
ປະກາດການຈັດຕັ້ງກອງຮ້ອຍທະຫານຊາຍແດນ 312
ເວລາອອກຂ່າວ: 2023-03-16 09:48:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:
ວັນທີ 10 ມີນາ 2023 ນີ້, ກອງບັນຊາການທະຫານແຂວງ ຄຳມ່ວນ ໄດ້ຈັດພິທີປະກາດການຈັດຕັ້ງກອງຮ້ອຍທະຫານຊາຍແດນ 312 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີ ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ລືເດດ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະປະຈຳພັກ ກອງບັນຊາ ການທະຫານແຂວງ ຄຳມ່ວນ ວ່າດ້ວຍ ການບົ່ງຕົວ ແຕ່ງຕັ້ງຄະນະໜ່ວຍພັກ ກອງ ຮ້ອຍທະຫານຊາຍແດນ 312, ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງ ຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດເປັນກຳມະການຄະນະພັກ, ຄະນະ
ປະຈຳພັກກອງບັນຊາການທະ ຫານແຂວງຄຳມ່ວນຕົກລົງແຕ່ງສະຫາຍ ພັນໂທ ສົມນຶກ ທຸມມີສິດ ເປັນເລຂາຄະນະໜ່ວຍພັກ, ສະຫາຍ ພັນຕີ ໄຊຍາ ສຸວັນນະສີ ເປັນຮອງເລຂາຄະນະໜ່ວຍພັກ, ສະຫາຍ ພັນຕີ ວອນຄຳ ແສງພະຈັນ ເປັນກຳມະການກວດກາໜ່ວຍພັກ ແລະ ສະຫາຍ ພັນຕີ ກຽງຄຳ ແກ້ວວັນນີ ເປັນກຳມະການຄະນະໜ່ວຍພັກ, ຈາກນັ້ນ ສະຫາຍ ພັນໂທ ເຂືອງຄຳ ສີດາຄຳ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການປັບປຸງການຈັດຕັ້ງທີ່ມີການປ່ຽນແປງ ຢູ່ກອງຮ້ອຍທະ ຫານຊາຍແດນ 312, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ IV ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມນຶກ ທຸມມີສິດ ເປັນຫົວໜ້າການທະຫານ, ສະຫາຍ ພັນຕີ ໄຊຍາ ສຸວັນນະສີ ເປັນຫົວໜ້າການເມືອງ, ສະຫາຍ ພັນຕີ ວອນຄຳ ແສງພະຈັນ ເປັນຮອງຫົວໜ້າການເມືອງ, ແລະ ສະຫາຍ ພັນຕີ ສຸບິນ ພູມປັນຍາ ເປັນຫົວໜ້າໝວດ 2 .
ໂອກາດນີ້, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກໍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມສາມັກຄີພາຍໃນ, ຍຶດໝັ້ນຫຼັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະ ນະ ແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ຢ່າງຮອບດ້ານ, ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ຊີ້ນຳວຽກງານ ວິຊາສະເພາະຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ນຳພາກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ