ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າ​ກົມ​ແຜນທີ່​ກອງທັບ ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ ກອງ​ພົນ​ທີ 2
ເວລາອອກຂ່າວ: 2023-03-15 09:35:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 1-4 ມີນາ 2023 ນີ້, ສະຫາຍ ພົນ​ຈັດຕະວາ ທອງ​ຈັນ ວັນນະ​ສີ ຫົວໜ້າ​ກົມ​ແຜນທີ່​ກອງທັບ ໄດ້​ເຄື່ອນ​ໄຫວ ຕິດ​ຕັ້ງ​ຂໍ້​ມູນ​ແຜນທີ່​ສູ່ຄອມ​ພິວ​ເຕີ ແລະ ອົບຮົມ​ວິທີ​ການ​ນຳ​ໃຊ້ ຢູ່ ກອງ​ພົນ​ທີ 2 ມີ​ສະຫາຍ ພັນ​ເອກ ຄຳ​ດີ ໄຊ​ຍະ​ວົງ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 2 , ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ແລະ ພະແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ​ພັນ​ເອກ ຄຳ​ດີ ໄຊ​ຍະ​ວົງ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງຕໍ່​ການ​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຂອງ​ສະຫາຍ ຫົວໜ້າ​ກົມ​ແຜນທີ່​ກອງທັບ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ວັນ​ຄຳ ອິນ​ທະ​ວົງ ຫົວໜ້າ​ພະ​ແນກ​ແຜນທີ່ ກອງ​ພົນ​ທີ 2 ໄດ້​ລາຍ​ງານ​ຫຍໍ້ ການເຄື່ອນໄຫວ ໃນ​ການ​ນຳ​ໃຊ້​ແຜນທີ່ ໃນ​ໄລຍະ​ຜ່ານ​ມາ. ການເຄື່ອນໄຫວ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ແມ່ນ​ລົງ​ມາ​ຕິດ​ຕັ້ງ​ຂໍ້​ມູນ​ແຜນທີ່​ສູ່ຄອມ​ພິວ​ເຕີ ແລະ ອົບຮົມ​ວິທີ​ການ​ນຳ​ໃຊ້ ເຊິ່ງແມ່ນ​ວຽກຈຳເປັນ​ໃນ​ການ​ຕອບ​ສະໜອງ​ແຜນທີ່ ໃຫ້​ກົມ​ກອງ​ມີ​ແຜນທີ່​ນຳ​ໃຊ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະອົບ ຮົມ​ຫັດ​ແອບ ເປັນ​ການ​ຍົກ​ລະດັບບົດຮຽນ​ໃໝ່ ຂອງ​ການ​ນຳ​ໃຊ້​ແຜນທີ່​ການ​ທະຫານ ໃຫ້​ຜູ້​ບັນຊາ ເພື່ອ​ຕິດຕາມ​ຊຸກຍູ້ ແລະ ເກັບ​ກຳ​ສະພາບ​ການ​ນຳ​ໃຊ້​ແຜນທີ່, ເຄື່ອງໝາຍ​ການ​ທະຫານ ແລະ ເຄື່ອງມື​ເຕັກ​ໂນ​ໂລ​ຊີ ສຳ​ຫຼວດ​ວັດແທກ ເພື່ອ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ພູມ​ສາດ, ປັບປຸງ​ແຜນທີ່ ໃຫ້​ມີ​ເນື້ອ​ໃນ​ໃໝ່​ໃກ້​ຄຽງ​ກັບ​ສະພາບ​ພື້ນ​ທີ່​ໃນ​ປັດຈຸບັນ. ໂດຍ​ຄາດໝາຍ​ແນໃສ່​ຄວາມ​ເປັນ​ເອກະ​ພາບ​ລວມ​ສູນ ໃນ​ການ​ຄຸ້ມ​ຄອງ-ນຳ​ໃຊ້​ແຜນທີ່​ໃນ​ຄອມ​ພິວ​ເຕີ, ລະບົບ​ແຜນທີ່ ແລະ ເຄື່ອງໝາຍ​ເທິງ​ແຜນທີ່ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ໃຫ້​ມີ​ຄວາມ​ຮັບປະກັນ​ໄດ້​ຕາມ​ຫຼັກການ​ວິຊາ​ສະເພາະ ທັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ໃຫ້​ວິຊາ​ການ​ເຕັກນິກ​ແຜນທີ່ ຂອງ​ເຫຼົ່າ​ຮົບ​ແຜນທີ່ ຢູ່​ບັນດາ​ກົມ​ກອງ ມີ​ຄວາມ​ຊຳນິ​ຊຳນານ ໃນ​ການ​ນຳ​ໃຊ້​ແຜນທີ່​ໃນ​ຄອມ​ພິວ​ເຕີ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ