

![]()
ກະຊວງປ້ອງກັນປະເທດ ສ່ອງແສງລາຍງານ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ
ເວລາອອກຂ່າວ: 2023-03-17 10:44:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:
ວັນທີ 15 ມີນາ 2023 ນີ້, ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສອງແສງລາຍງານການຈັດຕັ້ງປະຕິບັດ 2 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາ
ອົງການກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກອງບັນຊາການ, ກອງພົນ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ, ບັນດາຫົວ ໜ່ວຍທຸລະກິດຂອງກອງທັບ ແລະ ບັນດາສະຫາຍພະນັກງານຫຼັກແຫຼ່ງ, ພະແນກການ, ວິຊາການ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງກອງປະຊຸມໃນຄັ້ງນີ້, ກໍເພື່ອສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ວາລະແຫ່ງຊາດວ່າດ້ວຍການແກ້ໄຂປັນຫາຄວາມຫຍຸ້ງຍາກທາງດ້ານເສດ
ຖະກິດ-ການເງິນ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ໃຫ້ໄດ້ຮັບຜົນດີຕາມແຜນການ. ດັ່ງນັ້ນ, ຄະນະຮັບຜິດຊອບຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ
ຂັ້ນກະຊວງໄດ້ສົມທົບກັບຄະນະພັກ-ຄະນະບັນຊາ 24 ຫົວໜ່ວຍກົມກອງ ໃນການຕິດຕາມກວດກາ ແລະ ສຶກສາອົບຮົມ, ຊຸກຍູ້ພະນັກງານ, ນັກຮົບທົ່ວກຳລັງ
ຫຼວງ-ກຳລັງທ້ອງຖິ່ນເປັນເຈົ້າການຈັດຕັ້ງປະຕິບັດເນື້ອໃນຈິດໃຈ 2 ວາລະແຫ່ງຊາດດັ່ງກ່າວເຂົ້າໃນຂະບວນການວຽກງານຕົວຈິງ. ພ້ອມນີ້, ຕ້ອງໄດ້ເອົາໃຈ
ໃສ່ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ລວມທັງບົດຮຽນທີ່ຖອດຖອນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເພື່ອສະຫຼຸບລາຍງານຂັ້ນເທິງຢ່າງຖືກຕ້ອງຕາມເປົ້າໝາຍທີ່ວາງໄວ້.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ