ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ນະຄອນຫຼວງ​ວຽງ​ຈັນ ຈັດ​ຕັ້ງ​ກອງ​ປະຊຸມ ​ຄົບ​ຄະນະ​ບໍລິຫານ​ງານ​ພັກ ກາງ​ສະໄໝ​ທີ V
ເວລາອອກຂ່າວ: 2023-03-20 09:13:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ ກາງສະໄໝ​ທີ V ຂອງ​ອົງຄະ​ນະ​ພັກ​ກອງບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ໄດ້​ຈັດ​ຂຶ້ນ​ໃນ​ວັນທີ 13 ມີນາ 2023 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ​ສະຫາຍ ພົນຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຮອງ​ເລຂາຄະນະພັກ ນະຄອນຫຼວງວຽງ​ຈັນ, ເຊິ່ງ​ມີ​ ສະຫາຍ ພົນຈັດຕະວາ ໄພ​ວັນ ຈັນທະພົມມາ ກຳມະການຄະນະປະຈຳ​ພັກ​ນະຄອນຫຼວງ, ເລຂາ​ຄະນະພັກ ຫົວໜ້າການເມືອງ ​ກອງ​ບັນຊາການທະຫານນະ ຄອນຫຼວງ​ວຽງຈັນ, ທ່ານ ວິລະ​ສັກ ນາມ​ມູນ​ຕີ ກຳມະການ​ຄະນະ​ປະຈຳ​ພັກ ປະທານ​ກວດກາ​ພັກ ນະຄອນຫຼວງ​ວຽງຈັນ, ມີ​ຄະນະ​ພັກ​ກອງ​ບັນຊາ​ການ, ພ້ອມ​ດ້ວຍ​ບັນດາ​ເລຂາ-ຮອງ​ເລຂາຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ ທົ່ວ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ໃນ​ກອງ​ປະຊຸມ ສະຫາຍ ພັນ​ເອກ ບົວ​ເງິນ ຫົງ​ໄຂຄຳ ກຳມະການ​ຄະນະ​ປະຈຳ ພັກຫົວ ໜ້າຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ຊີ້​ນຳ-ນຳພາ​ວຽກ​ງານ​ຮອບດ້ານ ໃນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ກາງ​ສະໄໝ​ທີ V ແລະ ທິດ​ທາງ​ແຜນການ​ໃນຕໍ່ໜ້າ ຢ່າງ​ກົງ​ໄປ​ກົງ​ມາ ແລະ ໄດ້​ຮັບ​ຟັງ​ການ​ປະ ກອບ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ບາງ​ບັນຫາ​ຫົວຂໍ້​ທີ່​ສຳຄັນ ເປັນຕົ້ນ​ແມ່ນວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ,ວຽກ​ງານ​ກໍ່ສ້າງ​ພັກ-ຂະຫຍາຍ​ພັກ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ວຽກ​ງານ​ການ​ນຳພາ​ຂອງ​ພັກ​ຕໍ່​ການ​ກຽມພ້ອມ​ສູ້​ຮົບ ແລະ ປັບປຸງ​ລະບຽບ​ແບບແຜນ ເພື່ອ​ເປັນ​ການ​ແນໃສ່​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ບົດ​ສະຫຼຸບ​ມີ​ຄວາມ​ສົມບູນ​ຢ່າງ​ເລິກເຊິ່ງ ຈາກ​ນັ້ນ ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ກໍໄດ້​ຜ່ານ​ຮ່າງ​ບົດ​ສຳ​ຫຼວດ​ການ​ນຳພາ​ລວມ​ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ກາງສະໄໝ​ທີ V, ຕະຫຼອດ​ໄລຍະ​ຜ່ານ ໄດ້​ພ້ອມ​ກັນ​ສຸມ​ທຸກ​ຄວາມ​ສາ ມາດ, ສະຕິ​ປັນຍາ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ເຂົ້າ​ໃນ​ການ​ຊີ້​ນຳ-ນຳພາ, ປັບປຸງ​ກໍ່ສ້າງ​ພັກ, ກໍ່ສ້າງ​ກົມ​ກອງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ນະຄອນຫຼວງ​ວຽງ​ຈັນ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ມີ​ຜົນສຳເລັດ​ຫຼາຍດ້ານ, ບັນດາ​ສະຫາຍ​ຄະນະ​ພັກ​ມີ​ທັດ ສະນະ​ຫຼັກ​ໝັ້ນ ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ, ຍຶດ​ໝັ້ນຕໍ່​ ອຸດົມ​ການ​ຂອງ​ພັກ, ມີ​ຄວາມເປັນ ​ເອກະ​ພາບ​ຕໍ່​ແນວທາງ​ປ່ຽນ ແປງ​ໃໝ່​ຂອງ​ພັກ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ ແລະ ຍຶດ​ໝັ້ນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນໝູ່​ຄະນະ, ນອກຈາກ​ນັ້ນ​ຍັງ​ໄດ້​ເອົາ ໃຈໃສ່​ຊີ້​ນຳ-ນຳພາ​ກົມ​ກອງ ໃນ​ການຈັດຕັ້ງປະຕິບັດວຽກ​ງານດ້ານ​ຕ່າງໆ ເພື່ອ​ເຮັດ​ໃຫ້​ທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ​ ມີ​ບາດກ້າວ​ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ, ປັດຈຸ​ບັນ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ປະກອບ​ມີ 11 ສະຫາຍ, ມີ 11 ຄະນະ​ພັກ​ຮາກ​ຖານ, ມີ 53 ໜ່ວຍ ​ພັກ​ຂຶ້ນ​ກັບ, ມີ​ສະມາຊິກພັກທັງ ​ໝົດ 1,254 ສະຫາຍ, ຍິງ 201 ສະຫາຍ, ສະມາຊິກ​ພັກ​ສຳຮອງ 125 ສະຫາຍ, ຍິງ 20 ສະຫາຍ, ເຊິ່ງ​ໄລຍະກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ກາງ​ສະໄໝ​ແມ່ນ​ສາມາດ​ເຄື່ອນ​ໄຫວ ແລະ ຈັດ​ຕັ້ງ​ປະຕິບັດ​ໄດ້​ຫຼາຍ​ດ້ານ​ເປັນຕົ້ນໜ່ວຍ​ພັກ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກແໜ້ນ ມີ 72 ໜ່ວຍ​ພັກ, ສຳເລັດ​ການ​ເປີດ​ອົບຮົມ​ວຽກ​ງານ​ກວດສອບ ​ເລຂາ-ຮອງ​ເລຂາຄະນະ​ພັກຮາກ​ຖານ, ເລຂາ-ຮອງ​ເລຂາ​ໜ່ວຍ ພັກ​ທົ່ວ​ອົງຄະນະພັກກອງ​ບັນ ຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ຈຳນວນ 1 ຄັ້ງ ມີຜູ້ເຂົ້າ​ ຮ່ວມ 128 ສະຫາຍ, ຍິງ 4 ສະ ຫາຍ, ສຳເລັດກອງປະຊຸມວຽກ​ງານຈັດຕັ້ງ​ກໍ່ສ້າງ​ພັກ-ພະນັກ ງານ​ໄລຍະ 5 ປີ ມີ​ຜູ້​ເຂົ້າຮ່ວມ 1 22 ສະຫາຍ, ສຳເລັດ​ກອງ​ປະ ຊຸມເ​ຝິກ​ອົບຮົມ​ວຽກ​ງານ​ກໍ່ສ້າງ​ພັກ-ວຽກ​ງານ​ການເມືອງ ປະຈຳ​ປີ 2022 ມີ​ຜູ້​ເຂົ້າ​ຮ່ວມ 157 ສະຫາຍ, ຍິງ 08 ສະຫາຍ, ມອບ​ບັດສະມາຊິກ​ພັກ​ສົມບູນ​ຈຳນວນ 270 ສະຫາຍ, ແຕ່ງຕັ້ງ​ບົ່ງ​ຕົວ​ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ 1 ສະຫາຍ, ປະກາດ​ສ້າງຕັ້ງ​ໜ່ວຍ​ພັກ​ໃໝ່ ໄດ້ 2 ໜ່ວຍ​ພັກ ແລະ ປັບປຸງ​ເລຂາ-ຮອງ​ເລຂາ, ກຳມະການ​ກວດກາ​ຄະນະ​ພັກ​ຮາກ​ຖານ ໄດ້ 6 ຄະນະ​ພັກ, ປັບປຸງ​ເລຂາ,ຮອງ​ເລຂາ ແລະ ຄະນະ​ໜ່ວຍ​ພັກ ໄດ້ 18 ຄະນະ. ພ້ອມ​ນັ້ນ​ຍັງ​ມີ​ສະມາຊິກ​ພັກ​ສຳຮອງ​ເລື່ອນ​ເປັນ​ສະມາຊິກ​ພັກ​ສົມບູນ ຈຳນວນ 252 ສະຫາຍ, ຍິງ 31 ສະຫາຍ, ຂະຫຍາຍມະ ຫາຊົນຜູ້ກ້າວໜ້າເຂົ້າເປັນສະ ມາຊິກ​ພັກ​ສຳຮອງ ມີ 250 ສະ ຫາຍ, ຍິງ 34 ສະຫາຍ, ຂະຫຍາຍ​ ມະຫາຊົນ​ຜູ້​ກ້າວໜ້າເຂົ້າຮຽນ​ກົດ​ລະບຽບ​ພັກ 347 ສະຫາຍ, ຍິງ 44 ສະຫາຍ ແລະ ຂະຫຍາຍ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ສະໜັບສະໜູນ ຈຳນວນ 327 ສະຫາຍ, ຍິງ 35 ສະຫາຍ. ໃນ​ໂອກາດ​ດັ່ງກ່າວ, ​ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ໃຊ້​ສິດປະຊາທິປະໄຕ​ຂອງ​ຕົນ ເຂົ້າ​ໃນ​ການ​ປ່ອນ​ບັດ ຢັ່ງ​ຫາງ​ສຽງ​ຄະນະ​ພັກ ເຊິ່ງ​ເປັນ​ການ​ທາບ​ທາມ​ຄວາມ​ໄວ້​ວາງໃຈ ເພື່ອສືບຕໍ່​ເປັນ​ຫຼັກ​ແຫຼ່ງ​ໃນ​ການຊີ້​ນຳ-ນຳພາ​ກົມ​ກອງ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ ໃຫ້​ມີ​ຜົນສຳເລັດກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ