ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະບານໄຂກອງ​ປະຊຸມ​ວິສາມັນ​
ເວລາອອກຂ່າວ: 2023-03-17 10:48:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ກໍ​ຄືການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງຄົມ ໃຫ້​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ​ສູງ​ຂຶ້ນ​ເປັນ​ກ້າວໆເວົ້າ​ລວມ, ເວົ້າ​ສະເພາະ ເພື່ອ​ປະຕິບັດ​ແຜນການ​ສ້າງ ແລະ ປັບປຸງ​ກົດໝາຍ ປະຈຳ​ປີ 2023 ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ ໃຫ້​ບັນລຸ​ຕາມ​ຄາດໝາຍ, ໃນ​ວັນ​ທີ 15 ມີນາ 2023 ນີ້, ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ລັດຖະບານ ໄດ້​ໄຂ​ກອງ​ປະຊຸມ​ວິສາມັນ ພາຍ​ ໃຕ້​ການ​ເປັນ​ປະທານ​ຂອງ ທ່ານສອນ​ໄຊ ສີ​ພັນ​ດອນ ນາຍົກລັດ ຖະມົນຕີ, ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະ ທານ​ກຳມາ​ທິ​ການ​ກົດໝາຍ ແລະ ສະມາຊິກ​ລັດຖະບານ ເຂົ້າ​ຮ່ວມ. ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ດຳເນີນ ໃນ​ລະຫວ່າງ​ວັນ​ທີ 15-16 ມີນາ 2023 ເຊິ່ງ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ ແມ່ນ​ຈະ​ລາຍ​ງານ, ຄົ້ນຄວ້າ, ປຶກສາ​ຫາລື ກ່ຽວ​ກັບຮ່າງ​ກົດໝາຍ 9 ສະບັບ ທີ່​ລັດຖະບານ ຈະ​ສະເໜີ ຕໍ່ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ພິຈາລະນາ​ຮັບຮອງ ຄື: ຮ່າງ​ກົດໝາຍ ວ່າ​ດ້ວຍ​ສາທາລະນະ​ສຸກ (ສ້າງ​ໃໝ່); ຮ່າງ​ກົດໝາຍ ວ່າ​ດ້ວຍ​ທະນາຄານ​ທຸລະ​ກິດ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ ວ່າ​ດ້ວຍ​ສັດ​ນ້ຳ ແລະ ການ​ປະມົງ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ ວ່າ​ດ້ວຍ​ສັດປ່າ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ຈັດ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ); ຮ່າງ​ກົດ ໝາຍ ວ່າ​ດ້ວຍ​ການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ​ຈາກ​ລັດ (ສ້າງ​ໃໝ່); ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ເດັກ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ ວ່າ​ດ້ວຍ​ສານ​ທະຫານ (ສະບັບ​ປັບປຸງ) ແລະ ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ຈັດ​ຫາ​ງານ (ສ້າງ​ໃໝ່); ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມລັດຖະບານ​ຄັ້ງ​ນີ້ ປະສົບ​ຜົນສຳເລັດຕາມ​ຈຸດປະສົງ ແລະ ຄາດໝາຍ​ທີ່​ກຳນົດ​ໄວ້, ທ່ານ ນາຍົກລັດຖະມົນຕີ ໄດ້​ຮຽກຮ້ອງ​ບັນດາ​ທ່ານ​ສະມາຊິກ​ລັດຖະບານ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ຄົ້ນຄວ້າ ແລະ ປະກອບ​ຄຳ​ເຫັນ​ຢ່າງ​ເລິກເຊິ່ງ, ກະທັດ​ຮັດ ແລະ ມີ​ຈຸດ​ສຸມ ເພື່ອ​ຮັບປະກັນ​ໃຫ້​ບັນດາ​ຮ່າງ​ກົດ ໝາຍ ທີ່​ຈະ​ນຳ​ເຂົ້າ​ພິຈາລະນາ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ທັນ​ຕາມ​ກຳນົດ​ເວລາ ແລະ ມີ​ເນື້ອ​ໃນ​ລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບ​ຖ້ວນ. ໂດຍ: ກົມ​ປະຊາສຳພັນ ​ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ