບ​ແບບ​ປັດ​ເຂ່ຍ, ເວລາ​ແຂ່ງຂັນ​ແມ່ນ ກຳນົດ 5 ວັນ​ຄື: ວັນ​ພະຫັດ, ວັນ​ສຸກ​ຂອງ​ອາທິດ​ທີ່ 3, 4 ເດືອນ​ມີນາ ແລະ ອາທິດ​ທີ 1 ເດືອນ​ເມສາ. ສຳລັບ ຄູ່​ແຂ່ງຂັນ​ປະ​ເດີມ​ສະໜາມ​ຄູ່​ທຳ​ອິດ​ໃນ​ການ​ແຂ່ງ ຂັນ​ແມ່ນ​ເປັນ​ການ​ພົບ​ກັນ​ລະ ຫວ່າງ ທີມ​ຊາວ​ໜຸ່ມ ​ປກສ ແຂວງ ພົບ​ກັບທີມ​ຊາວ​ໜຸ່ມ ​ຍທຂ ແຂວງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ