ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກສາງໂພກ-ບໍລິໂພກ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ XI
ເວລາອອກຂ່າວ: 2023-03-20 16:13:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 17 ມີນາ 2023 ນີ້, ໜ່ວຍພັກສາງອຸປະໂພກ-ບໍລິໂພກ ກອງທັບ, ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ XI ຂື້ນ, ໂດຍການເປັນປະທານຂອງ ສະຫາຍພົນຈັດຕະວາ ບຸນຍົງ ວົງພົມ ກໍາມະການຄະນະພັກອົງການກົມໃຫຍ່ ເລຂາໜ່ວຍພັກ, ຫົວໜ້າກົມຂົນສົ່ງ, ກົມໃຫຍ່ພະລາທິການກອງທັບ, ມີພະແນກຈັດຕັ້ງພັກ-ພະນັກງານ ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍພັນໂທ ແສງອາລຸນ ແກ້ວອູທອງ ເລຂາໜ່ວຍພັກ ຫົວໜ້າການເມືອງສາງອຸປະໂພກ-ບໍລິໂພກກອງທັບ, ໄດ້ຂື້ນຜ່ານບົດລາຍງານການເມືອງ ເຊິ່ງສະຫາຍຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງໜ່ວຍພັກໃນໄລຍະຊຸມປີຜ່ານມາ, ເຊິ່ງໜ່ວຍພັກສາງອຸປະໂພກ-ບໍລິໂພກ ເປັນໜ່ວຍພັກໜຶ່ງ ຢູ່ພາຍໃຕ້ການຊີ້ນຳ-ນໍາພາໂດຍກົງຮອບດ້ານຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມອຸປະໂພກ-ບໍລິໂພກ, ກົມໃຫຍ່ພະລາທິການກອງທັບ ກໍ່ຄືກະຊວງປ້ອງກັນປະເທດ, ທາງດ້ານວຽກງານຮັບປະກັນການຮັບ, ເບີກຈ່າຍເຄື່ີອງນຸ່ງຫົ່ມ ແລະ ອຸປະກອນຮັບໃຊ້ເຮືອນຄົວໃຫ້ທົ່ວກອງທັບ ຕາມຄວາມຮຽກຮ້ອງຕ້ອງການ ເມື່ອມີຄໍາສັ່ງຈາກຂັ້ນເທິງ, ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄ້ວາ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຂົ້າຮ່ວມຟັງການປະຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີສະຕິໃນການນຳໃຊ້ງົບປະມານຢ່າງມປະຢັດ, ສັດຊື່, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ວຽກງານນະໂຍບາຍ ແລະ ປະກັນສັງຄົມ, ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ຖືກຕ້ອງຕາມແນວທາງຂອງພັກ ແລະ ຂໍ້ກໍານົດ, ກົດໝາຍຂອງກອງທັບ ແລະ ເງື່ອນໄຂຕົວຈິງຂອງກົມກອງ, ໃນນີ້ໄດ້ຮັບຫຼຽນກາລະນຶກ 70 ປີຂອງກອງທັບໄດ້ 36 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II 6 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III 9 ສະຫາຍ, ໃບຍ້ອງຍໍຂັ້ນກະຊວງປ້ອງກັນປະເທດ 10 ສະຫາຍ, ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງ 9 ສະຫາຍ, ອະນຸມັດສ້າງຄອບຄົວໃໝ່ໄດ້ 8 ຄູ່ ແລະ ພັກຜ່ອນຮັບເບ້ຍບໍານານ 2 ສະຫາຍ, ວຽກງານແກ້ໄຂຊີວິດການເປັນຢູ່, ບົນຈິດໃຈເສີມຂະຫຍາຍທິດນໍາກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີຂື້ນເທື່ອລະກ້າວ, ສ້າງລາຍຮັບເຂົ້າກົມກອງ ດ້ວຍການເພີ່ມພູນຜະລິດຜົນປູກຝັງ-ລຽ້ງສັດ, ມອບພັນທະເຂົ້າກົມກອງ ແລະ ມີລາຍຮັບຈາກການຂາຍເຄື່ອງຍ່ອຍພາຍໃນກົມກອງ ແລະ ເງິນແຮງງານໜັກອີກຈຳນວນໜື່ງ, ເຊິ່ງສະເລ່ຍລາຍຮັບ 1.032.000 ກີບຕໍ່ຄົນຕໍ່ປີ. ຈາກນັ້ນບັນດາສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຂື້ນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງຢ່າງກົງໄປກົງມາ ແລະ ເອກະພາບຕໍ່ທິດທາງແຜນການນໍາພາຂອງໜ່ວຍພັກແຕ່ນີ້ຮອດປີ 2028, ຈາກນັ້ນສະມາຊິກພັກສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກສາງອຸປະໂພກ-ບໍລິໂພກຊຸດໃໝ່, ເຊິ່ງເລືອກເອົາ ພັນໂທ ແສງອາລຸນ ແກ້ວອູທອງ ເປັນເລຂາໜ່ວຍພັກ, ພັນໂທ ສຸລິໄຊ ວົງດີ ເປັນຮອງເລຂາ, ພັນໂທ ເພັດສະໝອນ ຂຸນສັກດາ, ພັນຕີ ວົງພັນ ແພງບຸບຜາ ແລະ ພັນໂທ ນາງ ວັນພອນ ອົມດາລາ ເປັນກໍາມະການ. ໂອກາດນີ້, ສະຫາຍພົນຈັດຕະວາ ບຸນຍົງ ວົງພົມ ກໍໄດ້ໂອ້ລົມຕໍ່ກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມດ້ວຍພະນັກງານ-ສະມາຊິກພັກ ທຸກສະຫາຍ, ຈົ່ງພ້ອມກັນເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນກົກ, ມີຄວາມສາມັກຄີພາຍໃນພັກ, ເປັນເຈົ້າການປົກປ້ອງແນວທາງອຸດົມການຂອງພັກ, ຕ້ານໄດ້ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂື້ນພາຍໃນພັກ, ເສີມຂະຫຍາຍນໍ້າໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕໍ່ກັບຄະນະໜ່ວຍພັກຊຸດໃໝ່ນີ້, ທີ່ໄດ້ຖືກຮັບການປ່ອນບັດຄັດເລືອກເປັນຄະນະພັກ, ຈົ່ງເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍ ບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ, ປະຕິບັດລະບອບດໍາເນີນຊີວິດການ ເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ມີການສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍງານຄະນະພັກຂັ້ນເທິງຢ່າງເປັນປະຈໍາ, ຄຸ້ມຄອງ ແລະ ຮັບປະກັນດ້ານວຽກງານອຸປະໂພກ-ບໍລິໂພກ ໃຫ້ຄົບຖ້ວນພຽງພໍຕາມຄວາມຕ້ອງການຂອງກອງທັບໃນໄລຍະໃໝ່. ຂ່າວ-ພາບ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ