ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານ 209 ເປີດ​ບັ້ນ​ອົບຮົມ​-ຫັດ​ແອບ​ໃຫ້​ທະຫານ​ໃໝ່
ເວລາອອກຂ່າວ: 2023-03-21 08:50:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 691 | ຄວາມນິຍົມ:



ວັນ​ທີ 17 ມີນາ 2023 ນີ້, ໂຮງງານ 209 ເປີດ​ບັ້ນ​ອົບຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພາລະ​ທິ​ການ-ເຕັກນິກ ໃຫ້​ທະຫານ​ໃໝ່, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ອຸ່ນ​ທອງ ບຸດ​ສຸວັນ ຫົວໜ້າ​ຫ້ອງການ ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຫ້ອງການ, ກົມ, ພະ​ແນກ​ກົມ​ໃຫຍ່​ເສນາທິການ, ພະແນກການ​ກົມ​ສື່ສານ, ກົມ​ກອງ​ອ້ອມ​ຂ້າງ, ກົມ​ກອງ​ເຫຼົ່າ​ຮົບ​ສື່ສານ ພ້ອມ​ດ້ວຍ​ຄູ-ອາຈານ ແລະ ທະຫານ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສົນທະຍາ ສີ​ຫາ​ພົນ ຮອງ​ຫົວໜ້າ​ພະ​ແນກ​ເສນາທິການ​ໂຮງງານ 209 ໄດ້​ ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ໂດຍ​ພາກ​ການເມືອງ​ຈະ​ໄດ້​ສຸມ​ ໃສ່​ອົບຮົມ​ກຽດ​ສັກ​ສີ ແລະ ຄວາມ​ຮັບຜິດຊອບ​ຂອງ​ນັກຮົບ, ເປົ້າ​ໝາຍ​ອຸດົມ​ຄະຕິ​ສູ້​ຮົບ​ຂອງ​ກອງ ທັບ, ພາລະ​ບົດບາດ ແລະ ໜ້າທີ່​ ຂອງ​ກອງທັບ​ປະຊາຊົນ​ລາວ, ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ ແລະ ມູນເຊື້ອ​ອັນ​ສະຫງ່າ​ຂອງ​ກອງ ທັບ​ປະຊາຊົນ​ລາວ, ກົດໝາຍ​ພັນ ທະ​ປ້ອງ​ກັນ​ຊາດ, ປະຊາທິປະໄຕ ແລະ ກົດ​ລະບຽບ​ຂອງ​ກອງທັບ, ພາກ​ການ​ທະຫານ​ຈະ​ໄດ້​ອົບຮົມ-ຫັດ​ແອບ ຂໍ້​ກຳນົດ, ກົດ​ລະບຽບ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ, ຄຳ​ປະຕິຍານ 8 ຂໍ້ ແລະ 12 ຂໍ້​ຕໍ່​ປະຊາຊົນ, ລະບຽບ​ຮູບ​ແຖວ​ບຸກຄົນ​ມື​ເປົ່າ​ຄົງ​ທີ່, ເຄື່ອນ​ທີ່, ມີ​ປືນ ແລະ ລະບຽບ​ຮູບ​ແຖວ​ຂັ້ນ​ໝວດ, ກອງຮ້ອຍ, ກອງພັນ​ນ້ອຍ, ລະບຽບ​ຮູບ​ແຖວ​ເຄົາລົບ​ທຸງ​ຂັ້ນ​ກອງ​ກອງຮ້ອຍ, ກອງພັນ, ຫັດກາຍ 2 ບົດ 24 ຈັງຫວະ​ມື​ເປົ່າ ແລະ ມີ​ປືນ, ມ້ວຍ 16 ຈັງຫວະ, ຫັດກາຍ​ແທງ​ກະ​ບີ 4 ທິດ 28 ຈັງຫວະ, ແລ່ນ​ມ້າງ​ປະກອບ​ອາວຸດ, ນັກຮົບ​ແຂງແຮງ​ກິລາ​ການ​ທະຫານ​ສົມທົບ, ຄຸນ​ຄ່າ​ສະມັດຖະພາບ​ຂອງ​ປືນ​ແຕ່​ລະ​ຊະນິດ, ບົດ​ຍິງ​ບຸກ​ຕີ​ກາງເວັນ, ກາງຄືນ, ບຸກຄົນ​ອາ​ໄສ​ພູມີ​ປະເທດ ແລະ ອື່ນໆ, ສ່ວນ​ວຽກ​ງານ​ພະ​ລາທິ​ການ-ເຕັກນິກ ແມ່ນ​ຈະ​ໄດ້​ອົບຮົມ​ຫັດ​ແອບ ກ່ຽວ​ກັບ 5 ເຕັກນິກ​ການ​ແພດ​ຂອງ​ເສນາ​ຮັກ, ການ​ຄຸ້ມ​ຄອງ​ລ້ຽງ​ດູ​ທັບ, ໂດຍ​ບັ້ນ​ອົບຮົມ​ຄັ້ງ​ນີ້​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 3 ເດືອນ​​ຈຶ່ງ​ຈະ​ສຳເລັດ ທັງ​ນີ້​ກໍ​ເພື່ອ​ຍົກ​ສູງ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ໃຫ້​ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ, ໂດຍ​ຖື​ເອົາ​ທິດ​ສະ​ດີ​ເປັນ​ພື້ນຖານ ແລະ ການ​ປະຕິບັດ​ຕົວ​ຈິງ​ເປັນ​ບັນຫາ​ສຳຄັນ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ