ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ນະຄອນຫຼວງ​ວຽງ​ຈັນ ສ່ອງ​ແສງ​ວຽກ​ງານ​ຮອບດ້ານ​ປະຈຳ​ເດືອນ
ເວລາອອກຂ່າວ: 2023-03-21 08:44:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ວັນ​ທີ 15 ມີນາ 2023 ນີ້, ກອງບັນຊາການທະຫານ​ນະ ຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ສ່ອງ​ແສງ​ວຽກ​ງານ​ຮອບ ດ້ານ​ ປະຈຳ​ເດືອນ 3 ປີ 2023 , ໂດຍ​ມີ ​ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການ, ຄະນະ​ ຫ້ອງ ພ້ອມ​ດ້ວຍບັນດາ​ພະແນກ ການ ຈາກ​ອົງການ 5 ຫ້ອງຕະຫຼອດ​ຮອດຄະນະ​ບັນຊາ​ຈາກ​ກົມກອງ​ອ້ອມ​ຂ້າງ​ທີ່​ຂຶ້ນ​ກັບເຂົ້າ​ຮ່ວມ. ໂອກາດ​ນີ້​, ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ​ທີ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ໃນ​ໄລ ຍະ 1 ເດືອນ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ໄດ້​ລາຍ​ງານ​ສະພາບ​ການຕ່າງໆ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ກົມ​ກອງ ແລະ ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ ໂດຍ​ແກ້​ໄຂ​ໄດ້​ຢ່າງ​ທັນ​ເວລາ ພ້ອມ​ທັງ​ຮັກສາ​ໄດ້​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ພ້ອມ​ກັນ​ນັ້ນ​ ຍັງ​ໄດ້​ຖື​ເອົາ​ວຽກ​ງານ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ເປັນ​ກົກ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ​ຢ່າງ​ໜັກ​ແໜ້ນ, ໄປ​ພ້ອມ​ກັນ​ນັ້ນ​ ກໍຍັງ​ໄດ້​ຫັນ​ເອົາ​ກຳລັງ​ຂອງ​ຕົນ​ລົງ​ກໍ່ສ້າງ​ ຮາກ​ຖານ​ການເມືອງ​ແບບ​ມູນເຊື້ອ​ຢູ່​ພາຍ​ໃນ​ຂອບ​ເຂດ​ຮັບຜິດຊອບ​ຢ່າງ​ເປັນ​ປົກກະຕິ ເພື່ອ​ຕິດຕາມ​ກວດກາ​ສະພາບ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ຖື​ເອົາ​ວຽກ​ງານ​ການ​ອົບຮົມ-ຫັດ​ແອບເປັນ​ສຳຄັນ, ໂດຍ​ສະເພາະ​ຫັດ​ແອບ​ທາງ​ດ້ານ​ສິລະປະ​ຍຸດ-ຍຸດທະວິທີ​ເພື່ອ​ສ້າງ​ຄວາມ​ຊຳນິ​ຊຳນານ​ໃຫ້​ແກ່​ພະນັກງານ-ນັກຮົບ ເພື່ອ​ຮັບປະກັນ​ມີ​ຄວາມ​ຄ່ອງ​ແຄ້ວ​ໃນ​ການ​ປະຕິບັດ​ໜ້າທີ່ ແລະ ສາມາດ​ສູ້​ຮົບ​ໃນ​ຍາມ​ທີ່​ມີ​ປະກົດ​ການ​ເກີດ​ຂຶ້ນ​ໄດ້​ທຸກເມື່ອ, ສ້າງ​ເງື່ອນໄຂ​ຊອກ​ຫາ​ແຫຼ່ງ​ລາຍ​ຮັບ ໂດຍ​ສຸມ​ໃສ່​ການ​ປູກ, ການ​ລ້ຽງ ແລະ ການ​ບໍລິການ​ຕ່າງໆ​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ເພື່ອ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດການ​ເປັນ​ຢູ່​ຂອງ​ບັນດາ​ພະນັກງານ-ນັກຮົບ​ຂອງ​ຕົນ ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ