ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານ​ປະເທດ​ຫວຽດນາມ ຢືນ​ຢັນ ເພີ່ມ​ທະວີ​ການຮ່ວມ​ມື​ກັບ​ອົດ​ສະ​ຕຼາ​ລີ
ເວລາອອກຂ່າວ: 2023-03-22 08:29:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 19 ມີນາ ນີ້, ໂດຍ​ອີງ​ຕາມ​ທ່ານ ແອນ​ດຣິວ ໂກ​ເລດ​ຊີ​ໂນ​​ສ​ກີ ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕຼາ​ລີ ປະຈຳ​ຫວຽດນາມ ໄດ້​ເຂົ້າ​ພົບ​ປະ​ຢ້ຽມຢາມ ທ່ານ ຫວໍ​ວັນ​ເຖືອງ ປະທານ​ປະເທດ​ຫວຽດນາມ ທີ່​ທຳ​ນຽບ​ປະທານ​ປະເທດ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ມື​ໃນ​ຂົງເຂດ​ຮັກສາ​ສັນຕິພາບ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ບັນລຸ​ໄດ້​ບາດກ້າວ​ທີ່​ຕັ້ງໜ້າ​ຫຼາຍ​ດ້ານ, ດັ່ງນັ້ນ, ທ່ານ​ສະເໜີ​ໃຫ້​ສອງ​ຝ່າຍ​ສືບຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃຫ້​ມີ​ປະ​ສິດທິ​ຜົນ​ກວ່​​າ​ເກົ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ປະເທດ​ຫວຽດ ນາມ ຢັ້ງຢືນ​ວ່າ: ຫວຽດນາມຍາມ​ໃດ​ກໍ​ຖືສຳຄັນ​ການ​ຊຸກຍູ້​ການ​ພົວ ພັນ​ມິດຕະພາບ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບອົດ​ສະ​ຕຣາ​ລີ ເຊິ່ງ​ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ແລະ ແມ່ນ​ໜຶ່ງ​ໃນ​ບັນດາ​ປະເທດ​ທີ່​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ ​ທະ​ສາດ​ຮອບດ້ານ ກັບ ອາ​ຊຽນ. ພ້ອມ​ນັ້ນ, ຍັງ​ໄດ້​ສະເໜີ​ໃຫ້​ສອງ​ຝ່າຍ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ ​ມື​ໃນ​ບັນດາ​ຂົງເຂດ​ອື່ນໆ​ຕື່ມ​ ອີກ. ທ່ານ​ປະທານ​ປະເທດ ຢືນຢັນ​ຕື່ມ​ວ່າ: ຫວຽດນາມ​ຈະ​ສືບຕໍ່​ປ່ຽນແປງ​ໃໝ່​ວຽກ​ງານ​ກໍ່ສ້າງ​ລະບອບ​ລະບຽບ​ການ​ດ້ານ​ກົດ ໝາຍ, ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ປອດໂປ່ງ, ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະເທດ, ໃນ​ນັ້ນ​ມີ ອົດ​ສະ​ຕຼາ​ລີ ໃຫ້​ມີ​ຄວາມ​ອຸ່ນ​ອຽນ​ໃຈ, ເຊື່ອ​ໝັ້ນ​ຕໍ່​ນະໂຍບາຍ​ການ​ລົງທຶນ​ທີ່​ມີ​ຄວາມ​ສະດວກ​ຢູ່ ຫວຽດນາມ. ດ້ານ​ທ່ານ​ທູດ ຢືນຢັນ​ວ່າ: ການ​ຮ່ວມ​ມື​ໃນ​ຂົງເຂດ​ຮັກສາ​ສັນຕິພາບ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ບັນລຸ​ໄດ້​ບາດກ້າວ​ທີ່​ຕັ້ງໜ້າ​ຫຼາຍ​ດ້ານ, ດັ່ງນັ້ນ, ທ່ານ​ສະເໜີ​ໃຫ້​ສອງ​ຝ່າຍ ​ສືບຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃຫ້​ມີ​ປະ ສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ​ໃນ​ອະ ນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ