ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍ​ກຳລັງ​ໄຟ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ
ເວລາອອກຂ່າວ: 2023-03-20 08:53:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4296 | ຄວາມນິຍົມ:



ວັນ​ທີ 10 ກຸມພາ 2023, ກອງຮ້ອຍ​ກຳລັງ​ໄຟກອງພັນ​ໃຫຍ່ 497 ໄດ້ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ປະຈຳ​ປີ 2023 ເພື່ອ​ຂ່ຳນັບ​ຮັບ​ຕ້ອນກອງ​ປະຊຸມ​ໃຫຍ່ຄັ້ງທີ VI ຂອງ​ໜ່ວຍ​ພັກ​ ແລະ ຂອງຄະນະ​ພັກ ​ກອງພັນ​ໃຫຍ່ 497, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ໂທ ຄຳ​ສ່ຽນ ສຸ​ລິ​ວັນ ເລຂາ​ໜ່ວຍ​ພັກ ຫົວໜ້າ​ການ​ທະຫານ​ກອງຮ້ອຍ​ກຳລັງ​ໄຟ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຮັບຜິດຊອບອະ​ນຸ​ກຳມະ ການຕະຫຼອດ​ຮອດ​ນັກ​ກິລາ​ ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ກອງ​ສອນ ທະວີ​ໄຊ ຮອງ​ຫົວໜ້າ​ການເມືອງໄດ້​ຜ່ານ​ແຜນການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ວ່າ: ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ພັກ, ຂອງ​ຊາດ ຂອງ​ກອງທັບ ເວົ້າ​ລວມ​ ເວົ້າ​ສະເພາະ​ແມ່ນເພື່ອ​ກະກຽມ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະ ຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ໜ່ວຍ​ພັກ​ຂັ້ນ​ຕົນ ທັງ​ເປັນ​ການ​ຍູ້​ແຮງ​ຂະ​ບວນ​ການ​ດ້ານ​ຕ່າງໆ​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ, ຮັດ​ແໜ້ນ ຄວາມ​ສາມັກຄີ​ລະຫວ່າງ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ໃນ​ກົມ​ກອງ ແລະ ເຮັດ​ໃຫ້​ມີສຸຂະພາບ​ແຂງແຮງ, ກຽມ ພ້ອມ​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ພ້ອມ​ນີ້ ກໍເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກກິລາ​ຜູ້ດີເດັ່ນ, ຜູ້​ທີ່​ມີ​ພອນ​ສະຫວັນ, ຫຼິ້ນ​ດີມີ​ທັດສະ ນະ​ຄຸນສົມບັດ ແລະ ມີ​ທັກ​ສະ​ໃນ​ການ​ຫຼິ້ນ​ກິລາ ເພື່ອ​ເປັນ​ຕົວ​ແທນ ເຂົ້າ​ຮ່ວມ​ແຂ່ງຂັນ​ກັບ​ບັນດາ​ກົມ​ກອງ​ອ້ອມ​ຂ້າງ ທີ່​ຂັ້ນ​ເທິງ​ຈັດ​ຂຶ້ນ​ເພື່ອ​ຍາດ​ເອົາ​ຂັນ​ລາງວັນ ແລະ ໄຊ​ຊະ​ມາ​ໃຫ້​ກົມ​ກອງ, ປະເພດ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ປະ ກອບ​ມີ: ກິລາ​ບານເຕະ, ກິລາ​ບານສົ່ງ, ກິລາ​ເປ​ຕັງ ແລະ ກິລາ​ກະຕໍ້​. ພາບ-ຂ່າວ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ