
ທະຫານນະຄອນຫຼວງວຽງຈັນ ສ່ອງແສງວຽກງານຮອບດ້ານປະຈຳເດືອນ
ເວລາອອກຂ່າວ: 2023-03-21 08:44:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:
ວັນທີ 15 ມີນາ 2023 ນີ້, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບ ດ້ານ ປະຈຳເດືອນ 3 ປີ 2023 , ໂດຍມີ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະ ຫ້ອງ ພ້ອມດ້ວຍບັນດາພະແນກ ການ ຈາກອົງການ 5 ຫ້ອງຕະຫຼອດຮອດຄະນະບັນຊາຈາກກົມກອງອ້ອມຂ້າງທີ່ຂຶ້ນກັບເຂົ້າຮ່ວມ.
ໂອກາດນີ້, ຄະນະບັນຊາແຕ່ລະກົມກອງທີ່ເຂົ້າຮ່ວມໃນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລ
ຍະ 1 ເດືອນຜ່ານມາ ເປັນຕົ້ນແມ່ນໄດ້ລາຍງານສະພາບການຕ່າງໆທີ່ເກີດຂຶ້ນພາຍໃນກົມກອງ ແລະ ຂອບເຂດຮັບຜິດຊອບຂອງຕົນ ໂດຍແກ້ໄຂໄດ້ຢ່າງທັນເວລາ
ພ້ອມທັງຮັກສາໄດ້ຄວາມສະຫງົບປອດໄພໂດຍພື້ນຖານ, ພ້ອມກັນນັ້ນ ຍັງໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດຢ່າງໜັກແໜ້ນ, ໄປພ້ອມກັນນັ້ນ ກໍຍັງໄດ້ຫັນເອົາກຳລັງຂອງຕົນລົງກໍ່ສ້າງ
ຮາກຖານການເມືອງແບບມູນເຊື້ອຢູ່ພາຍໃນຂອບເຂດຮັບຜິດຊອບຢ່າງເປັນປົກກະຕິ ເພື່ອຕິດຕາມກວດກາສະພາບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະຫງົບປອດໄພ, ຖືເອົາວຽກງານການອົບຮົມ-ຫັດແອບເປັນສຳຄັນ, ໂດຍສະເພາະຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີເພື່ອສ້າງຄວາມຊຳນິຊຳນານໃຫ້ແກ່ພະນັກງານ-ນັກຮົບ ເພື່ອຮັບປະກັນມີຄວາມຄ່ອງແຄ້ວໃນການປະຕິບັດໜ້າທີ່ ແລະ ສາມາດສູ້ຮົບໃນຍາມທີ່ມີປະກົດການເກີດຂຶ້ນໄດ້ທຸກເມື່ອ, ສ້າງເງື່ອນໄຂຊອກຫາແຫຼ່ງລາຍຮັບ ໂດຍສຸມໃສ່ການປູກ, ການລ້ຽງ ແລະ ການບໍລິການຕ່າງໆຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງບັນດາພະນັກງານ-ນັກຮົບຂອງຕົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ