
ທະຫານແຂວງສາລະວັນ ສະຫຼຸບວຽກງານພະລາທິການ ປະຈຳປີ 2022
ເວລາອອກຂ່າວ: 2023-03-21 08:52:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2441 | ຄວາມນິຍົມ:
ວັນທີ 16 ມີນາ 2023 ນີ້ ກອງບັນຊາການທະຫານແຂວງສາລະວັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານພະລາທິການ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ສຸລິຄອນ ລີດແສນຫວັງ ຄະນະພັກກອງບັນຊາການ ຫົວ ໜ້າຫ້ອງພະລາທິການ ທະຫານ ແຂວງສາລະວັນ, ມີຄະນະພັກ- ຄະນະບັນຊາພະນັກງານຫຼັກແຫຼ່ງຕະຫຼອດຮອດ ພະນັກງານ-ນັກ ຮົບເຂົ້າຮ່ວມ.
ບົດສະຫຼຸບທັງສອງພາກ ເຊີ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນຄະນະພັກ-ຄະນະບັນຊາໄດ້ຊີ້ນຳຮອບດ້ານເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບທົ່ວກົມກອງໄດ້ຮັບຮູ້ເຂົ້າໃຈຕໍ່ວຽກງານກຸ້ມຕົນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງທາງດ້ານການເມືອງ-ນໍາພາແນວຄິດມີຄວາມເຊື່ອໝັ້ນແນວທາງຂອງພັກ-ລັດ ປະກອບສ່ວນ
ເຮັດໜ້າຢ່າງຕັ້ງໜ້າ ແລະ ເຮັດສຳເລັດໜ້າທີ່ຕິດພັນກັບວຽກງານຮັບປະກັນແກ້ໄຂຊີວິດການເປັນຢູ່ ຮັບປະກັນ ລະບົບອັດຕາທີ່ຂັ້ນເທິງໄດ້ກຳນົດໃຫ້ສະໜອງເຂົ້າກິນ 678.444 ກິໂລກຣາມ, ເບີກຈ່າຍນໍ້າແອັດຊັງ 1.175 ລິດ, ກາຊວນ 9.279 ລິດ, ວຽກງານຂົນສົ່ງແລ່ນລົດ 55 ຖ້ຽວ, ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ໄຂ້ຍຸງໄດ້ 13 ກົມກອງ ມີຜູ້ເຂົ້າຮ່ວມທັງໝົດ 379 ສະຫາຍ ໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ແຕ່ເຂັມທີ 1-4 ໄດ້ 2.342 ໂດຍ
ໄດ້ສັກຢາໃຫ້ກົມກອງສຳເລັດ 100%, ໄດ້ຮ່ວມບໍລິຈາກເລືອດກັບອົງການກາແດງມີຜູ້ເຂົ້າຮ່ວມ 460 ສະຫາຍ ໄດ້ຮັບເລືອດ 263 ຖົງ ປິ່ນປົວຄົນເຈັບພາຍໃນ ແລະ ການບໍລິການຂອງໂຮງໝໍກົມກອງມີທັງໝົດ 3.898 ເທື່ອຄົນ, ເປັນທະຫານ 1.643 ເທື່ອຄົນ, ຄອບຄົວທະຫານ 625 ເທື່ອຄົນ, ເດັກນ້ອຍ 262 ເທື່ອຄົນ, ປະຊາຊົນ 1.229 ເທື່ອຄົນ, ປິ່ນປົວດີ 402 ເທື່ອຄົນ, ປະຕິບັດຕາມທິດຊີ້ນຳ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການກອງທັບວາງອອກ ເຊີ່ງມີເນື້ອທີ່ທຳການຜະລິດ
ທັງໝົດ 174,2 ເຮັກຕາ, ເນື້ອທີ່ປູກຝັງ 29.062 ເຮັກຕາ ສາມາດປູກຜືດຜັກໄດ້ 162.053 ກິໂລກຣາມ, ປູກພືດເປັນສິນຄ້າໄດ້ 26.753 ກິໂລກຣາມ, ປູກຕົ້ນໄມ້ກິນໝາກ 2,703 ຕົ້ນ, ປູກຕົ້ນໄມ້ອຸດສາຫະກຳໄດ້ 4.180 ຕົ້ນ, ມີສັດລ້ຽງປະເພດ ຄວາຍ 13 ໂຕ, ງົວ 492, ລ້ຽງໝູ 634 ໂຕ, ແບ້ 88 ໂຕ, ລ້ຽງສັດປີກ7.223 ໂຕ, ປະເພດສັດນ້ຳ ແລະ ເຄິ່ງບົກເຄິ່ງນ້ຳມີ 25.563 ໂຕ ສາມາດຜະລິດ
ດ້ານຊີ້ນໄດ້ 4.551 ກິໂລກຣາມ, ທຽບໃສ່ແຜນການການປະຈຳປີປະຕິບັດໄດ້ 52,79%. ນອກຈາກນັ້ນ, ກົມກອງຍັງສ້າງພື້ນຖານການຜະລິດ-ທຸລະກິດໃຫ້ກົມກອງຈາກການບໍລິການເປັນຕົ້ນ, ໂຮງແຮມ, ໂຮງໝໍ ແລະ ໂຮງງານດິນບ໋ອກອື່ນໆອີກ, ລາຍຮັບຈາກການລ້ຽງຜ່ານການຈັດຕັ້ງປະຕິບັດສາມາດສັງລວມລາຍຮັບໄດ້ຈາກການລ້ຽງ 1.126.815.000 ກີບ, ຮັບຈາກການປູກຝັງ 2.060.395.000 ກີບ, ໂຮງສີ 349.955.000 ກີບ, ຮ້ານອາຫານ ແລະ ບ້ານພັກ 165.277.000 ກີບ, ລວມລາຍຮັບທັງໝົດ 4.548.505.000 ກີບ
ໂດຍ: ພອນມະນີ ລັດສະໜີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ