ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ລົງ​ຊີ້ນຳ​ການ​ຮຽນ-ການ​ສອນ​ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກກົມ​ມະ​ດຳ
ເວລາອອກຂ່າວ: 2023-03-16 10:07:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 293 | ຄວາມນິຍົມ:



ວັນ​ທີ 13 ມີນາ 2023 ນີ້, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ກຳມະການ ຄະນະພັກກະຊວງ ປ້ອງກັນ​ປະເທດ, ຮອງຫົວໜ້າກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພ້ອມ​ຄະນະ ລົງ​ຊີ້​ນຳ​ວຽກງານການ​ຮຽນ-ການ​ ສອນຢູ່ວິທະຍາຄານ​ນາຍທະຫານ​ ບົກກົມ​ມະ​ດຳ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ພະນັກງານ​ຫຼັກ​ແຫຼ່ງ, ນັກ ຮຽນ-ນັກ​ສຶກ​ສາ ​ໃຫ້ການ​ຕ້ອນຮັບ. ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະຫານ ວິທະຍາຄານນາຍທະຫານບົກ ກົມ​ມະ​ດຳ ໄດ້​ລາຍ​ງານການ ເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ລະ ບຽບ​ແບບແຜນ, ການ​ຮຽນ-ການ​ສອນ ໃຫ້​ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ໄດ້​ຮັບ​ຊາບ, ຍາມ​ໃດ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ກໍຖື​ເອົາ​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ນວ​ຄິດ​ເປັນ​ກົກ, ເອົາ​ການ​ຮຽນ, ການ​ສອນ​ເປັນ​ສຳຄັນໃນ​ ການ​ເປັນ​ເບົ້າ​ລໍ່​ກໍ່ສ້າງ​ນາຍ​ທະ ຫານ​ຮັບ​ໃຊ້​ໃຫ້​ກຳລັງ​ຫຼວງ-ກຳ ລັງ​ທ້ອງຖິ່ນ​ສາມາດ​ສ້າງ​ພະນັກງານ​ນຳພາ-ບັນຊາ​ທີ່​ມີ​ຄຸນນະ ພາບ​ໃນ​ກອງທັບ. ໂອກາດ​ນີ້, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການສຶບ​ຕໍ່​ສືກ​ສາ​ອົບຮົມ​ວຽກ​ງານ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ສຳຄັນ, ເອົາໃຈໃສ່​ກວດກາ​ແຜນການ​ຮຽນ, ການ​ສອນ​ແລະ​ລະບຽບ​ແບບແຜນ. ພ້ອມ​ນັ້ນ​ຍັງ​ໄດ້​ເນັ້ນ​ໃຫ້​ພະນັກງານ​ນັກຮຽນ-ນັກ​ສຶກ​ສາ ຈົ່ງ​ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ​ ກໍຄື​ລະບຽບ​ຂອງ​ວິທະຍາຄານ​ວາງ​ອອກ​ໃຫ້​ເຂັ້ມ​ງວດ, ຕັ້ງໜ້າ​ສືກ​ສາ​ອົບຮົມ​ການ ເມືອງ, ການ​ທະຫານ ​ແລະ​ ວິຊາ​ສະເພາະ​ເຫຼົ່າ​ຮົບ​ຕ່າງໆ​ກຳ​ແໜ້ນ​ບົດຮຽນ​ທັງ​ພາກ​ທິດ​ສະ​ດີ​ ແລະ​ພາກ​ປະຕິບັດ​ຕົວ​ຈິງ​ເພື່ອ​ສ້າງ​ໃຫ້​ຕົນ​ເອງ​ກາຍເປັນ​ພະນັກງານ​ສຶບ​ທອດ​ປ່ຽນ​ແທນ​ໃນ​ກອງທັບ. ຂ່າວ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ