
ໜ່ວຍສະຫະພັນແມ່ຍິງ ຫ້ອງເສນາທິການ ກອງພົນທີ 2 ເປີດກອງປະຊຸມໃຫຍ່ ຄັ້ງທີ Vll
ເວລາອອກຂ່າວ: 2023-03-21 08:37:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 510 | ຄວາມນິຍົມ:
ໃນວັນທີ 14 ມີນາ 2023 ນີ້, ໜ່ວຍສະຫະພັນແມ່ຍິງ ຫ້ອງເສນາທິການ ກອງພົນທີ 2 ໄດ້ເປິດກອງປະຊຸມໃຫຍ່ ຄັ້ງທີ Vll, ໂດຍມີ ສະຫາຍ ພັນໂທ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ຄະ ນະໜ່ວຍ, ສະມາຊິກແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ຄຳປອນ ທິດາລັກ ເລຂາຄະນະໜ່ວຍສະຫະພັນແມ່ຍິງ ຫ້ອງເສນາທິການ ກອງພົນທີ 2 ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນເຮັດໃຫ້ສະມາຊິກແມ່ຍິງມີແນວຄິດຕື່ນຕົວປະກອບສ່ວນເຂົ້າທຸກວຽກງານຂອງກົມກອງ,
ໄລຍະ 5 ປີຜ່ານມາ, ຄະນະໜ່ວຍແມ່ຍິງໄດ້ເອົາໃຈໃສ່ຊຸກຍູ້ວຽກງານພັດທະນາແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ-ລ້ຽງ ສັດ, ຂາຍເຄື່ອງຍ່ອຍ ສ້າງແຫຼ່ງ
ລາຍຮັບເຂົ້າຄັງລວມ ໄດ້ 29.550.000 ກີບ, ມີເງິນກອງທຶນທັງໝົດ 9.500.000 ກີບ. ຈາກຜົນງານດັ່ງກ່າວ ສະມາຊິກແມ່ຍິງໄດ້ຮັບການຍ້ອງຍໍ ຄື: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III ຈຳນວນ 6 ສະຫາຍ, ຫຼຽນກາແຮງງານ ຈຳນວນ 9 ສະຫາຍ, ຮັບນາມມະຍົດ 4 ບຸກ ຈຳນວນ 11 ສະຫາຍ ແລະ ໃບຍ້ອງຍໍປະເພດຕ່າງໆ 15 ໃບ, ສ້າງໄດ້ພົນລະເມືອງດີ 18 ສະຫາຍ, ພັດທະນາດີ 17 ສະຫາຍ, ສ້າງຄອບຄົວດີ 17, ສະຫາຍ, ແມ່ຍິງ 3 ດີ ປະເພດ l ຈຳນວນ 17 ສະຫາຍ. ຈາກ
ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານອົງການຈັດຕັ້ງສະຫະພັນແມ່ຍິງໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ