ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ລັດຖະບານ​ສະໄໝ​ສາມັນ ປະຈຳ​ເດືອນ​ມັງກອນ 2023
ເວລາອອກຂ່າວ: 2023-02-09 09:17:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ:



ກອງ​ປະຊຸມ​ລັດຖະບານ​ສະໄໝ​ສາມັນ ປະຈຳ​ເດືອນ​ມັງກອນ 2023 ໄດ້​ດຳເນີນ​ໃນ​ລະຫວ່າງ​ວັນ​ທີ 7-8 ກຸມພາ 2023 ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ; ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ ແລະ ສະມາຊິກ​ລັດຖະບານ ເຂົ້າ​ຮ່ວມ. ກອງ​ປະຊຸມ ໄດ້​ພ້ອມ​ກັນ​ປຶກສາ​ຫາລື, ຄົ້ນຄວ້າ​ພິຈາລະນາ ບັນດາ​ຫົວຂໍ້​ທີ່​ສຳຄັນ ແລະ ຈຳເປັນ​ຄື: ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ​ເອົາ​ບົດ​ສະຫຼຸບ​ວຽກ​ງານ​ພົ້ນ​ເດັ່ນ​ປະຈຳ​ເດືອນມັງກອນ 2023 ແລະ ທິດ​ທາງ​ແຜນການ​ປະຈຳ​ເດືອນ ກຸມພາ 2023 ຂອງ​ລັດຖະບານ ໂດຍ​ມອບ​ໃຫ້​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ນຳໄປ​ປັບປຸງ ແລະ ຮຽບ​ຮຽງ​ຄືນ​ໃຫ້​ມີ​ເນື້ອ​ໃນ​ລະອຽດ, ຄົບ​ຖ້ວນ, ສົມບູນ​ຂຶ້ນ​ຕື່ມ. ພ້ອມ​ກັນ​ນັ້ນ ກອງ​ປະຊຸມ​ໄດ້​ຊີ້​ນຳ​ໃຫ້​ສະມາຊິກ​ລັດຖະບານ ຈົ່ງ​ພ້ອມ​ກັນ​ຍົກ​ສູງຄວາມ​ຮັບຜິດຊອບ ໃນ​ການຈັດຕັ້ງ​ປະຕິບັດ​ທິດ​ທາງ​ແຜນການ​ປະຈຳ​ເດືອນ​ກຸມພາ 2023 ໂດຍ​ຫັນ​ເປັນ​ແຜນ​ວຽກ​ຈຸດ​ສຸມ​ລະອຽດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕາມ​ພາລະ​ບົດບາດ, ໜ້າທີ່ ແລະ ຂອບ​ເຂດ ສິດ​ຂອງ​ຕົນ​ເອງ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດ, ແຜນ​ເງິນຕາ ແລະ ແຜນການ​ແກ້​ໄຂ​ຜົນ​ການ​ກວດ​ສອບ ປີ 2023 ໃຫ້​ສຳເລັດ​ຕາມ​ຄາດໝາຍ ແລະ ແຜນການ​ທີ່​ວາງ​ໄວ້. ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ​ເອົາ​ຮ່າງ​ດຳລັດ ວ່າ​ດ້ວຍ​ ກອງ​ທຶນ​ພັດທະນາ​ອະ​ຊີວະ​ສຶກ​ສາ, ກອງ​ປະຊຸມ​ໄດ້​ຊີ້​ນຳ​ໃຫ້​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ສົມທົບ​ກັບ​ກະຊວງ​ຍຸຕິ​ທຳ ແລະ ພາກ ສ່ວນ​ກ່ຽວຂ້ອງ ເພື່ອ​ປັບປຸງ ແລະ ຮຽບ​ຮຽງ​ໃຫ້​ມີ​ເນື້ອ​ໃນ​ຈະແຈ້ງ, ຮັດກຸມ, ຄົບ​ຖ້ວນ, ສົມບູນ, ຖືກຕ້ອງ ຕາມ​ຫຼັກການ​ສ້າງ​ນິຕິ​ກຳ ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ ໂດຍ​ສະເພາະ ການ​ອະທິບາຍ​ຄຳ​ສັບ, ເປົ້າ​ໝາຍ​ການ​ນຳ​ໃຊ້​ກອງ​ທຶນ, ການ​ຄຸ້ມ​ຄອງ​ເບີກ​ຈ່າຍ ແລະ ການ​ນຳ​ໃຊ້​ເງິນ, ໂຄງ​ປະກອບ​ບຸກ​ຄະລາ​ກອນ​ຂອງ​ສະພາ​ບໍລິຫານ. ພາຍຫຼັງ​ປັບປຸງ​ສຳເລັດ​ແລ້ວ ສະເໜີ​ຂໍ​ທິດ​ຊີ້​ນຳ​ຈາກ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງເຂດ​ການ​ປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອ​ມີ​ຄຳ​ເຫັນ ກ່ອນ​ສະເໜີ​ທ່ານ​ນາຍົກລັດຖະມົນຕີ ພິຈາລະນາ​ລົງ​ນາມ​ປະກາດ​ໃຊ້. ກອງ​ປະຊຸມ ໄດ້​ພິຈາລະນາ​ຮ່າງ​ມະຕິ ວ່າ​ດ້ວຍ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ທີ່​ມີ​ຄຸນ​ນະ​ພາບ ຕອບ​ສະໜອງ​ໃຫ້​ແກ່​ການ​ພັດທະນາ​ໃນ​ເງື່ອນໄຂ​ໃໝ່, ກອງ​ປະຊຸມ​ໄດ້​ຊີ້​ນຳ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ເປັນໃຈ​ກາງ​ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ປັບປຸງ​ຕື່ມ​ເປັນຕົ້ນ ໂຄງ​ສ້າງ​ຂອງ​ບົດ, ການ​ໃຊ້​ຄຳ​ສັບ ແລະ ປະໂຫຍກ​ຄຳ​ເວົ້າ ທີ່​ເປັນ​ເອກະ​ພາບ​ກັນ, ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ພາກສ່ວນ​ຕ່າງໆ ຕໍ່​ການ​ພັດທະນາ​ຊັບພະຍາກອນ ​ມະນຸດ ໃຫ້​ຊັດ​ເຈນ, ລະອຽດ ແລະ ຈະແຈ້ງ ໂດຍ​ສະເພາະອັນ​ໃດ​ແມ່ນ​ຂອງ​ລັດ, ລວມ​ໝູ່ ຫຼື ບຸກຄົນ, ລວມ​ທັງການ​ຕີ​ລາຄາ​ຜົນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດໃນ​ໄລຍະ​ຜ່ານ​ມາ, ໃຫ້​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ​ຂຶ້ນ​ຕື່ມ, ການ​ກຳນົດ​ເປົ້າ​ໝາຍ, ຄາດໝາຍ ແລະ ມາດ​ຕະ​ການຈັດຕັ້ງ​ປະຕິບັດ​ໃຫ້​ຊັດ​ເຈນ, ທິດ​ທາງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ໃຫ້​ສອດຄ່ອງ​ກັບ​ແຜນ​ພັດທະນາເສດຖະກິດ-ສັງຄົມ ກໍ່​ຄື​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ປະເທດ​ໃນ​ແຕ່​ລະ​ໄລຍະ ໂດຍ​ຖື​ຄຸນ​ນະ​ພາບ​ເປັນ​ກົກ. ພ້ອມ​ນັ້ນ ກໍ​ສະເໜີ​ໃຫ້​ມີ​ການ​ຈັດ​ສຳ​ມະ​ນາ​ວິຊາ​ການ ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ ແລະ ສ້າງ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ຮ່າງ​ມະຕິ​ດັ່ງກ່າວ. ພາຍຫຼັງ​ປັບປຸງ​ສຳເລັດ​ແລ້ວ ສົ່ງ​ຮ່າງ​ມະຕິ​ດັ່ງກ່າວໃຫ້​ຫ້ອງ​ວ່າການ​ສູນ​ກາງ​ພັກພິຈາລະນາ​ລາຍ​ງານ​ກົມ​ການເມືອງມີ​ທິດ​ຊີ້​ນຳ​ໃນ​ຂັ້ນ​ຕໍ່​ໄປ. ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ​ຮ່າງ​ດຳລັດ ວ່າ​ດ້ວຍ​ການ​ປັບ​ໃໝ ແລະ ນຳ​ໃຊ້​ມາດ​ຕະການ​ອື່ນ ຕໍ່​ຜູ້​ລະເມີດ​ກົດໝາຍ ແລະ ລະບຽບ​ການ​ກ່ຽວ​ກັບ​ມາດຕະຖານ; ແລະ ຮ່າງ​ດຳລັດ ວ່າ​ດ້ວຍ​ການ​ປັບ​ໃໝ ແລະ ນຳ​ໃຊ້​ມາດ​ຕະການ​ອື່ນ ຕໍ່​ຜູ້​ລະເມີດ​ກົດໝາຍ ແລະ ລະບຽບ​ການ​ກ່ຽວ​ກັບ​ການ​ວັດແທກ. ກອງ​ປະຊຸມ ໄດ້​ຊີ້​ນຳ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ສົມ ທົບ​ກັບ​ກະຊວງ​ຍຸຕິ​ທຳ ແລະ ພາກສ່ວນ​ກ່ຽວຂ້ອງ ປັບປຸງ​ຕື່ມ ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ, ຮັດກຸມ, ລະອຽດ ແລະ ຈະແຈ້ງ​ຂຶ້ນ​ຕື່ມ ໂດຍ​ສະເພາະການ​ກຳນົດ​ອັດຕາ​ຄ່າ​ປັບ​ໃໝ, ການ​ນຳ​ໃຊ້​ເງິນ​ຈາກ​ການ​ປັບ​ໃໝ, ມາດ​ຕະການ​ຕໍ່​ຜູ້​ລະເມີດ, ການ​ປົກ​ປ້ອງ​ຜູ້​ຖືກ​ຜົນ​ກະທົບ ກໍຄື​ຜູ້ບໍລິໂພກ, ພ້ອມ​ທັງ ຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ໂຮມ​ສອງ​ຮ່າງ​ດຳລັດ​ດັ່ງກ່າວ​ເຂົ້າ​ເປັນ​ດຳລັດ​ສະບັບ​ດຽວ​ກັນ ໂດຍ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ, ພາຍຫຼັງ​ປັບປຸງ​ສຳເລັດ​ແລ້ວສະເໜີທ່ານ​ນາຍົກລັດຖະມົນຕີ ພິຈາລະນາ​ໃນ​ຂັ້ນ​ຕໍ່​ໄປ. ພ້ອມ​ກັນ​ນີ້, ໄດ້​ຊີ້​ນຳ​ໃຫ້​ກະຊວງ​ການ​ເງິນ ເປັນໃຈ​ກາງ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ຄົ້ນຄວ້າ​ກ່ຽວ​ກັບ​ການ​ປັບ​ໃໝ ຈະ​ເຮັດ​ເປັນ​ນິຕິ​ກຳ​ລວມ ຫຼື​ ຈະ​ແຍກ​ເປັນ​ນິຕິ​ກຳຂອງ​ແຕ່​ລະ​ຂະແໜງການແລ້ວ​ລາຍ​ງານ​ລັດຖະບານ ເພື່ອ​ມີ​ທິດ​ຊີ້​ນຳ. ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ​ຮ່າງ​ດຳລັດ ວ່າ​ດ້ວຍ​ ເຂດ​ປອດ​ພາສີ ແລະ ຮ້ານ​ຄ້າ​ປອດ​ພາສີ, ກອງ​ປະຊຸມໄດ້​ຊີ້​ນຳ​ໃຫ້​ກະຊວງ​ການ​ເງິນສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງປັບປຸງ ແລະ ຮຽບ​ຮຽງເນື້ອ​ໃນ​ໃຫ້​ລະອຽດ, ຈະແຈ້ງ, ຄົບ​ຖ້ວນ, ສົມບູນ ແລະ ຮັດກຸມ​ຂຶ້ນ​ຕື່ມ ໂດຍ​ສະເພາະ ການກຳນົດ ນິ​ຍາມ​ກ່ຽວ​ກັບ​ເຂດ​ປອດພາສີ ແລະ ຮ້ານ​ຄ້າ​ປອດ​ພາສີ, ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ການ​ມີ​ສ່ວນ​ຮ່ວມ​ຂອງ​ຂະແໜງການ​ກ່ຽວຂ້ອງ, ເງື່ອນໄຂ​ຂອງ​ຜູ້​ລົງທຶນ​ຢູ່​ໃນ​ເຂດ, ປະເພດ​ກິດຈະການ, ການ​ກຳນົດ​ຂອບ​ເຂດ​ທີ່​ຕັ້ງ ແລະ ເນື້ອທີ່​ເຂດ ປອດ​ພາສີ, ພ້ອມ​ທັງ ກວດກາ​ຄືນ​ຄວາມ​ສອດຄ່ອງ​ກັບ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ອື່ນໆ ແລະ ກຳນົດ​ຄວາມ​ຮັບຜິດຊອບ. ພາຍຫຼັງ​ປັບປຸງ​ສຳເລັດ​ແລ້ວ ສະເໜີ​ຂໍ​ທິດ​ຊີ້​ນຳ​ຈາກທ່ານ​ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານຂົງເຂດ​ການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອ​ມີ​ຄຳ​ເຫັນກ່ອນ​ສະເໜີ​ທ່ານ​ນາຍົກລັດຖະມົນຕີ ພິຈາລະນາ​ລົງ​ນາມ ປະກາດ​ໃຊ້. ສຳລັບ​ທິດ​ທາງ​ແຜນ​ວຽກ​ຈຸດ​ສຸມ​ປະຈຳ​ເດືອນ​ກຸມພາ 2023 ຕົ້ນຕໍ​ແມ່ນ​ສືບຕໍ່​ສຸມ​ໃສ່​ປະຕິບັດ​ບາງ​ວຽກ​ງານທີ່​ສຳຄັນ ໃນ​ການຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ 5 ແຜນ​ວຽກ​ທີ່​ເປັນ​ບູ​ລິ​ມະ​ສິດ​ອັນ​ຮີບ​ດ່ວນ​ປີ 2023 ໄປ ຄຽງ​ຄູ່​ກັບ​ແຜນ​ພັດ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ແຜນ​ງົບປະມານ​ແຫ່ງ​ລັດ ແລະ ແຜນ​ເງິນຕາ ປະຈຳ​ປີ 2023 ຕິດ​ພັນ​ກັບ 2 ວາລະ​ແຫ່ງ​ຊາດ ເຊິ່ງ​ບັນດາ​ໜ້າ​ວຽກ​ຈຸດ​ສຸມ​ຕົວ​ຈິງ​ຈຳນວນ​ໜຶ່ງ​ມີ​ດັ່ງນີ້: 1) ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ເລກ​ທີ 90 ລົງ​ວັນ​ທີ 31 ມັງກອນ 2023 ວ່າ​ດ້ວຍ​ ການ​ກຳນົດ​ໜ້າ​ວຽກ ແລະ ແບ່ງ​ຄວາມ​ຮັບຜິດຊອບ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ແຜນ​ງົບປະມານ​ແຫ່ງ​ລັດ ແລະ ແຜນ​ເງິນຕາ ປະຈຳ​ປີ 2023 ແລະ ແຜນການ​ແກ້​ໄຂ​ຜົນ​ການ​ກວດ​ສອບ. ສະເໜີ​ໃຫ້​ແຕ່​ລະ​ກະຊວງ​ແບ່ງ​ຄວາມ​ຮັບຜິດຊອບ​ພາຍ​ໃນ​ຂອງ​ຕົນ​ໃຫ້​ລະອຽດ. 2) ສືບຕໍ່​ນຳພາ-ຊີ້​ນຳ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງຊົນ​ຮອບດ້ານ ດ້ວຍ​ມາດ​ຕະການ​ຕ່າງໆ​ຢ່າງ​ຕັ້ງໜ້າ ແລະ ຕໍ່​ເນື່ອງ ເຮັດ​ໃຫ້​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທຸກ​ຂັ້ນ ໄດ້​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢ່າງ​ເຂັ້ມແຂງ, ສາມາດ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ-ສັງຄົມ​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ. ພ້ອມ​ກັນ​ນັ້ນ, ກໍ​ເພີ່ມ​ທະວີ​ຄວາມ​ເອົາໃຈໃສ່ກໍ່ສ້າງ​ຮາກ​ຖານ​ການເມືອງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ ເຂັ້ມແຂງ​ຂຶ້ນ. 3) ສືບຕໍ່​ສຸມ​ໃສ່​ແກ້​ໄຂ​ບັນຫາ​ເສດຖະກິດ​ມະຫາ​ພາກ ຕິດ​ພັນ​ກັບ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໃຫ້​ດີ​ຂຶ້ນ​ໂດຍ​ໄວ ໃນ​ນັ້ນ​ສຸມ​ໃສ່​ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ແຜນການ, ຊຸກຍູ້​ສ້າງ​ໃຫ້​ມີ​ຖານ​ລາຍ​ຮັບ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ທັນ​ສະໄໝ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ ໃນ​ທຸກ​ຂົງເຂດ; ສືບຕໍ່​ປະຕິບັດ​ບັນດາ​ນິຕິ​ກຳ​ທີ່​ລັດຖະບານ​ວາງ​ອອກ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ແລະ ຕ້ານ​ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ​ງົບປະມານ​ລັດ, ການ​ປະຢັດ ແລະ ຕ້ານ​ການ​ຟູມ​ເຟືອຍ, ການ​ນຳ​ໃຊ້​ລົດ​ຂອງ​ລັດ ແລະ ອື່ນໆໃຫ້​ເຂັ້ມ​ງວດ ລວມ​ທັງ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ການ​ລົງທຶນ​ຂອງ​ລັດ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ຂຶ້ນ; ສືບຕໍ່​ເອົາໃຈໃສ່​ຄຸ້ມ​ຄອງ​ອັດຕາ​ແລກປ່ຽນ, ລາຄາ​ສິນຄ້າ, ປະລິມານ M2, ອັດຕາ​ເງິນ​ເຟີ້ໃຫ້​ຢູ່​ໃນ​ລະດັບ​ທີ່​ຄຸ້ມ​ຄອງ​ໄດ້, ພ້ອມ​ທັງ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຄັງ​ແຮ​ສຳຮອງ​ເງິນຕາ​ຕ່າງປະເທດ ແລະ ສົ່ງເສີມ​ການ​ນຳ​ໃຊ້​ເງິນ​ກີບ​ຕາມ​ກົດໝາຍ​ກຳນົດ ໃຫ້​ມີ​ປະ​ສິດທິ​ຜົນ; ສືບຕໍ່​ຈັດ​ສັນ​ແຫຼ່ງ​ທຶນ ແລະ ສົ່ງເສີມ​ຜູ້​ປະກອບ​ການ​ຜະລິດ​ພາຍ​ໃນ​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ​ກະສິກຳ​ເປັນ​ສິນຄ້າ ເພື່ອ​ສົ່ງ​ອອກ​ໃຫ້​ມີ​ຈຸດ​ສຸມ, ຖືກ​ເປົ້າ​ໝາຍ ແລະ ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ແບບ​ຍືນ​ຍົງ. 4) ສືບຕໍ່​ຊອກ​ຫາ ແລະ ຈັດ​ສັນ​ແຫຼ່ງ​ທຶນ​ໄວ້​ເພື່ອ​ແກ້​ໄຂ​ໜີ້​ສິນ​ໃຫ້​ທັນ​ເວລາ ເພື່ອ​ບໍ່​ໃຫ້​ຕົກ​ເຂົ້າ​ສູ່​ສະພາບ​ທີ່ ບໍ່​ສາມາດ​ຊຳລະ​ໜີ້​ໄດ້. 5) ສຸມ​ໃສ່​ພັດທະນາ​ການ​ບໍລິການ ແລະ ໂຄງ​ລ່າງ​ພື້ນຖານ ເພື່ອ​ຮອງ​ຮັບ​ໃຫ້​ການທ່ອງທ່ຽວ ໂດຍ​ສະເພາະ ການ​ສ້ອມແປງ​ເສັ້ນທາງ​ເຂົ້າ​ສູ່​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ເປັນ​ເປົ້າ​ໝາຍ ລວມ​ທັງ​ສົ່ງເສີມ​ໃຫ້​ພາກ​ທຸລະ​ກິດ ລົງທຶນ​ພັດທະນາ​ພື້ນ​ຟູ​ແຫຼ່ງ​ທ່ອງ​ທ່ຽວ ແລະ ອຸດສາຫະກຳ​ການທ່ອງທ່ຽວ​ໃຫ້​ຫຼາຍ​ຂຶ້ນ; ພ້ອມ​ນັ້ນ ສືບຕໍ່​ປັບປຸງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍລິການ​ຜູ້ໂດຍສານ​ທາງ​ລົດໄຟ ແລະ ການ​ບໍລິການ​ຂົນສົ່ງ​ສິນຄ້າ ໃຫ້​ປອດ​ໄພ, ສະດວກ, ວ່ອງໄວ ແລະ ມີ​ປະ​ສິດທິ​ຜົນ​ສູງ​ຂຶ້ນ. 6) ສືບຕໍ່​ເລັ່ງ​ປັບປຸງ​ກົນ​ໄກ​ການ​ອຳນວຍ​ຄວາມ​ສະດວກ ໃນ​ການ​ດຳເນີນ​ທຸລະ​ກິດ ແລະ ສົ່ງເສີມ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ​ຕາມ​ບັນດາ​ໜ້າ​ວຽກ​ຕົວ​ຈິງ ທີ່​ໄດ້​ກຳນົດ​ໃນ​ ມາດຕາ 5 ຂອງ​ດຳລັດ​ນາຍົກລັດຖະມົນຕີ ເລກ​ທີ 90 ລົງ​ວັນ​ທີ 31 ມັງກອນ 2023; ສືບຕໍ່​ເລັ່ງ​ຊຸກຍູ້ ແລະ ສົ່ງເສີມ​ບັນດາ​ໂຄງການ​ລົງທຶນ​ຂອງ​ຕ່າງປະເທດ ທີ່​ໄດ້​ອະນຸມັດ​ແລ້ວໃຫ້​ມີ​ຄວາມ​ຄືບ​ໜ້າ ແລະ ມີ​ຜົນ​ໄດ້​ຮັບ​ຕົວ​ຈິງ​ຕາມ​ແຜນທີ່​ວາງ​ໄວ້. 7) ສືບຕໍ່​ສຸມ​ໃສ່​ພັດທະນາ​ສີມື​ແຮງ​ງານ ໃຫ້​ມີ​ຄຸນ​ນະ​ພາບ ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ; ສືບຕໍ່​ປັບປຸງ​ກົນ​ໄກ​ການ​ຂຶ້ນ​ທະບຽນ ແລະ ອອກ​ໃບ​ຕາດິນ ໃນ​ຂອບ​ເຂດ​ທົ່ວ​ປະເທດ ໃຫ້​ມີ​ຄວາມ ສະດວກ​ວ່ອງໄວ ແລະ ຮັບປະກັນ​ຄວາມ​ຖືກຕ້ອງ ຕາມ​ທິດ​ຫັນ​ເປັນ​ທັນ​ສະໄໝ. 8) ສືບຕໍ່​ກະກຽມ​ຄວາມ​ພ້ອມ ແລະ ຈັດ​ງານ​ກິລາ​ແຫ່ງ​ຊາດ​ຄົນ​ພິການ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກຸມພາ ຢູ່​ແຂວງຊຽງ​ຂວາງ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ​ຮອບດ້ານ. 9) ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຜົນ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ໃຫ້​ເປັນ​ຮູບ​ປະ​ທຳ ໂດຍ​ສະເພາະຜົນ​ການ​ຢ້ຽມຢາມ ແລະ ບົດ​ບັນທຶກ​ການ​ຮ່ວມ​ມື​ກັບ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ. ສຸມ​ໃສ່​ກະກຽມ​ຄວາມ​ພ້ອມ ຮອບດ້ານ ເພື່ອ​ຕ້ອນຮັບ​ການ​ຢ້ຽມຢາມ​ທາງ​ການ​ຂອງ ທ່ານ​ນາຍົກລັດຖະມົນຕີແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ແລະ ການເຄື່ອນໄຫວ​ຕ່າງປະເທດ​ຂອງ​ການ​ນຳ​ຕາມ​ແຜນການ. ພ້ອມ​ກັນ​ນັ້ນ ກໍ​ເອົາໃຈໃສ່​ຕິດຕາມ​ສະພາບ​ການ ສາກົນ ແລະ ພາກ​ພື້ນ​ຢ່າງ​ໃກ້ຊິດ ເພື່ອ​ກຳນົດ​ທັດສະນະ ແລະ ມາດ​ຕະການ​ຮັບ​ມື​ແຕ່​ຫົວທີ. ໃນ​ຕອນ​ທ້າຍ, ທ່ານ​ປະທານ​ກອງ​ປະຊຸມ ໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ລັດຖະບານ ຈົ່ງ​ນຳ​ເອົາ​ແຜນ​ຈຸດ ສຸມ​ປະຈຳ​ເດືອນ​ກຸມພາ 2023 ໄປ​ຫັນ​ເປັນ​ແຜນ​ຈັດ​ຕັ້ງປະຕິບັດ​ຂອງ​ຂະແໜງການ​ຕົນ​ໃຫ້​ລະອຽດ, ມີ​ການ​ແບ່ງ​ຄວາມ​ຮັບຜິດຊອບ ແລະ ກຳນົດ​ຄາດໝາຍ​ໃນ​ແຕ່​ລະ​ໄລຍະໃຫ້​ສອດຄ່ອງ​ກັບ​ເງື່ອນໄຂ​ສະພາບ​ຄວາມ​ເປັນ​ຈິງ ແລະ ໄດ້​ຮັບ​ຜົນ​ເປັນ​ຢ່າງ​ດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ