ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຊຽງຂວາງ ມອບເງິນຊົດເຊີຍໃຫ້ນາຍທະຫານ ພັກການຮັບເບ້ຍບຳນານ
ເວລາອອກຂ່າວ: 2023-03-20 16:20:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ໃນວັນທີ 17 ມີນາ 2023 ນີ້ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີມອບເງິນຊົດເຊີຍ ໃຫ້ນາຍທະຫານພັກການຮັບເບ້ຍບຳນານ. ໂດຍການເຂົ້າຮ່ວມຂອງ ສະຫາຍພົນຈັດຕະວາ ຂັນທອງ ວົງອຳຄາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານນາຍທະຫານທີ່ໄດ້ຮັບບຳນານເຂົ້າຮ່ວມ. ສະຫາຍ ພັນໂທ ສີສົມພອນ ອ່ອນດາວົງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ທະຫານແຂວງຊຽງຂວາງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບເບ້ຍບຳນານສະບັບເລກທີ 530/ກປທ ລົງວັນທີ 7 ກຸມພາ 2023 ອີງຕາມກົດໝານນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ລົງວັນທີ 14 ມິຖຸນາ 2018 ໝວດ 1 ມາດຕາ 33 ແລະ 34 ອີງຕາມກົດໝາຍປະກັນສັງຄົມ ສະບັບປັບປຸງ ເລກທີ 54 ລົງວັນທີ 27 ມິຖຸນາ 2018 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1758 ວ່າດ້ວຍການປະຕິບັດນະໂຍບາຍຄ່າຄອງຊີບ. ກະຊວງປ້ອງກັນປະເທດຕົກລົງ: ມອບເງິນຊົດເຊີຍໃຫ້ພະນັກງານນາຍທະຫານທີ່ໄດ້ຮັບເບ້ຍບຳນານ ຈຳນວນ 5 ສະຫາຍຄື: ສະຫາຍພັນຕີ ຄຳຜຸຍ ແອລໍຄຳ ຫົວໜ້າຂະແໜງຜະລິດ ກອງບັນຊາການທະຫານເມືອງຄູນ ພ້ອມທັງຍົກຂັ້ນເງິນເດືອນໃຫ້ທຽບເທົ່າພັນໂທ, ພັນຕີ ຄຳສິງ ຈັນທະບູນ ບໍລິຫານ ໂຮງຮຽນການທະຫານທ້ອງຖິ່ນ ພ້ອມຍົກຂັ້ນເງິນເດືອນທຽບເທົ່າພັນໂທ, ພັນຕີ ນາງ ວັນເພັງ ເຮືອງທະພັນ ຊ່ວຍວຽກບໍລິຫານ ຫ້ອງການເມືອງ ທະຫານແຂວງ ພ້ອມຍົກຂັ້ນເງິນເດືອນທຽບເທົ່າພັນໂທ, ພັນຕີ ນາງ ສີດາ ຫຼ້າບຸນຈັນ ປຸງແຕ່ງ ຫ້ອງພະລາທິການ ທະຫານແຂວງ ຍົກຂັ້ນເງິນເດືອນທຽບເທົ່າພັນໂທ ແລະ ຮ້ອຍເອກ ວັນດີ ສີດາຄຳ ຮອງພະແນກບໍລິຫານ-ສັງລວມ ເມືອງພູກູດ ຍົກຂັ້ນເງິນເດືອນທຽບເທົ່າພັນຕີ ຈາກນັ້ນ ສະຫາຍພົນຈັດຕະວາ ຂັນທອງ ວົງອຳຄາ ກໍໄດ້ມອບເງິນອຸດໜູນຈຳນວນ 86.682.962 ກີບ ພ້ອມທັງໂອ້ລົມ ແລະ ຊີ້ນຳຫຼາຍບັນຫາທີ່ສຳຄັນ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາສະຫາຍ ທີ່ໄດ້ສູ້ຊົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກນາໆປະການ ປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງ ພັກ-ລັດ, ກົມກອງ ກໍຄືປະຊາຊົນມອບໝາຍໃຫ້ມີຜົນສຳເລັດ, ເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການປັບປຸງພັດທະນາກົມກອງ ແລະ ປະຕິບັດ 2 ໜ້າທີຍຸດທະສາດຂອງພັກຄຶ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຮຽກຮ້ອງໃຫ້ບັນດາສະຫາຍຈົ່ງສືບຕໍ່ເສີມ ຂະຫຍາຍມູນເຊື້ອດັ່ງກ່າວ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ, ພະນັກງານຮຸ້ນສືບທອດຕໍ່ໄປ, ປະກອບສ່ວນນຳອຳນາດການປົກຄອງບ້ານ, ໂຄສະນາສຶກສາອົບຮົມຍົກສູງສະຕິລະວັງຕົວ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະຕິບັດລະບຽບກົດໝາຍບ້ານເມືອງ ສ້າງສາພັດທະນາຄອບຄົວຂອງຕົນໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມເປັນລະບຽບຮ້ຽບຮ້ອຍ. ຂ່າວ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ