ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜັນຂະຫຍາຍຜົນສຳເລັດ ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ
ເວລາອອກຂ່າວ: 2023-03-21 08:55:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3842 | ຄວາມນິຍົມ:



ໃນບໍ່ດົນນີ້, ຫ້ອງ​ການ​ ເມືອງ ກອງ​ພົນ​ທີ 3 ໄດ້ຈັດຕັ້ງຜັນ ຂະຫຍາຍຜົນສຳເລັດກອງປະ ຊຸມວຽກງານກໍ່ສ້າງຮາກຖານ ການເມືອງ-ພັດທະນາຊົນນະ ບົດຮອບດ້ານແກ້ໄຂຄວາມທຸກ ຍາກຕິດພັນ​ກັບວຽກງານ 3 ສ້າງຂອງສູນກາງ ຢູ່ກອງປະ ຕິບັດງານ 203 ໂດຍການເປັນ ປະທານຂອງ ສະຫາຍ ພັນ​ເອກ ບຸນຫຼາຍ ອຸ​ດົມ​ຮຸນ ຄະ​ນະ​ພັກ​ກອງ​ພົນ ຫົວໜ້າ​ຫ້ອງ​ການ​ເມືອງ ​ກອງ​ພົນ​ທີ 3. ສະ​ຫາຍ ພັນ​ຕີ ສີ​ຊົງ ໄຊ​ເກຍ ຮອງຫົວໜ້າ​ພະ​ແນກ​ຮາກ​ຖານ ກອງ​ພົນ​ທີ 3 ໄດ້​ຜ່ານຄຳ​ສັ່ງ​ແນະ​ນຳ​ກ່ຽວ​ກັບ​ການຜັນຂະຫຍາຍ ຜົນສຳເລັດກອງປະຊຸມວຽກງານ ກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕິດ ພັນວຽກງານ 3 ສ້າງຂອງສູນ ກາງພັກ. ຈາກນັ້ນ ສະຫາຍພັນ​ເອກ ບຸນຫຼາຍ ອຸ​ດົມ​ຮຸນ ໄດ້ ຍົກໃຫ້ເຫັນຜົນສໍາເລັດການຈັດ ຕັ້ງຜັນຂະຫຍາຍກອງປະຊຸມ ວຽກງານກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ຕິດພັນວຽກງານ 3 ສ້າງຂອງສູນ ກາງພັກທົ່ວປະເທດແຕ່ປີ 2016- 2021. ໂດຍສະເພາະເນື້ອໃນສໍາ ຄັນຕົ້ນຕໍ ແລະ ວຽກງານຈຸດສຸມ ທີ່ຕ້ອງໄດ້ເອົາໃຈໃສ່ນຳພາຊີ້ນຳ ໃນແຕ່ລະຂົງເຂດວຽກງານຕາມ ຄວາມຮັບຜິດຊອບ ແລະ ຈັດຕັ້ງປະ ຕິບັດ ໃຫ້ປະກົດຜົນເປັນຈິງໃນ ຊຸມປີຕໍ່ໜ້າຕິດພັນກັບການເສີມ ຂະຫຍາຍຄວາມເປັນເຈົ້າການ ຂອງຕົນ. ທັງນີ້, ເພື່ອແນໃສ່ໃຫ້ ບັນດາຄະນະພັກ-ຄະນະບັນ ຊາ ແລະ ອົງການຈັດຕັ້ງທີ່ເຂົ້າ ຮ່ວມຮັບຟັງວຽກງານຜັນຂະ ຫຍາຍຜົນສຳເລັດກອງປະຊຸມ ວຽກງານກໍ່ສ້າງຮາກຖານການ ເມືອງໃນຄັ້ງນີ້. ມີຄວາມຮັບຮູ້, ເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ບັນ ຫາໃຫຍ່ ກໍຄືເນື້ອໃນຈິດໃຈຂອງ ກອງປະຊຸມວຽກງານກໍ່ສ້າງ ຮາກຖານການເມືອງຕິດພັນກັບ ວຽກງານພັດທະນາຊົນນະບົດ ຮອບດ້ານ ແລະ ວຽກງານ 3 ສ້າງຂອງສູນກາງພັກ. ພ້ອມ ທັງນໍາໄປຈັດຕັ້ງຜັນຂະຫຍາຍ ເນື້ອໃນດັ່ງກ່າວໃຫ້ເປັນແຜນ ງານອັນລະອຽດແທດເໝາະ ກັບໜ້າທີ່ວຽກງານຂອງກົມກອງ ໄດ້ບັນຜົນສຳເລັດຕາມລຳດັບ ຄາດໝາຍ, ສໍາລັບວຽກງານກໍ່ ສ້າງຮາກຖານການເມືອງໃນກໍາ ລັງ ປກຊ-ປກສ ໄປພ້ອມກັບວຽກ ງານສ້າງພັກ-ພະນັກງານຍັງ ຕ້ອງຕິດພັນການການສຶກສາອົບຮົມມູນເຊື້ອອັນສະຫງ່າອົງ ອາດກ້າແກ່ນຂອງພັກ ແລະ ກຳ ລັງປະກອບອາວຸດປະຊາຊົນ, ເພີ່ມທະວີການມີລະບຽບວິໄນ, ຮັບປະກັນເຮັດໃຫ້ກົມກອງມີ ຄວາມເຂັ້ມແຂງ ແລະ ສາມາດ ກຳນົດຈຸດສຸມພັດທະນາຊົນນະບົດຢູ່ແຕ່ລະບ່ອນໃຫ້ຈະແຈ້ງ, ຊັດເຈນ ພ້ອມນັ້ນ, ກໍຕ້ອງເອົາໃຈ ໃສ່ແບ່ງຂັ້ນຄຸ້ມຄອງລະຫວ່າງ ຈຸດ​ສຸມກັບ​ບ້ານໃຫ້ຈະແຈ້ງ, ສືບ ຕໍ່ຄົ້ນຄວ້າໃນແງ່ຂອງເນື້ອໃນ ແລະ ການຈັດຕັ້ງຂອງວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ກໍຄືວຽກງານ 3 ສ້າງ, ປັບປຸງ ຍົກລະດັບໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນແມ່ນການຍົກ ສູງຄວາມສາມາດ ນຳພາຂອງ ການຈັດຕັ້ງພັກ, ການບູລະນະລະ ບົບການເມືອງປະຊາທິປະໄຕປະ ຊາຊົນ ຢູ່ຂັ້ນທ້ອງຖິ່ນ-ຮາກຖານ ໃຫ້ມີຄວາມເຂັ້ມແຂງ, ສາມາດ ປະຕິບັດພາລະບົດບາດ, ໜ້າທີ່ ການປົກຄອງ ແລະ ຄຸ້ມຄອງບໍລິ ຫານຕາມກົດໝາຍໃຫ້ມີຄວາມ ສັກສິດ, ເປັນບ່ອນຮັບໃຊ້ສິດ ແລະ ຜົນປະໂຫຍດພື້ນຖານທີ່ສຸດ ຂອງປະຊາຊົນ. ສະຫາຍ ພັນ​ເອກ ບຸນຫຼາຍ ອຸ​ດົມ​ຮຸນ ຍັງໄດ້ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເຊີດ ຊູມານະຈິດປະຕິວັດ, ປັບປຸງ ຕົນເອງຢ່າງຮອບດ້ານ ແລະ ສູ້ ຊົນບຸກບືນ, ເຮັດແທ້ທຳຈິງ, ກ້າ ປ່ຽນແປງ, ກ້າເສຍສະຫຼະ ແລະ ກ້າຮັບຜິດຊອບໃນວຽກງານ ຕົວຈິງ ໃນການປັບປຸງວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ຮອບດ້ານ ແກ້ໄຂຄວາມທຸກຍາກ ໂດຍຕິດພັນວຽກງານ 3 ສ້າງ ຂອງສູນກາງພັກ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງເປັນຂະບວນ ແຂງແຮງ ແລະ ເກີດດອກອອກ ຜົນຢ່າງຈົບງາມ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໄວ້​ໃຫ້​ໝັ້ນ​ຄົງ​ຕະຫຼອດ​ໄປ. ໂດຍ: ເທບ​ພະ​ກອນ ລັດ​ຕະ​ນະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ