
ໜ່ວຍພັກບໍລິຫານ ຫ້ອງພະລາທິການ ທະຫານແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II
ເວລາອອກຂ່າວ: 2023-03-21 08:48:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 415 | ຄວາມນິຍົມ:
ຄະນະໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງພະລາທິການທະຫານແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມ ໃຫຍ່ ຄັ້ງທີ II, ໃນວັນທີ 14 ມີນາ
2023 ນີ້, ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ຄຳດີ ວັນນະລາດ ເລຂາໜ່ວຍພັກ, ຫົວໜ້າພະແນກຂົນສົ່ງຫ້ອງພະລາທິການທະຫານແຂວງ, ມີ ສະຫາຍ ພັນເອກ ລຳມະນີ ທຳມະວົງ ຄະນະພັກກອງບັນຊາການເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະໜ່ວຍພັກ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານ-ສະມາຊິກພັກເຂົ້າຮ່ວມ.
ບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ສາມາດຖອດຖອນມາໄດ້ໃນໄລຍະ 5 ປີ
ຜ່ານມາ, ຄະນະໜ່ວຍພັກ ແມ່ນ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກຢ່າງຕັ້ງໜ້າຕິດພັນ ກັບການດຳເນີນຊີວິດການເມືອງ ຂັ້ນໜ່ວຍຂັ້ນຈຸ ເປັນປົກກະຕິ, ເຮັດໃຫ້ພະນັກງານ-ສະມາຊິກພັກເຂົ້າຮ່ວມທຸກຂະບວນການຂອງໜ່ວຍພັກວາງອອກ, ກຳ ແໜ້ນແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ, ບັນດາຂໍ້ກຳນົດ, ກົດລະບຽບຂອງກອງ ທັບ ແລະ ນິຕິກຳຕ່າງໆຂອງພັກ ເປັນຢ່າງດີ ແລະ ຕໍ່ເນື່ອງ ເຮັດໃຫ້ພະນັກງານ-ສະມາຊິກພັກພາຍໃນໜ່ວຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ສາມາດເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍສະເພາະແມ່ນຖືເອົາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກົມກອງວັດທະນາທຳ-ນັກຮົບວັດທະນະທຳ. ໃນນັ້ນ, ມີສະມາຊິກພັກແຂງ 79 ສະຫາຍ, ກາງ 4 ສະຫາຍ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ໄດ້ຕາມຄາດໝາຍ.
ໂດຍ: ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ