ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ພັກ​ບໍລິຫານ ຫ້ອງ​ພະລາທິການ​ ທະຫານ​ແຂວງ​ຄຳ​ມ່ວນ​ ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II
ເວລາອອກຂ່າວ: 2023-03-21 08:48:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 517 | ຄວາມນິຍົມ:



ຄະນະ​ໜ່ວຍ​ພັກ​ບໍລິຫານ ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ພະລາທິການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ດຳເນີນ​ກອງ​ປະຊຸມ​ ໃຫຍ່ ຄັ້ງ​ທີ II, ໃນວັນ​ທີ 14 ມີນາ 2023 ນີ້, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ໂທ ຄຳ​ດີ ວັນນະ​ລາດ ເລຂາ​ໜ່ວຍ​ພັກ, ຫົວໜ້າ​ພະ​ແນກ​ຂົນສົ່ງຫ້ອງ​ພະລາທິການ​ທະຫານ​ແຂວງ, ມີ ​ສະຫາຍ ພັນ​ເອກ ລຳ​ມະນີ ທຳ​ມະ​ວົງ ຄະນະ​ພັກ​ກອງ​ບັນຊາ​ການເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ໜ່ວຍ​ພັກ, ແຂກ​ຖືກ​ເຊີນ, ພ້ອມ​ດ້ວຍ​ພະນັກງານ-ສະມາຊິກ​ພັກ​ເຂົ້າ​ຮ່ວມ. ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບາງ​ບົດຮຽນ​ທີ່​ສາມາດ​ຖອດ​ຖອນ​ມາ​ໄດ້​ໃນ​ໄລຍະ 5 ປີ ຜ່ານມາ, ຄະນະ​ໜ່ວຍ​ພັກ ແມ່ນ​ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການ ເມືອງ-ແນວ​ຄິດ​ໃຫ້​ພະນັກງານ, ສະມາຊິກ​ພັກ​ຢ່າງ​ຕັ້ງໜ້າຕິດ​ພັນ ກັບ​ການ​ດຳເນີນ​ຊີວິດ​ການເມືອງ ​ຂັ້ນ​ໜ່ວຍຂັ້ນ​ຈຸ ເປັນ​ປົກກະຕິ, ເຮັດ​ໃຫ້ພະນັກງານ-ສະມາຊິກ​ພັກເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ​ຂອງ​ໜ່ວຍ​ພັກ​ວາງ​ອອກ, ກຳ​ ແໜ້ນ​ແນວທາງ​ນະໂຍບາຍ​ ຂອງ​ພັກ-ກົດໝາຍ​ຂອງ​ລັດ, ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງ ທັບ ແລະ ນິຕິ​ກຳ​ຕ່າງໆ​ຂອງ​ພັກ​ ເປັນ​ຢ່າງ​ດີ ແລະ ຕໍ່​ເນື່ອງ ເຮັດ​ໃຫ້​ພະນັກງານ-ສະມາຊິກ​ພັກ​ພາຍ​ໃນ​ໜ່ວຍມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ໂດຍ​ສະເພາະ​ແມ່ນ​ຖື​ເອົາ​ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຕິດ​ພັນ​ກັບ​ການ​ສ້າງ​ກົມ​ກອງ​ວັດທະນາ​ທຳ-ນັກຮົບ​ວັດທະນະ​ທຳ. ໃນ​ນັ້ນ, ​ມີ​ສະມາຊິກ​ພັກ​ແຂງ 79 ສະຫາຍ, ກາງ 4 ສະຫາຍ, ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ໄດ້​ຕາມ​ຄາດໝາຍ. ໂດຍ: ລາ​ກີ ພົມ​ມີ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ