
ໝາກຜົນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2023-03-20 09:00:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4733 | ຄວາມນິຍົມ:
ການຈັດຕັ້ງປະຕິບັດ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງຄະ ນະພັກຊວງປ້ອງກັນປະເທດວາງອອກໃນປີຜ່ານມາ ຄະນະພັກ-ຄະນະບັນ ຊາກອງພົນທີ 5 ໄດ້ເປັນເຈົ້າການສ້າງແຜນການແຕ່ລະໜ້າວຽກຢ່າງລະອຽດ ເພື່ອນຳພາປັບປຸງກໍ່ສ້າງ ແລະ ພັດທະນາກົມກອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງດ້ານການເມືອງແນວຄິດ-ການຈັດຕັ້ງ, ລະບຽບວິໄນ, ແບບແຜນວິທີເຮັດວຽກ ແລະ ຂົງເຂດວຽກງານອື່ນໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງຕົນ ສາມາດເຮັດສຳເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກແລະມະຕິກອງປະຊຸມ ໃຫຍ່ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ວາງອອກ.
ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ເລຂາຄະນະພັກ ຫົວ ໜ້າການເມືອງ ກອງພົນທີ 5 ໃຫ້ຮູ້ວ່າ: ບັນຫາສຳຄັນຕົ້ນຕໍໄດ້ສູ້ຊົນເຮັດທຸກວິທີທາງເພື່ອຮັບ ປະກັນເຮັດໃຫ້ສະພາບຂອບເຂດ ກົມກອງຮັບຜິດຊອບໃຫ້ມີຄວາມ ສະຫງົບປອດໄພໂດຍພື້ນຖານ ເຊິ່ງໄດ້ນຳເອົາກຳລັງລົງກໍ່ສ້າງ ຮາກຖານການເມືອງພັດທະ ນາຊົນນະບົດຮອດດ້ານຕາມແນວທາງຂອງພັກວາງອອກໂດຍໄດ້ມີການພົວພັນປະສານສົມທົບ ກັບອຳນາດການປົກຄອງທ້ອງ ຖິ່ນເປັນຕົ້ນແມ່ນ 4 ແຂວງພາກໃຕ້, ເຂດຊາຍແດນຕິດກັບ 3 ຄື: ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ກຳປູເຈຍ ໃນນັ້ນ, ໄດ້ໂຄສະນາ ແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ. ຜ່ານການເຄື່ອນໄຫວເຫັນວ່າ ປະຊາຊົນບັນດາເຜົ່າແຕ່ລະທ້ອງຖິ່ນໄດ້ໃຫ້ການຮ່ວມມື ເປັນຢ່າງດີ, ຊ່ວຍເຫຼືອກຳລັງພວກເຮົາບໍ່ວ່າທາງວັດຖຸກໍຄືຈິດໃຈ ໄດ້ຈັດຕັ້ງປະເມີນຄອບຄົວ ແລະ ບ້ານປ້ອງການຊາດເຂັ້ມແຂງໃນ 25 ກຸ່ມບ້ານ 10 ຕົວເມືອງ,1 ນະຄອນ ແລະ 97 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງຈຳນວນ 20 ບ້ານ, ສ້າງຄອບຄົວວັດທະ ນະທຳໄດ້ 1.995 ຄອບຄົວ, ບ້ານແຮກສ່ຽວ 3 ບ້ານ, ສ້າງເຮືອນ ຄົວລວມກີນເຂົ້າຕາມໂຄງການອາຫານທ່ຽງນັກຮຽນປະຖົມ 18 ຫຼັງ, ຂົວຂ້າມ 7 ແຫ່ງ, ສ້າງໂຮງຮຽນ 13 ຫຼັງ, ສ້າງປ້ອມຍາມຂອງບ້ານໄດ້ 4 ຫຼັງ, ສ້າງຫ້ອງການບ້ານ 1 ຫຼັງ, ສ້າງຫ້ອງນ້ຳ 7 ຫຼັງ ແລະ ສ້າງ ສາລາໃຫ້ພະສົງ-ສາມະເນນ 2 ຫຼັງ.
ພ້ອມກັນນີ້ໄດ້ເອົາໃຈໃສ່ການ ປັບປຸງກົງຈັກການຈັດຕັ້ງນຳ ພາ-ບັນຊາໃນແຕ່ລະຂັ້ນໃຫ້ເຂັ້ມແຂງໜັກແໜ້ນຕິດພັນກັບການປັບປຸງກໍ່ສ້າງກຳລັງດ້ວຍການຊີ້ນຳແຕ່ລະກົມກອງພ້ອມທັງສະໜອງທຶນຮອນເຂົ້າໃນວຽກງານອົບຮົມການເມືອງ,ຫັດແອບການທະຫານ ແລະ ວິຊາສະເພາະເຫຼົ່າຮົບສ້າງໃຫ້ພະນັກ ງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕີວັດ, ມີອຸດົມການ, ມີນ້ຳໃຈປະຕິວັດອັນຜ່ອງໃສ, ມີຄວາມຊຳນິຊຳນານຄ່ອງແຄ້ວດ້ານສີລະປະຍຸດ-ຍຸດທະວິທີການນຳໃຊ້ອາວຸດທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ຢ່າງມີປະສິດທິພາບ ນອກນີ້ ຍັງໄດ້ອົບ ຮົມທະຫານໃໝ່, ເປີດຮຽນກໍ່ ສ້າງນາຍສີບ ຊຸດທີ 7, ເປີດຮຽນວິຊາສະເພາະຍຸດໂທ ຊັ້ນຕົ້ນ ຊຸດທີ 3, ບຳລຸງພະນັກງານການເມືອງຂັ້ນກອງຮ້ອຍ, ກອງພັນນ້ອຍລະບົບ 6 ເດືອນ ຊຸດທີ 2 ແລະ ເປີດຮຽນວິຊາສະເພາະປຸງແຕ່ງຊັ້ນຕົ້ນລະບົບ 1 ປີ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ໃຫ້ເຕີບໃຫຍ່ເຂັ້ມແຂງດ້ານປະລິນານ ແລະ ຄຸນນະພາບສ້າງໄດ້ພະນັກງານ 3 ຮຸ່ນທັງກໍ່ສ້າງກັບ ທີ່ ແລະ ສົ່ງຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ລົງຕິດຕາມ ກວດກາ ແລະ ຕີລາຄາແບ່ງ
ປະເພດໜ່ວຍພັກ ປອດໃສເຂັ້ມ ແຂງ ໜັກແໜ້ນປະຈຳປີ 2022 ມີຈຳນວນ 131 ໜ່ວຍໃນນີ້, ສາມາດຢັ້ງຢືນຮັບຮອງເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ 96 ໜ່ວຍ,ກາງ 35 ໜ່ວຍ.
ນອກນັ້ນຄະນະພັກ-ຄະນະບັນຊາ ຍັງໄດ້ເອົາໃຈໃສ່ຊີ້ນຳຊຸກ ຍູ້ໃຫ້ແຕ່ລະກົມກອງສ້າງເສດ ຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໂດຍການຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບົນພື້ນຖານອີງໃສ່ເງື່ອນໄຂທ່າ ແຮງບົ່ມຊ້ອນເປັນສຳຄັນ. ປັດຈຸບັນທົ່ວກອງພົນທີ 5 ມີງົວລ້ຽງຈຳນວນ 326 ໂຕ, ຄວາຍ 48 ໂຕ, ແບ້ 170 ໂຕ, ໝູ 18.319 ໂຕ,
ມີເນື້ອທີ່ປູກພືດຜັກ 18,319 ເຮັກ ຕາ, ປູກໄມ້ກິນໝາກ 28.666 ເຮັກຕາ, ປູກເຂົ້ານາປີ 185,3 ເຮັກຕາ, ປູກມັນຕົ້ນ 71,8 ເຮັກຕາ, ປູກໝາກມ່ວງຫິມະພານ 107,4 ເຮັກຕາ, ປູກໄມ້ອຸດສາຫາກຳ 12.337 ເຮັກຕາ, ໃນໜຶ່ງປີຜ່ານມາສ້າງລາຍຮັບຈາກການປູກຝັງ, ລ້ຽງສັດ, ໂຮງງານດິນບ໋ອກ, ໂຮງງານນ້ຳດື່ມ, ໂຮງສີເຂົ້າ ແລະ ບໍລິການອື່ນໆລວມທັງໝົດ 3,5 ຕື້ກວ່າກີບ, ເຊິ່ງທຶນຮອນດັ່ງກ່າວໄດ້ສົມທົບກັບງົບປະມານທີ່ຂັ້ນເທິງສະໜອງໃຫ້ໝູນໃຊ້ເຂົ້າໃນວຽກງານລວມ ແລະ ປະຕິບັດນະໂຍບາຍຕ່າງໆ ໃນນີ້ໄດ້ກໍ່ ສ້າງກະລາລົດກອງພັນ 565 ສຳເລັດ 100% ແລະ ຍັງມີຫຼາຍ ບ່ອນພວມດຳເນີນການກໍ່ສ້າງແນໃສ່ເຮັດໃຫ້ລະບົບຄ້າຍຄູຫົວ ໜ່ວຍກົມກອງທີ່ຂຶ້ນກັບກອງພົນທີ 5 ເຂົ້າສູ່ລະບົບແບບແຜນວັດທະນາທຳຈົບງາມ.
ວຽກງານພົວພັນຮ່ວມມືກັບຕ່າງປະເທດໄດ້ປະສານສົມທົບແໜ້ນກັບປະເທດເພື່ອນມິດຍຸດທະສາດໄດ້ພົວພັນປະສານງານ ກັບ ສສ ຫວຽດນາມ ເວົ້າສະ ເພາະ ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນ ຫວຽດນາມ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນດ້ານອື່ນໆທີ່ສອງກົມກອງພວກເຮົາໄດ້ເຫັນດີຮ່ວມກັນໃຫ້ ນັບມື້ກ້າວສູ່ລ່ວງເລິກ. ສັງລວມແລ້ວການຈັດຕັ້ງປະຕິບັດ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກນັ້ນ ຢູ່ໃນກົມກອງພວກ ເຮົາສາມາດສ້າງໄດ້ຜົນງານ ຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນ ວຽກງານຮັບປະກັນເຮັດໃຫ້ສະ ພາບມີຄວາມສະຫງົບ, ການປັບ
ປຸງກໍ່ສ້າງກຳລັງມີຄວາມເຂັ້ມ ແຂງ, ຮັບປະກັນວຽກງານຄຸ້ມຄອງພາຫະນະອາວຸດ ກະສຸນ ແລະ ທ່າແຮງໃນການສ້າງພະ ລາທິການກັບທີ່ຍູ້ແຮງວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ແລະ ຂົງເຂດວຽກງານອື່ນກໍໄດ້ຮັບການແກ້ໄຂ ແລະ ເຮັດສຳ ເລັດເປັນກ້າວໆມາ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ