ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂອບໃຈ​ທີ່ໃຫ້ການ​ອຸປະຖຳ
ເວລາອອກຂ່າວ: 2023-03-20 08:52:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3186 | ຄວາມນິຍົມ:



ວັນ​ທີ 8 ມີນາ 2023 ນີ້, ທ່ານ ສົມ​ຊາຍ ຍົດ​ສະຫວັນ ຮອງ​ຜູ້ອຳນວຍການ​ທະນາຄານ​ຮ່ວມ​ທຸລະ​ກິດ​ ລາວ-ຫວຽດ​ ພ້ອມ​ດ້ວຍ​ພະນັກງານ​ໄດ້​ນຳ​ເອົາ​ເຄື່ອງ​ອຸ ປະໂພກ-ບໍລິໂພກ ​ແລະ ​ເຄື່ອງຮັບ​ໃຊ​້ຫ້ອງການ​ຄອມ​ພິວ​ເຕີ 1 ຊຸດ, ເຄື່ອງ​ພິມເອກະສານ 1 ຊຸດ ລວມ​ມູນ​ຄ່າ 22 ລ້ານ​ກວ່າ​ກີບ ມາ​ມອບ​ໃຫ້​ສູນ​ເສຍ​ອົງຄະ​ພິເສດ 790, ກ່າວ​ຮັບ​ໂດຍ ສະຫາຍພັນ​ໂທ ໂອຍ​ຄຳ ປານ​ດາ​ທອງ ຫົວ ໜ້າການ​ທະຫານສູນເສຍອົງຄະ​ພິເສດ 790 ພ້ອມ​ຄະນະ ​ແລະ​ ກ່າວ​ສະແດງ​ຄວາມ​ຂອບໃຈຕໍ່ ທ່ານ​ສົມ​ຊາຍ ຍົດ​ສະຫວັນ​ ແລະ​ ອົງ​ການຈັດຕັ້ງ​ມະຫາຊົນ​ທະນາ ຄານ​ຮ່ວມ​ທຸລະ​ກິດ​ ລາວ-ຫວຽດ ທີ່​ໄດ້​ໃຫ້ການ​ຊຸກຍູ້​ອຸປະຖຳ​ໃນ​ຄັ້ງ​ນີ້​ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ ​ແລະ ​​ອວຍພອນ​ໃຫ້ທ່ານ ຮອງ​ຜູ້ອຳນວຍການ​ພ້ອມ​ດ້ວຍ​ພະນັກງານ​ຈົ່ງ​ມີ​ສຸຂະພາບ​ແຂງ ແຮງ​ປະສົບ​ຜົນສຳເລັດ​ໃນ​ການ​ດຳເນີນ​ທຸລະ​ກິດ​ຂອງ​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ