ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍົກສູງສິລະປະຍຸດ-ຍຸດທະວິທີໃຫ້ນັກຮຽນ ກໍ່ສ້າງນາຍສິບທະຫານຊາຍແດນ 712
ເວລາອອກຂ່າວ: 2023-02-09 09:18:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ:



ປະຕິບັດຕາມແຜນການຂອງ ກົມອົບຮົມ ກົມໃຫຍ່ເສນາທິກອງ ທັບ ກໍຄືພະແນກອົບຮົມກໍ່ສ້າງ ໂຮງຮຽນທະຫານຊາຍແດນ 712 ວ່າດ້ວຍການຈັດຕັ້ງຍິງລູກປືນ ແທ້ໃຫ້ນັກຮຽນກໍ່ສ້າງນາຍສິບ ທະຫານຊາຍແດນ 712 ປະຈໍາ ສົກຮຽນ 2022-2023 ໃຫ້ບຸນ ລຸຕາມແຜນການແລະ ຄາດ ໝາຍ.ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນໄດ້ສ້າງແຜນການກະກຽມ ດ້ານເນື້ອໃນການອົບຮົມ-ຫັດ ແອບຢ່າງລະອຽດ, ພ້ອມທັງຊີ້ນໍາ ຂະແໜງການທີ່ກ່ຽວຂ້ອງລົງໃກ້ສິດຕິດແທດພະນັກງານ-ນັກຮົບໃນການເຝິກແອບຢູ່ສະໝາມສົມທົບກັບຄູ-ອາຈານເປັນເຈົ້າການ ຄົ້ນຄວ້າ, ຫຼັກສູດການສິດສອນທີ່ຖືກຕ້ອງແຖດກັບສະພາບແວດລ້ອມຕົວຈິງ ແລະ ເງື່ອນໄຂພູມມີປະເທດກົມກອງຕັ້ງທັບ. ສະຫາຍ ພັນໂທ ລອນແສນ ດາວເຮືອງ ຮອງຫົວໜ້າພະແນກ ອົບຮົມກໍ່ສ້າງໂຮງຮຽນທະຫານ ຊາຍແດນ 712 ໃຫ້ຮູ້ວ່າ: ການ ຈັດຕັ້ງອົບຮົມ-ຫັດແອບປັບປຸງ ລະບຽບແບບແຜນເຝິກຝົນກໍາ ລັງກາຍປະຈໍາ ສົກຮຽນ 2022-2023 ຄັ້ງນີ້ ແມ່ນແບ່ງອອກເປັນ 2 ໄລຍະຖ້າທຽບໃສ່ກໍານົດເວລາຂອງແຜນການສາມາດປະຕິບັດ ໄດ້ 100%, ເຊິ່ງເນື້ອໃນ ອົບຮົມ-ຫັດແອບມີວິຊາການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະເຫຼົ່າຮົບທະ ຫານຊາຍແດນ, ເຊິ່ງແຕ່ລະພາກ ວິຊາເຫັນວ່າຜູ້ບັນຊາແຕ່ລະສະ ຫາຍໄດ້ຍົກສູງຄວາມຮັບຜິດ ຊອບຂອງຕົນໃນການອົບຮົມ ສິດສອນສົ່ງຄວາມຮູ້ໃຫ້ແກ່ພະ ນັກງານ-ນັກຮົບປະຕິບັດລະບຽບ ວິໄນຢ່າງເຂັ້ມງວດ ຈິ່ງເຮັດໃຫ້ ບັ້ນອົບຮົມ-ຫັດແອບຍິງລູກປືນ ແທ້ດັ່ງກ່າວໄດ້ຮັບຜົນສຳເລັດ ຕາມຄາດໝາຍ ແລະ ຮັບປະກັນ ຄວາມປອດໄພ 100%. ຍ້ອນ ຄະນະພັກ-ຄະນະບັນຊາ ແລະ ຄູ-ອາຈານໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບຈັດຕັ້ງ ປະຕິບັດບັນດາທິດຊີ້ນໍາເນື້ອ ໃນອົບຮົມ-ຫັດແອບຂອງໂຮງ ຮຽນວາງອອກຢ່າງເຂັ້ມງວດ, ເປັນຕົ້ນແມ່ນປະຕິບັດແຜນການ, ຄາດໝາຍສູ້ຊົນ ທີ່ກົມທະຫານ ຊາຍແດນກໍານົດ ວ່າດ້ວຍການ ກໍ່ສ້າງນາຍສິບເຫຼົ່າຮົບທະຫານ ຊາຍແດນຮັບໃຊ້ໃຫ້ກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນການເປັນເສ ນາທິການໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນຂົງເຂດວຽກ ງານປ້ອງກັນຊາຍແດນໃຫ້ມີ ຄວາມຮັບປະກັນດີ ແລະ ສະ ຫງົບປອດໄພ. ຍ້ອນແນວນັ້ນ ຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ຈຶ່ງຖືສໍາຄັນວຽກງານອົບຮົມຫັດ ແອບ ເປັນສໍາຄັນແນໃສ່ ສ້າງພະ ນັກງານ-ນັກຮົບທະຫານຊາຍ ແດນໃຫ້ມີຄວາມຊໍານິຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນ. ສະຫາຍ ຮອງຫົວໜ້າພະແນກ ອົບຮົມກໍ່ສ້າງ ຍັງໃຫ້ຮູ້ຕື່ມອີກ ວ່າ: ເພື່ອເຮັດໃຫ້ການຍິງເປົ້າໝາຍ ດ້ວຍລູກປືນແທ້ໃນຄັ້ງນີ້ໄດ້ຮັບ ປະສິດທິພາບສູງ. ຄະນະຊີ້ນໍາ ແລະ ຄູ-ອາຈານ ໄດ້ເອົາໃຈໃສ່ຊີ້ ນໍາຢ່າງໃກ້ຊິດພ້ອມທັງເນັ້ນໃຫ້ ແຕ່ສະຫາຍຍົກ ສູງຄວາມຮັບ ຜິດຊອບໜ້າທີ່ຂອງຕົນເອງ, ກໍາແໜ້ນບາດກ້າວຈັງຫວະ, ການຍິງ, ການເລັ່ງສູນກົກ-ສູນ ປາຍ ແລະ ມູມຄິດໄລ່, ພ້ອມ ນັ້ນ ກໍຕ້ອງຕັດສີນໃຈເດັດຂາດດັບ ສູນເປົ້າໜາຍໃຫ້ແນ່ນອນແມນ ຢໍາ. ການອົບຮົມ-ຫັດແອບ ຄັ້ງນີ້ມີຈຳນວນພົນເຂົ້າຮ່ວມ 161 ສະຫາຍ ແລະ ປືນທີ່ນໍາ ມາຍິງປະກອບມີ 02 ຊະນິດຄື: ປືນກົນເບົາ ແລະ ປືນກົນໜັກ, ປືນກົນເບົາ AK M ຜົນໄດ້ຮັບ ຂັ້ນດີເລີດ 9 ສະຫາຍ ເທົ່າກັບ 5,59%, ຂັ້ນດີຫຼາຍ 53 ສະຫາ ເທົ່າກັບ 32,91%, ຂັ້ນດີ 99 ສະຫາຍ ເທົ່າກັບ 61,49 %. ສ່ວນປືນກົນໝັກ DK 75 ມມ ແລະ DK 82 ມມ ມີ 18 ໝູ່ ຂັ້ນເກັ່ງ 15 ໝູ່ ເທົ່າກັບ 83,33%, ຂັ້ນດີ 3 ໝູ່ ເທົ່າກັບ 16,66% ໃນນັ້ນ ມີນັກຍິງເກັ່ງ 3 ສະຫາຍຄື: ສະຫາຍ ສິບຕີ ທອງນາກ ສິດທິຄູນ, ສະຫາຍ ສິບຕີ ສິດໄມຄໍາ ໄຊສົມພັນ ແລະ ສະຫາຍ ວາທີ ເຫຼີນ ຫຼວງລາດ ການປະຕິບັດຍິງລູກປືນແທ້ໃນ ຄັ້ງນີ້ ກໍເພື່ອເຮັດໃຫ້ນັກຮຽນ, ກຳໄດ້ຈັງຫວະບາດກ້າວ, ວິທີນຳ ໃຊ້ອາວຸດກະສຸນ ໃຫ້ຊຳນິຊຳນານ ໃນການນຳໃຊ້ປືນແຕ່ລະຊະນິດ, ແຕ່ລະປະເພດ ແລະ ສາມາດດັບ ສູນເປົ້າໝາຍໄດ້ ເມື່ອມີສະພາບ ເກີດຂຶ້ນ ສາມາດແກ້ໄຂໄດ້ທຸກ ກໍລະນີ, ທັງນີ້ກໍເປັນການປະຕິບັດ ຕາມແຜນການອົບຮົມ-ຫັດແອບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ປະກອບສ່ວນສໍາຄັນເຂົ້າໃນ ວຽກ ງານປ້ອງກັນຊາດ, ປ້ອງກັນ ຊາຍແດນ ໃຫ້ມີຄວາມສະຫງົບ ປອດໄພໂດຍພື້ນຖານ. ໂດຍ: ວາດ ຄະສົມຜອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ