ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ລົງ​ຕິດຕາມ, ກວດກາ ແລະ ຊຸກຍູ້​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ
ເວລາອອກຂ່າວ: 2023-03-20 09:20:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ກອງ​ປະຊຸມ​ຕິດຕາມ, ກວດກາ ແລະ ຊຸກຍູ້​ການຈັດຕັ້ງ​ປະ ຕິບັດ 2 ວາລະ​ແຫ່ງ​ຊາດ 5 ຫົວ ໜ່ວຍກົມ​ກອງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີນາ 2023 ນີ້, ຢູ່​ທີ່​ສະໂມສອນ​ຫ້ອງ​ການເມືອງ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ ສະຫາຍ ພົນ​ຈັດຕະວາ ບຸນ​ຍົງ ດາ​ດົງ​ໄຊ ຮອງປະທານ ສານປະຊາຊົນສູງສຸດ, ປະທານ​ສານ​ທະຫານຂັ້ນສູງ, ມີ​ຄະນະ​ພັກ-ຄະນະ​ບັນຊາກອງ​ບັນຊາ​ການ​ທະຫານ​ແຂວງຫຼວງພະບາງ, ໂຮງໝໍ​ບໍລິເວນ 107, ໂຮງງານ​ປະສານ​ເຫຼົ່າ​ຮົບ, ສານທະຫານ​ ພາກ​ເໜືອ, ອົງການໄອຍະການ​ ທະຫານ​ພາກ​ເໜືອ, ພະນັກງານ​ ຫຼັກ​ແຫຼ່ງຕະຫຼອດ​ຮອດພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ພາຍຫຼັງ​ຕາງໜ້າ 5 ຫົວໜ່ວຍ​ກົມ​ກອງ ໄດ້​ຜັດປ່ຽນ​ກັນ​ຜ່ານ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ, ເຊິ່ງ​ໃນ​ໄລຍະ​ຜ່ານ​ມາຄະ​ນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ​ກອງ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ​ການຈັດຕັ້ງ​ເຊື່ອມ​ຊຶມ 2 ວາລະ​ແຫ່ງ​ຊາດ​ຢ່າງ​ທົ່ວ​ເຖິງ, ອອກ​ຂໍ້​ຕົກລົງ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ກວດກາ​ສານ​ເສບ​ຕິດ. ໃນ​ນີ້, ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ນາຍ ແລະ ພົນທະຫານ​ຮັບ​ຮູ້, ເຊຶ່ອມ​ຊຶມ ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ ໂດຍ​ສະເພາະ​ແມ່ນ​ວາລະ​ແຫ່ງ​ຊາດ ການ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ, ສຸມ​ໃສ່​ປະຕິບັດ​ຄຳ​ຂວັນ ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ແລະ ປະ​ຍັດ​ມັດທະຍັດ, ເອົາໃຈໃສ່​ຊີ້​ນຳ​ວິຊາ​ສະເພາະ​ໃນ​ການ​ຄຸ້ມ​ຄອງ​ງົບປະມານ​ແບບ​ລວມສູນ, ເຂົ້າ-ອອກ​ຜ່ານ​ປະຕູດຽວຢ່າງ​ເຂັ້ມ​ງວດ, ຮັບປະກັນຕອບ​ສະໜອງ​ງົບປະມານ​ເງິນເດືອນ, ເງິນ​ຊື້​ເຂົ້າ, ຮ່ວງ​ອົບຮົມ-ຫັດ​ແອບ ແລະ ອື່ນໆ. ພ້ອມ​ກັນ​ນີ້, ຍັງ​ໄດ້​ມີ​ການ​ປະສານ​ງານ​ພົວພັນ​ຮ່ວມ​ມື​ກັບ​ແຂວງ​ເຊີນ​ລາ, ແຂວງ​ດຽນ​ບຽນ ​ສສ ຫວຽດນາມ ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຮ່ວມ​ມື​ກັນ​ຕ້ານ ແລະ ສະກັດ​ກັ້ນ, ການ​ລັກລອບ​ຄ້າຂາຍ ແລະ ລຳລຽງ​ຂົນສົ່ງ​ເຂົ້າ-ອອກ​ທາດ​ສິ່ງ​ເສບ​ຕິດຕາມ​ຂອບ​ເຂດ​ບໍລິເວນ​ຊາຍ​ແດນ​ຢ່າງ​ເຂັ້ມ​ງວດ. ໂອກາດ​ນີ້, ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ກຳ​ແໜ້ນ​ແນວທາງ​ການ​ປ່ຽນແປງ​ໃໝ່​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ເຊື່ອມ​ຊຶມ ແລະ ກຳ​ແໜ້ນ​ທິດ​ທາງ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ, ພ້ອມ​ກັນ​ເຊີດ​ຊູ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ດຸໝັ່ນ​ຊື່ສັດ​ປະຢັດ​ຊັດ​ທ່ຽງ, ຍູ້​ແຮງ​ການ​ເພີ່ມ​ພູນ​ປູກຝັງ-ລ້ຽງສັດ, ເພື່ອ​ປັບປຸງ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງໃຫ້​ນັບ​ມື້​ດີ​ຂຶ້ນ, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ; ກອງ 3 ປອດ, ນັກຮົບ ແລະ​ ກົມ​ກອງວັດທະນະທຳ​ໃຫ້​ບັນລຸ​ຕາມ​ຄາດໝາຍ. ໂດຍ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ