
ໂຮງງານ 209 ເປີດບັ້ນອົບຮົມ-ຫັດແອບໃຫ້ທະຫານໃໝ່
ເວລາອອກຂ່າວ: 2023-03-21 08:50:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 492 | ຄວາມນິຍົມ:
ວັນທີ 17 ມີນາ 2023 ນີ້, ໂຮງງານ 209 ເປີດບັ້ນອົບຮົມ-ຫັດແອບການເມືອງ, ການທະຫານ, ພາລະທິການ-ເຕັກນິກ ໃຫ້ທະຫານໃໝ່, ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນທອງ ບຸດສຸວັນ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຫ້ອງການ, ກົມ, ພະແນກກົມໃຫຍ່ເສນາທິການ, ພະແນກການກົມສື່ສານ, ກົມກອງອ້ອມຂ້າງ, ກົມກອງເຫຼົ່າຮົບສື່ສານ ພ້ອມດ້ວຍຄູ-ອາຈານ ແລະ ທະຫານໃໝ່ເຂົ້າຮ່ວມ.
ສະຫາຍ ພັນຕີ ສົນທະຍາ ສີຫາພົນ ຮອງຫົວໜ້າພະແນກເສນາທິການໂຮງງານ 209 ໄດ້ ຜ່ານແຜນການອົບຮົມ-ຫັດແອບ ໂດຍພາກການເມືອງຈະໄດ້ສຸມ ໃສ່ອົບຮົມກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບ, ເປົ້າໝາຍອຸດົມຄະຕິສູ້ຮົບຂອງກອງ ທັບ, ພາລະບົດບາດ ແລະ ໜ້າທີ່ ຂອງກອງທັບປະຊາຊົນລາວ, ທາດແທ້ຊົນຊັ້ນກຳມະກອນ ແລະ ມູນເຊື້ອອັນສະຫງ່າຂອງກອງ ທັບປະຊາຊົນລາວ, ກົດໝາຍພັນ ທະປ້ອງກັນຊາດ, ປະຊາທິປະໄຕ ແລະ ກົດລະບຽບຂອງກອງທັບ, ພາກການທະຫານຈະໄດ້ອົບຮົມ-ຫັດແອບ ຂໍ້ກຳນົດ, ກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ຄຳປະຕິຍານ 8 ຂໍ້ ແລະ 12 ຂໍ້ຕໍ່ປະຊາຊົນ, ລະບຽບຮູບແຖວບຸກຄົນມືເປົ່າຄົງທີ່, ເຄື່ອນທີ່, ມີປືນ ແລະ ລະບຽບຮູບແຖວຂັ້ນໝວດ, ກອງຮ້ອຍ, ກອງພັນນ້ອຍ, ລະບຽບຮູບແຖວເຄົາລົບທຸງຂັ້ນກອງກອງຮ້ອຍ, ກອງພັນ, ຫັດກາຍ 2 ບົດ 24 ຈັງຫວະມືເປົ່າ ແລະ ມີປືນ, ມ້ວຍ 16 ຈັງຫວະ, ຫັດກາຍແທງກະບີ 4 ທິດ 28 ຈັງຫວະ, ແລ່ນມ້າງປະກອບອາວຸດ, ນັກຮົບແຂງແຮງກິລາການທະຫານສົມທົບ, ຄຸນຄ່າສະມັດຖະພາບຂອງປືນແຕ່ລະຊະນິດ, ບົດຍິງບຸກຕີກາງເວັນ, ກາງຄືນ, ບຸກຄົນອາໄສພູມີປະເທດ ແລະ ອື່ນໆ, ສ່ວນວຽກງານພະລາທິການ-ເຕັກນິກ ແມ່ນຈະໄດ້ອົບຮົມຫັດແອບ ກ່ຽວກັບ 5 ເຕັກນິກການແພດຂອງເສນາຮັກ, ການຄຸ້ມຄອງລ້ຽງດູທັບ, ໂດຍບັ້ນອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ເດືອນຈຶ່ງຈະສຳເລັດ ທັງນີ້ກໍເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ມີຄວາມຊຳນານຄ່ອງແຄ້ວທາງດ້ານສິລະປະຍຸດ-ຍຸດທະວິທີ, ໂດຍຖືເອົາທິດສະດີເປັນພື້ນຖານ ແລະ ການປະຕິບັດຕົວຈິງເປັນບັນຫາສຳຄັນ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ