ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ອຸດົມ​ໄຊ ເປີດ​ຊຸດ​ອົບຮົມ​ໃຫ້​ທະຫານ​ໃໝ່ ​ຊຸດ​ທີ 28
ເວລາອອກຂ່າວ: 2023-03-21 08:41:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ວັນ​ທີ 28 ກຸມພາ 2023 ນີ້, ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ອຸດົມ​ໄຊ ໄດ້​ເປີດ​ຊຸດ​ອົບຮົມ​-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ​ໃຫ້​ທະຫານ​ໃໝ່​ ຊຸດ​ທີ 28 ປະຈຳ​ປີ 2023, ໂດຍ​ມີ ​ສະຫາຍ ພັນ​ເອກ ຄຳ​ເຜີຍ ໂສມ​ພັນ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກາ​ອົງການ 5 ຫ້ອງ, ແຂກ​ຖືກ​ເຊີນ, ຄູ-ອາຈານ ແລະ ທະຫານ​ໃໝ່​ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ພອນ​ແກ້ວ ດາລາ​ເພັດ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ໄດ້​​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ​ວຽກ​ງານ​ການ​ທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ​ໃຫ້​ທະຫານ​ໃໝ່​ ຊຸດ​ທີ 28 ປະຈຳ​ປີ 2023, ໂດຍ​ອີງ​ຕາມ​ໂຄງການ​ຫຼັກສູດ​ອົບຮົມ​ທະຫານ​ໃໝ່​ລະບົບ 90 ວັນ, ເພື່ອ​ອົບຮົມ​ໃຫ້​ທະຫານ​ໃໝ່​ວິຊາ​ການ​ທະຫານ​ຂັ້ນ​ພື້ນຖານ​ຢູ່​ບັນດາ​ກົມ​ກອງ, ກຳລັງ​ທ້ອງຖິ່ນ​ເພື່ອ​ສົ່ງ​ຄວາມ​ຮູ້​ ຄວາມ​ສາມາດ​ໃຫ້​ທະຫານ​ໃໝ່ ຮັບ​ຮູ້​ ແລະ ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ. ເຊິ່ງ​ການ​ອົບຮົມ​ຄັ້ງ​ນີ້ ມີ​ວິຊາ​ການເມືອງ, ວິຊາ​ລະບຽບ-ກິ ລາ, ວິຊາ​ສິລະປະ​ຍຸດ​ທະຫານ​ຮາບ, ວິຊາ​ຍຸດທະວິທີ​ທະຫານ​ຮາບ ແລະ ວິຊາ​ພະລາທິການ-ເຕັກນິກ. ການ​ອົບຮົມ-ຫັດ​ແອບ​ຄັ້ງ​ນິ້​ມີ​ທະຫານ​ໃໝ່ ​ທັງ​ໝົດ 41 ສະຫາຍ, ຍິງ 1 ສະຫາຍ. ສະຫາຍ ພັນ​ເອກ ຄຳ​ເຜີຍ ໂສມ​ພັນ ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດ ຊອບ​ການ​ກະກຽມ​ເປີດ​ອົບຮົມ-​ຫັດ​ແອບ​ຄັ້ງ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ຄະນະ​ຮັບຜິດຊອບ, ຄູ-ອາຈານ ແລະ ​ທະຫານ​ໃໝ່​ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ ​ໃນ​ການຈັດຕັ້ງ​ຮ່ຳຮຽນ, ກຳແໜ້ນ​ບັນດາ​ເນື້ອ​ໃນ, ຫຼັກສູດ, ຂໍ້​ກຳ ນົດ​, ກົດ​ລະບຽບ​ຂອງ​ກອງທັບ​ ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເອົາໃຈ ໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນເອງ​ທາງ​ ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ເສີມ​ຂະ​ຫຍາຍ​ແນວ​ຄິດດຸໝັ່ນ ຂະຫຍັນພຽນ, ອອກແຮງ​ງານ ເພີ່ມ​ພູນ​ຜະລິດຜົນ​ຕາມ​ທິດ​ນຳ​ ຂອງ​ກົມ​ໃຫຍ່​ພະລາທິການ​ວາງ ​ອອກ, ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ ​ຕົນ​ເອງ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ-ພາຍນອກ​ລະຫວ່າງ​ກອງທັບ​ກັບ​ປະຊາຊົນ, ພ້ອມ​ກັນ​ຈັດ​ຕັ້ງ​ເຝິກແອບຮໍ່າ ຮຽນ​ໃຫ້​ສຳເລັດ​ຕາມ​ແຜນການ, ສອນ​ດີ, ຮຽນ​ເກັ່ງ​ຮອບດ້ານ ແລະ ໄດ້​ຮັບ​ໝາກຜົນ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ