ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 2 ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ​ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-09 09:10:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ, ກອງ​ພົນ​ທີ 2 ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ປະຈຳ​ປີ 2022 ແລະ ມອບ​ໃບຢັ້ງຢືນ​ກົມ​ກອງ ປອດ​ໃສ ປອດ​ໄພ ປອດ​ຄະດີ ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວົງ​ເພັດ ເພັງ​ພານິດ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນທີ 2, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ ແລະ ກົມ​ກອງ​ຮາກ​ຖານ ເຂົ້າ​ຮ່ວມ.       ສະຫາຍ ພັນ​ໂທ ວົງ​ສະໝອນ ອຸ່ນ​ດາລາ ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ພາຍ​ໃນ ກອງ​ພົນ​ທີ 2 ໄດ້​ຜ່ານ​ບົດ​ສະຫຼຸບ ຕີ​ລາຄາ​ຄືນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ-ປ້ອງ​ກັນ​ຄວມ​ສະຫງົບ​ທົ່ວ ກອງ​ພົນ​ທີ 2, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ໄລຍະ 1 ປີ​ທີ່​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ໄດ້​ຖື​ເອົາ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ​ເປັນ​ບັນຫາ​ສຳຄັນ, ໂດຍ​ໄດ້​ຊີ້​ນຳ-ນຳພາ​ພະແນກການ​ທີ່​ກ່ຽວຂ້ອງ ເຄື່ອນໄຫວຊີ້​ນຳ​ບັນດາ​ກົມ​ກອງ​ຮາກ​ຖານ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ພາຍໃນ ຢູ່​ແຕ່​ລະ​ກົມ​ກອງ​ໃຫ້​ເຂັ້ມ​ງວດ ເປັນຕົ້ນ​ແມ່ນ ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ກົມ​ກອງ, ການ​ປ້ອງ​ກັນ​ແຂກພາຍ​ໃນ ແລະ ຕ່າງປະເທດ​ທີ່​ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ກົມ​ກອງ​ໃນ​ໄລ ຍະ​ຜ່ານ​ມາ ເຫັນ​ວ່າ​ມີ​ຄວາມ​ສະຫງົບປອດ​ໄພ100%. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເອົາໃຈໃສ່​ເຮັດ​ວຽກ​ງານສຶກ​ສາ​ອົບຮົມການເມືອງ-ນຳພາແນວ​ຄິດ​ເປັນ​ກົກ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ ແລະ ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ຕໍ່​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ, ກຳ​ແໜ້ນ​ສະພາບ​ການ ເມືອງ​ແນວ​ຄິດ​ພາຍ​ໃນ, ເປັນ​ເຈົ້າ​ການ​ຕ້ານ​ສະກັດ​ກັ້ນ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ໃນ​ກົມ​ກອງ​ໃຫ້​ຫຼຸດ​ໜ້ອຍ​ລົງ​, ໄດ້​ເອົາໃຈໃສ່​ວຽກ​ງານ​ປ້ອງ​ກັນ​ພັກ-ພະນັກງານ, ດ້ວຍ​ການ​ກວດກາ​ຊີວະ​ປະຫວັດ​ຢ່າງ​ເຂັ້ມ​ງວດ, ໄປ​ຄຽງ​ຄູ່​ກັບ​ການເຄື່ອນໄຫວ​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ເປັນຕົ້ນ​ບັນຫາ​ການ​ເກີດ​ອຸບັດ​ຕິ​ເຫດ, ການ​ຄ້າຂາຍ​ເຖື່ອນ ແລະ ບັນຫາ​ຄະດີ​ຕ່າງໆ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ກົມ​ກອງ ໃຫ້​ໄດ້​ຮັບ​ການ​ແກ້​ໄຂ​ດີ​ຂຶ້ນ​ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ, ສາມາດ​ຕີ​ລາ ຄາ​ແບ່ງ​ປະເພດ​ກົມ​ກອງ ປອດ​ໃສ, ປອດ​ໄພ, ປອດ​ຄະດີ ທັງ​ໝົດ 25 ຫົວໜ່ວຍ​ກົມ​ກອງ. ໃນ​ນັ້ນ, ກົມ​ກອງ​ປອດ​ໃສ, ປອດ​ໄພ , ປອດ​ຄະດີ ​ປະເພດ I ມີ 17 ກົມ​ກອງ ແລະ ປະເພດ II ມີ 8 ກົມ​ກອງ. ໃນ​ກອງປະຊຸມ ຜູ້​ເຂົ້າ​ຮ່ວມຍັງ​ໄດ້​ຜັດ​ປ່ຽນ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ ເພື່ອ​ພ້ອມ​ກັນ​ຊອກ​ວິທີ​ການ​ປັບປຸງ​ແກ້​ໄຂ​ບັນຫາ​ທີ່ ຍັງ​ຄົງຄ້າງ​ໃຫ້​ຫຼຸດ​ໜ້ອຍ​ລົງ ແນໃສ່​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ຈາກ​ນັ້ນ, ກໍ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ບັນດາ​ຫົວໜ່ວຍ​ກົມ​ກອງ ປອດ​ໃສ, ປອດ​ໄພ, ປອດ​ຄະດີ ຢ່າງ​ສົມ​ກຽດ ແລະ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ສ້າງ​ກົມ​ກອງ ປອດ​ໃສ, ປອດ​ໄພ, ປອດ​ຄະດີ ປະຈຳ​ປີ 2023 ທົ່ວ​ກອງ​ພົນ​ທີ 2 ຕື່ມ​ອີກ. ໂດຍ: ສຸວັນ​ໂນ ທະລັງ​ສີ 



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ