ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດ​ການ​ແຂ່ງຂັນ​ເປ​ຕັງ​ທົ່ວ ​ສວສ ສະຫຼອງ​ວັນ​ແມ່ຍິງ​ສາກົນ ຄົບຮອບ 113 ປີ
ເວລາອອກຂ່າວ: 2023-03-13 09:04:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ພິທີ​ປິດ​ການ​ແຂ່ງຂັນ​ກິລາ​ເປ​ຕັງ​ໃນ​ຄັ້ງ​ນີ້ ໄດ້​ມີ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ທີ 7 ມີນາ ຜ່ານ​ມາ​ນີ້, ທີ່​ສະໜາມກິລາ​ເປ​ຕັງ ​ສວສ ເພື່ອ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ ແລະ ສະເຫຼີມສະຫຼອງ​ວັນ​ແມ່ຍິງ​ສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023), ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ມອບ​ລາງວັນ​ຂອງ ທ່ານ ອຸທິດ ທິບ​ມະນີ ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກ​ສາ ແລະ ທ່ານ ຄຳ​ຈັນ ລັດ​ຖະ​ຍອດ ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກ​ສາ, ມີ​ບັນດາ​ເລຂາ-ຮອງ​ເລຂາ​ໜ່ວຍ​ພັກ, 3 ອົງ​ການຈັດຕັ້ງ​ມະຫາຊົນ ກໍ​ຄື ຊາວ​ໜຸ່ມ, ແມ່ຍິງ ແລະ ກຳມະບານຕະ ຫຼອດ​ຮອດ​ພະນັກງານ​ທີ່​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ການ​ແຂ່ງຂັນ​ລາຍການ​ດັ່ງ ກ່າວຈັດ​ຂຶ້ນ ນອກຈາກ​ສ້າງ​ຂະ​ບວນ​ການ​ສະເຫຼີມສະຫຼອງ​ວັນ​ແມ່ຍິງ​ສາກົນ ຄົບຮອບ 113 ປີ​ແລ້ວ ກໍ​ຍັງ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ພະນັກງານ​ພາຍ​ໃນ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະ ຍາສາດ​ການ​ສຶກ​ສາ ຫຼື ສວ​​ສ ໄດ້ ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ເຊິ່ງ​ກັນ​ ແລະ​ ກັນ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະ ຫຍາຍຕົວ​ຂຶ້ນ​ເລື້ອຍໆ. ເຊິ່ງລາຍ ການ​ດັ່ງກ່າວຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 27 ກຸມພາ ຫາ 7 ມີນາ 2023 ຈຶ່ງ​ສຳເລັດ ໂດຍ​ມີ 8 ພາກ ສ່ວນ​ເຂົ້າ​ຮ່ວມ​ແຂ່ງຂັນປະກອບ ​ມີສູນ​ພັດທະນາ​ຫຼັກສູດ 3 ທີມ, ສູນ​ພັດທະນາ​ສື່​ການ​ຮຽນ​ການ​ສອນ 3 ທີມ, ສູນ​ໂຄສະນາ​ຂ່າວ ສານ​ການ​ສຶກ​ສາ ແລະ ກິລາ 3 ທີມ, ສູນ​ຄົ້ນຄວ້າ​ປະ​ເມີນ​ການ​ສຶກ​ສາ 2 ທີມ, ສູນ​ສົ່ງເສີມ​ພາສາ​ຕ່າງ ປະເທດ 1 ທີມ, ພະ​ແນກ​ບໍລິຫານ 2 ທີມ, ສູນ​ຄົ້ນຄວ້າ​ພາສາ​ລາວ ແລະ ຫ້ອງ​ສະໝຸດ 1 ທີມ ແລະ ຄະ​ນະ​​ຮັບຜິດຊອບ​ຈັດ​ແຂ່ງຂັນ 1 ທີມ ລວມ​ທັງ​ໝົດ 16 ທີມ ເຊິ່ງ​ມີ​ການ​ຈັບ​ສະຫຼາກ​ປະ​ກົບ​ຄູ່​ແຂ່ງຂັນຄັດ​ເລືອກ​ທີມ​ຊະນະ ຜ່ານ​ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ ການ​ແຂ່ງຂັນ​ນຳ​ໃຊ້​ລະບົບ 3 ໃນ 2 ແຂ່ງຂັນ 7 ແຕ້ມ ທີມ​ໃດ​ເສຍ​ຕົກ​ຮອບ​ທັນທີ. ຜ່ານ​ການ​ແຂ່ງຂັນ​ຄູ່​ຊີງ​ຊະນະ​ເລີດຜົນ​ປະກົດ​ວ່າ: ທີມ ​ສຄຂ ທີມ ເອ ສາມາດ​ເອົາ​ຊະນະທີມ​ຄະນະ​ຮັບຜິດຊອບ​ຈັດການ​ແຂ່ງຂັນ ໄປ ​ແບບ​ສະບາຍ 2-0 ເກມ ດ້ວຍ​ຄະ ແນນ 7-1 ແລະ 7-2 ຄະແນນ ຄອງແຊັມ​ການ​ແຂ່ງຂັນ​ລາຍ ການ​ດັ່ງກ່າວໄປ​ຄອງເປັນ​ສະໄໝ ​ທີ 2 ຕິດຕໍ່​ກັນ ສ່ວນ​ທີມ​ຄະນະ​ຮັບ​ຜິດຊອບ​ຈັດການ​ແຂ່ງຂັນ ໄດ້​ພຽງ​ທີ 2 ແລະ ທີ 3 ເປັນ​ຂອງ​ທີມ​ສູນ​ຄົ້ນຄວ້າ​ປະ​ເມີນ​ການ​ສຶກ​ສາ ທີມ ເອ ແລະ ທີ 4 ແມ່ນ​ທີມ ​ສຄຂ ທີມ ບີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ