

![]()
ມອບ-ໂອນ ລັດວິສາຫະກິດການຄ້າ ໄປຂຶ້ນກັບກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2023-03-16 10:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 16 | ຄວາມນິຍົມ:
ໃນວັນທີ 14 ມີນາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ-ໂອນ ລັດວິສາຫະກິດການຄ້າຂາອອກ-ຂາເຂົ້າ ກອງທັບ ຈາກກົມໃຫຍ່ພະລາທິ ການກອງທັບ ໄປໃຫ້ກະຊວງປ້ອງກັນປະເທດຄຸ້ມຄອງໂດຍກົງ, ໂດຍໃຫ້ກຽດເຂົ້າຮ່ວມເປັນ ສັກຂີພະຍານຂອງ ສະຫາຍພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ສະຫາຍພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາຕາງໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມເສດຖະກິດ, ຫ້ອງການ, ຄະນະອຳ ນວຍການລັດວິສາຫະກິດການຄ້າຂາອອກ-ຂາເຂົ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນເອກ ສາຍຄຳ ບົວທອງທິບ ຮອງຫົວ ໜ້າກົມເສດຖະກິດ ຫ້ອງວ່າ ການກະຊວງປະເທດ, ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບ-ໂອນ ລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບ, ອີງຕາມທິດຊີ້ນຳຂອງຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄັ້ງວັນທີ 19/01/2023 ຕໍ່ກັບບົດລາຍງານຂອງກົມເສດຖະກິດ ກະຊວງປ້ອງກັນປະເທດ ອີງຕາມໜັງສືສະເໜີຂອງກົມໃຫຍ່ພະລາທິການກອງທັບ ອີງຕາມບົດບັນທຶກການລົງເກັບກຳຂໍ້ມູນຮອບດ້ານຂອງລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບສະບັບລົງວັນທີ 05/01/2023, ລັດຖະມົນຕີກະຊວງປ້ອງກັນປະເທດຕົກລົງ, ເຫັນດີມອບ-ໂອນລັດວິສາຫະ ກິດການຄ້າຂາອອກ-ຂາເຂົ້າ ກອງທັບ ຈາກກົມໃຫຍ່ພະລາທິ ການກອງທັບ ໃຫ້ຂຶ້ນກັບການຄຸ້ມຄອງຂອງກະຊວງປ້ອງກັນປະເທດ. ຈາກນັ້ນ, ທັງສອງຝ່າຍໄດ້ລົງລາຍເຊັນບົດບັນທຶກການມອບ-ໂອນລະຫວ່າງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ເຈົ້າຂອງລັດວິສາຫະກິດຜູ້ເກົ່າ ແລະ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ ເຈົ້າຂອງລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບຜູ່ໃໝ່.
ໂດຍ: ຄຳປະສົງ ລາດຊະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ