ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພັກ​ປະຊາຊົນປະຕິວັດ​ລາວ ຖື​ເອົາ​ລັດທິ​ມາກ-ເລ​ນິນ ​ເປັນ​ພື້ນຖານ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ
ເວລາອອກຂ່າວ: 2023-03-22 08:22:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1617 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ເລຂາ ຄະນະພັກ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ໄດ້ໃຫ້ທັດສະນະວ່າ: ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ ວັນ​ທີ 22 ມີນາ 1955, ຈຸດປະ ສົງ​ຂອງ​ພັກ​ແມ່ນ​ນຳພາ​ປວງ​ຊົນ​ລາວ​ທັງ​ຊາດ​ດຳເນີນ​ພາລະກິດ​ປ່ຽນແປງ​ໃໝ່, ກໍ່ສ້າງ ແລະ ເສີມ​ຂະຫຍາຍ​ລະບອບ​ປະຊາທິປະ ໄຕ​ປະຊາຊົນ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ເທື່່ອ​ລະ​ກ້າວ; ພັກ​ປະຊາ ຊົນ​ປະຕິວັດ​ລາວ​ຖື​ເອົາ​ທິດ​ສະ​ດີ​ມາກ-ເລ​ນິນ​ເປັນ​ພື້ນຖານ​ແນວ​ຄິດ​ທິດ​ສະ​ດີ​ແຫ່ງ​ການ​ນຳພາ-ຊີ້​ນຳ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດຊາດ, ຖື​ເອົາ​ຫຼັກການ​ລວມ​ສູນ​ປະຊາທິ ປະໄຕ​ຂອງ​ພັກ, ນຳພາ​ເປັນໝູ່​ ຄະນະ​ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບ ຜິດຊອບ​ຢ່າງ​ຂາດ​ຕົວ, ຖື​ເອົາ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ຄວາມ​ສາມັກຄີ​ປອງ​ດອງ​ເປັນອັນ​ ໜຶ່ງ​ອັນ​ດຽວ, ຖື​ເອົາ​ການ​ຕຳ​ນິ ຕິ​ຊົມ​ກໍ່ສ້າງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ເປັນ​ກົດເກນ​ແຫ່ງ​ການ​ເຄື່່ອນ​ໄຫວ​ແຫ່ງ​ການ​ນຳພາ-ຊີ້​ນຳ​ຂອງ​ພັກ, ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ພັກ​ປະຊາຊົນ​ປະຕິວັດ​ລາວ​ເປັນ​ອົງ​ການຈັດຕັ້ງ​ສູງ​ສຸດ​ໃນ​ລະບົບ​ການເມືອງ, ເປັນ​ກອງ​ນຳ​ໜ້າ ແລະ ເປັນ​ຕົວ​ແທນ​ສິດ​ແຫ່ງ​ຜົນ​ປະໂຫຍດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ຊາວ​ຜູ້​ອອກແຮງ​ງານ​ລາວ​ບັນດາເຜົ່າ, ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ນຳພາ​ປວງ​ຊົນ​ລາວ​ບັນດາເຜົ່າ ແລະ ກຳລັງ​ປະ ກອບ​ອາວຸດ​ເຮັດ​ສຳເລັດ​ໜ້າ​ທີ່ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ ແລະ ຜືນ ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ໃຫ້​ໝັ້ນ ຄົງ. ພັກ​ປະຊາຊົນ​ປະຕິວັດ​ລາວ​ແມ່ນ​ເປັນ​ຕົວ​ແທນ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ສິດຜົນປະໂຫຍດ​ຂອງ​ຊົນ​ຊັ້ນ​ກຳມະກອນ, ເວລາ​ໃດ​ພັກ​ກໍ​ຖື​ຜົນ​ປະໂຫຍດ​ຂອງ​ຊາດ​ເປັນ​ກົກ ແລະ ເໜືອກ​ວ່າ​ຜົນ​ປະໂຫຍດ​ຂອງ​ຊາດ​ເປັນ​ອັນ​ສູງ​ສົງ ແລະ ສູງ​ກວ່າ​ຜົນ​ປະໂຫຍດ​ຂອງ​ຊົນ​ຊັ້ນ. ດັ່ງນັ້ນ, ຈຶ່ງ​ເວົ້າ​ໄດ້​ວ່າ: ນັບ​ ແຕ່​ມື້​ກຳເນີດ​ຈົນ​ມາ​ຮອດ​ປັດຈຸ​ບັນ(22 ມີນາ1955-22 ມີນາ 2023) ຄົບຮອບ 68 ປີ ເວ ລາ ​ໃດ​ພັກ​ກໍ​ຖື​ເອົາ​ລັດທິ​ມາກ-ເລ​ນິນ​ ເປັນ​ອາວຸດ​ອັນ​ແຫຼມ​ຄົມ​ແຫ່ງ​ການ​ນຳພາ-ຊີ້​ນຳ​ລະບອບ​ໃໝ່​ ໄວ້​ໃຫ້​ໝັ້ນຄົງ, ສ້າງ​ການ​ຫັນ ປ່ຽນ​ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ​ໃຫ້​ແກ່​ການ​ບູ ລະນະ​ລະບອບ​ປະຊາທິປະໄຕປະ ຊາຊົນ​ໃຫ້​ກ້າວ​ເດີນ​ຕາມ​ຈຸດໝາຍ​ ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນເຮັດ​ໃຫ້​ປະເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມແຂງ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ປະຊາ ທິປະໄຕ, ຍຸຕິ​ທຳ ແລະ ສີວິໄລ, ສືບຕໍ່​ນຳພາ-ຊີ້​ນຳ​ກອງທັບ​ກ້າວ​ຂຶ້ນ​ເປັນ​ກອງທັບທີ່ມີ​ແບບແຜນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ. ໂດຍ: ພັນເອກ ປອ ສະແຫວງ ແດນນາມົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ