ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການ ປກຊ-ປກສ ແຂວງອຸດົມໄຊ ສະຫຼຸບວຽກງານ ປກຊ-ປກສ ປະຈຳປີ 2022
ເວລາອອກຂ່າວ: 2023-03-21 09:17:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ໃນວັນທີ 16 ມີນາ 2023 ນີ້, ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງ ໄດ້ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ຄະນະກຳມະການ ປກຊ-ປກສ ແຂວງ, ເຈົ້າເມືອງ 7 ເມືອງ, ສອງກອງບັນຊາການ, ທະຫານ-ຕຳຫຼວດ, ແຂກເຊີນ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ວຽງໄຊ ຍົມມະລາ ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄດ້ຂຶ້ນຜ່ານບົດສະຫຼຸບວຽກງານງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023. ພ້ອມທັງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຂ້າງ ແລະ ຜົນງານບາງດ້ານທີ່ຜົນເດັ່ນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດເວລາເປັນຕົ້ນແມ່ນຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ໃນນິ້ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດເປັນປົກກະຕິ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ບ້ານ, ສ້າງຄອບຄົບ ແລະ ບ້ານປ້ອງກັນຊາດໄດ້ 4 ບ້ານ, ສ້າງບ້ານປ້ອງກັນຄວາມສະຫງົບໄດ້ 8 ບ້ານ, ປ້ອງກັນເວນຍາມເສັ້ນທາງລົດໄຟລາວ-ຈີນ, ວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງສາກົນໄດ້ 279 ຄັ້ງ, ເຄື່ອນໄຫວລາດຕາເວນຂອບຂອບເຂດຮັບຜິດຊອບ 54 ຄັ້ງ, ແກ້ໄຂຄະດີຕ່າງໆຈຳນວນ 31 ເລື່ອງ 335 ລາຍ, ຜູ້ຖືກຫາ 441 ຄົນ, ຍິງ 59 ຄົນ, ໄດ້ໂຄສະນາກົດລະບຽບຈາລະຈອນໃຫ້ກຸ່ມເປົ້າໝາຍຢູ່ບັນດາສຳນັກງານ-ອົງການ, ໂຮງຮຽນ, ນັກທຸລະກິດ ໄດ້ 63 ຄັ້ງ, ມີຜູ້ເຂົ້າຮ່ວມ 2.912 ຄົນ, ຍິງ 1.410 ຄົນ, ໂຄສະນາເຜີຍແຜ່ກົດໝາຍ, ເອກະສານຜົນຮ້າຍຂອງຢາເສບຕິດ, ການຄອບຄຸ້ມສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ 470 ບ້ານ, ມີຜູ້ເຂົ້າຮ່ວມ 54.434 ຄອບຄົວ, ຈັດຕັ້ງປາຖະກະຖາມູນເຊື້ອວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ 16 ຄັັ້ງ, ມີຜູ້ເຂົ້າຮ່ວມ 3.564 ສະຫາຍ, ເປີດຮຽນທິດສະດີການເມືອງ-ການປົກຄອງລະບົບ 3 ເດືອນມີຜູ້ເຂົ້າຮຽນ 59 ສະຫາຍ, ຍິງ 3 ສະຫາຍ, ເປີດອົບຮົມ-ຫັດແອບປະຈຳປີໄດ້ 21 ກົມກອງ, ໄດ້ເປີດອົບຮົມການເມືອງ-ການທະຫານໃຫ້ກຳລັງກອງຫຼອນ, ປ້ອງກັນຕົວ ແລະ ປກສ ບ້ານ ໄດ້ 3 ຊຸດ, ມີຜູ້ເຂົ້າຮ່ວມ 217 ຄົນ, ເປີດຮຽນສະໜັບສະໜູນໃຫ້ເປົ້າໝາຍທີ່ຂະຫຍ້າຍເຂົ້າສະມາຊິກພັກຈຳນວນ 163 ສະຫາຍ, ຍິງ 24 ສະຫາຍ, ຮັບມະຫາຊົນເຂົ້າພັກສຳຮອງ 171 ສະຫາຍ, ຍິງ 68 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 202 ສະຫາຍ, ຍິງ 30 ສະຫາຍ, ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດຈຳນວນ 388 ສະຫາຍ, ປະກາດພະນັກງານພັກການຮັບເບ້ຍບຳນານ 19 ສະຫາຍ, ສົ່ງພະນັກງານໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດຈຳນວນ 197 ສະຫາຍ, ມອບຫຼຽໄຊພິລະອາດຫານຊັ້ນ II, ຊັ້ນ III ໃຫ້ພາກສ່ວນປ້ອງກັນເສັ້ນທາງລົດໄຟລາວ-ຈີນ ຈຳນວນ 27 ໜ່ວຍ, ມອບໃບຍ້ອງຍໍປະຈຳປີຈຳນວນ 1.308 ໃບ, ນະໂຍບາຍສ້າງຄອບຄົວ 33 ຄູ່. ນອກຈາກນັ້ນຍັງໄດ້ເອົາໃສ່ໃຈວຽກງານພະລາທິການໂດຍຖືເອົາການປູກຝັງ-ລ້ຽງສັດເປັນທ່າແຮງບົ່ມຊ້ອນເພື່ອເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີ່ງສະແດງອອກມີສວນປູກພືດປະເພດຕ່າງໆ 99,50 ເຮັດຕາ, ມີໜອງປາ 24 ໜອງ, ປ່ອຍປາ 76.060 ໂຕ, ມີງົວ 107 ໂຕ, ແບ້ 127 ໂຕ, ໝູ 43 ໂຕ, ສັດປີກຈຳນວນ 14.367 ໂຕ. ໃນ 1ປີຜ່ານມາສາມາດສ້າງລາຍຮັບເຂົ້າກົມກອງຈຳນວນ 4.598.714.500 ກີບ. ໃນໂອກາດດຽວກັນນິ້ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ເປັນເອກະສັນຮັບຮອງເອົາທິດທາງແຜນການໃນປີ 2023. ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ເຊີ່ງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ເກີດຂຶ້ນໃນປະຈຸບັນ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບ ແລະ ພໍ່ແມ່ປະຊາຊົນໃຫ້ເຂົ້າໃຈຕໍ່ໜ້າທີ່ວຽກງານ ປກຊ - ປກສ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດເປັນປົກກະຕິ, ປັບປຸງທັດສະນະຄຸນສົມບັດ, ສິນທຳປະຕິວັດ, ເປັນເຈົ້າການເຄື່ອນໄຫວກຳສະພາບການ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄອງກັບໜ້າວຽກຕົວຈິງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ແລະ ພໍ່ແມ່ປະຊາຊົນໃຫ້ແໜ້ນແຟ້ນ, ພ້ອມກັນເຮັດວຽກງານ ປກຊ-ປກສ ໃນຂອບເຂດທົ່ວແຂວງອຸດົມໄຊໃຫ້ມີຄວາມສະຫງົບປອດໄພ 100%. ຂ່າວ-ພາບ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ