ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ທາບ​ທາມ​ສ້າງ​ແຜນ​ກຳນົດ​ ພະນັກງານ​ນຳພາ-ບັນຊາ ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ
ເວລາອອກຂ່າວ: 2023-03-20 09:09:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ໃນ​ວັນ​ທີ 13 ມີນາ 2023 ນີ້, ຢູ່​ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ໄດ້​ເປີດ​ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງຂຶ້ນ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຈັດຕະວາ ທອງ​ພັນ ສຸ​ທຳ​ມະວົງ ກຳມະການ​ຄະນະ​ພັກກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ ສະຫາຍ ພັນ​ໂທ ຈັນທະ​ວີ ພົງ​ສຸທິ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ ມີ​ ສະຫາຍ ພັນ​ເອກ ເພັດ​ລະຄອນ ມະນີ​ຈັນ ເລຂາ​ຄະນະ​ພັກ​ຮາກ​ຖານ ອຳນວຍ​ການ​ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ມີ​ຫົວໜ້າ​ພະ​ແນກ, ຮອງ​ພະ​ແນກ, ຫົວໜ້າ​ຂະແໜງຕະຫຼອດ​ຮອດພະນັກງານ​ຫຼັກ​ແຫຼ່ງ​ສະມາຊິກ​ພັກ​ສົມບູນ​ພາຍ​ໃນ​ໂຮງງານປະສານ​ເຫຼົ່າ​ຫຼວງ​ພະ​ບາງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະວີ ພົງ​ສຸທິ ຫົວໜ້າ​ພະ​ແນກ​ຈັດຕັ້ງພັກ ຫ້ອງ​ການເມືອງ ກົມໃຫຍ່​ເຕັກນິກ​ກອງທັບ ກໍ​ໄດ້​ຂຶ້ນຜ່ານ ​ມະຕິ​ຕົກລົງ​ຂອງ​ກົມ​ໃຫຍ່ເຕັກ ນິກ ​ກອງທັບ ວ່າ​ດ້ວຍ​ການເຄື່ອນ ໄຫວ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຂັ້ນ​ກະ ຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ. ຕໍ່​ຈາກ​ນັ້ນ​ໃນ​ກອງ​ປະຊຸມ ສະຫາຍ ພົນ​ຈັດຕະວາ ທອງ​ພັນ ສຸ​ທຳ​ມະວົງ ໄດ້​ກ່າວ​ເປີດ​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ ສະຫາຍ​ໄດ້​ໃຫ້​ຮູ້​ວ່າ: ການ​ດຳເນີນ​ກອງປະຊຸມທາບ ​ທາມສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ ໃນ​ຄັ້ງ​ນີ້ ແມ່ນ​ສຸດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ເປັນ​ການ​ເລືອກເຟັ້ນ​ເປົ້າ​ໝາຍ​ເພື່ອ​ຈັດ​ວາງ​ເຂົ້າ​ໃນ​ໂຄງ​ປະກອບ​ຕຳແໜ່ງ​ງານ​ຂັ້ນ​ຕ່າງໆ ຢູ່​ໃນ​ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ທີ່​ຂັ້ນ​ກະຊວງປ້ອງ​ກັນປະ ເທດ​ຄຸ້ມ​ຄອງ ເພື່ອ​ແນໃສ່​ຮັບປະ ກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ຕໍ່​ເນື່ອງ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ພ້ອມ​ກັນ​ນີ້​, ກໍເພື່ອ​ກວດກາ ແລະ ສະຫຼຸບ​ຕີ​ລາຄາຄືນ ​ຜ່ານ​ການຈັດຕັ້ງປະຕິບັດແຜນ​ ກຳນົດ​ພະນັກງານ​ນຳພາ-ບັນຊາຂັ້ນ​ຂັ້ນ​ກະຊວງ​ປ້ອງ​ກັນປະເທດຄຸ້ມ​ຄອງຢູ່​ຄະນະ​ພັກ-ຄະ ນະ​ບັນຊາ​ຂອງ​ໂຮງງານປະສານ​ເຫຼົ່າ​ຫຼວງ​ພະ​ບາງ ໃນ​ຊຸມ​ປີຜ່ານມາ, ວຽກ​ງານ​ສ້າງແຜນກຳນົດ​ພະນັກງານມີ​ຄວາມສຳຄັນ ແລະ ຈຳເປັນ​ເພາະ ວ່າເປັນການປະຕິ ບັດແນວທາງ​ຈັດ​ຕັ້ງ​ຂອງພັກ, ເປັນ​ຂອດ​ຕັດສິນ​ເຖິງ​ຜົນ​ໄດ້ຜົນ​ເສຍ​ໃນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະໂຍບາຍ​ລວມ​ຂອງ​ພັກ ແລະ ວຽກ​ງານ​ພະນັກງານ ກໍແມ່ນ​ຂໍ​ກຸນ ແຈ​ທີ່​ສຳຄັນ​ໃນ​ຂະ​ບວນ​ວິວັດ​ການຈັດຕັ້ງ​ປະຕິບັດ ການ​ນຳພາ​ຂອງ​ພັກ​ຕໍ່​ພາລະກິດ​ປະຕິວັດ ​ກໍ​ຄື​ຜົນສຳເລັດ​ຂອງ​ວຽກ​ງານ​ຕົວ​ຈິງ, ຍ້ອນ​ແນວ​ນັ້ນ​ກະຊວງ​ປ້ອງ​ກັນ​ປະເທດ ກໍຄື​ອົງຄະ​ນະ​ພັກ​ກົມ​ໃຫຍ່​ເຕັກນິກ​ກອງທັບ ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ ແລະ ເອົາໃຈໃສ່​ຊີ້​ນຳ​ເປັນ​ພິເສດ​ໃນ​ການ​ສ້າງ​ແຜນ​ກຳນົດ​ພະນັກງານ ​ເພື່ອ​ຊອກ​ໃຫ້​ໄດ້​ບັນດາ​ເປົ້າ​ໝາຍ​ທີ່​ມີ​ເງື່ອນໄຂ​ມາດຖານ​ຄົບ​ຖ້ວນ​ຮັບປະກັນ​ດ້ານ​ປະລິມານ ແລະ ຄຸນ​ນະພາບ, ທັງ​ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ພະນັກງານ​ແຕ່​ລະ​ເປົ້າ​ໝາຍ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ທັງ​ນີ້​ກໍ​ເພື່ອ​ຕອບສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ໜ້າທີ່​ການເມືອງ​ຂອງ​ກອງທັບ, ກໍ​ຄື​ພາລະກິດ​ປ່ຽນແປງ​ໃໝ່​ຂອງ​ພັກ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ເພັດ​ລະຄອນ ມະນີ​ຈັນ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ລາຍ​ງານ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ຂັ້ນກະ ຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ ຂອງ​ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ​ໃນ​ໄລຍະ​ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ໃນຕໍ່ໜ້າ. ຈາກ​ນັ້ນ, ສະຫາຍ ​ພັນໂທ ບຸນໄມ ແສງ​ອາ​ລຸນ ຫົວໜ້າ​ພະ​ແນກ​ໂຄສະນາ-ອົບຮົມຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຂຶ້ນ​ຜ່ານ​ມະຕິ​ສະບັບ​ເລກ​ທີ 030, 032/​ກມສພ ລົງ​ວັນ​ທີ 03/01/2018 ມາດຖານ​ພະນັກງານ​ນຳພາ-ຄຸ້ມ​ຄອງ ແລະ ວ່າ​ດ້ວຍ​ວຽກ​ງານ​ສ້າງ​ແຜນ​ກຳ ນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ. ຫຼັງ​ຈາກ​ນັ້ນ, ສະຫາຍ ພັນ​ໂທ ຈັນທະ​ວີ ພົງ​ສຸທິ ກໍ​ໄດ້​ຂຶ້ນ​ແນະນຳ​ວິທີ​ການ ແລະ ຂັ້ນ​ຕອນ​ການ​ທາບ​ທາມ. ພ້ອມ​ດຽວ​ກັນ​ນີ້, ສະຫາຍ ພົນ​ຈັດຕະວາ ທອງ​ພັນ ສຸທຳມະວົງ ຍັງ​ໄດ້​ຮຽກຮ້ອງ​ມາຍັງບັນດາ​ສະຫາຍ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຈົ່ງ​ພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ, ໃນ​ການ​ໃຊ້​ສິດ​ປະຊາ ທິປະໄຕ​ເຕັມ​ສ່ວນ, ສຸມສະຕິປັນ ຍາ​ໃສ່​ໃນ​ການ​ຄົ້ນຄວ້າ, ຄັດເລືອກ​ເອົາ​ເປົ້າ​ໝາຍ​ຜູ້​ທີ່ມີເງື່ອນ ໄຂ​ມາດຖານ​ຄົບ​ຖ້ວນ ແລະ ເໝາະ ​ສົມ​ກັບ​ໜ້າທີ່​ຕຳແໜ່ງຕ່າງໆ​ ນັ້ນເຂົ້າ​ໃນ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຂັ້ນ​ກະຊວງ​ປ້ອງກັນ​ປະເທດ​ຄຸ້ມ​ຄອງ ຂອງ​ໂຮງ ງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ. ຫຼັງ​ຈາກ​ນັ້ນ, ບັນດາ​ສະຫາຍ​ຜູ້​ ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍໄດ້​ ພ້ອມ​ກັນ​ໃຊ້​ສິດ​ຂອງ​ຕົນ​ປ່ອນ​ບັດ​ທາບ​ທາມ​ກຳນົດ​ເອົາພະນັກ ງານ​ນຳພາ-ບັນຊາ ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງຂອງ​ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ຈົນ​ສຳເລັດ​ລົງ​ຕາມ​ຄາດໝາຍ. ໂດຍ: ອຸ່ນ​ຄຳ ດວງ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ