

![]()
ການເຄື່ອນໄຫວຂອງກົມກອງຕ່າງໆ ໄລຍະທ້າຍເດືອນມັງກອນຫາຕົ້ນເດືອນກຸມພາ 2023
ເວລາອອກຂ່າວ: 2023-02-09 09:08:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 868 | ຄວາມນິຍົມ:
ກອງພົນທີ 1: ໄດ້ເປີດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກໃຫ້ທະຫານໃໝ່ ຊຸດທີ I ປະຈຳປີ 2022, ເປົ້າໝາຍເພື່ອແນ
ໃສ່ສຶກສາອົບຮົມເຮັດໃຫ້ທະຫານໃໝ່ ເຊື່ອມຊຶມກຳແໜ້ນທາດແທ້ມູນເຊື້ອຂອງກອງທັບ, ຮຽນຮູ້ທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ລະບຽບວິໄນຂອງກອງທັບ, ເພື່ອເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ. ເປັນປະທານໃນພິທີດັ່ງກ່າວໂດຍ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1.
+ ພະແນກກົດໝາຍ ທະຫານແຂວງຫຼວງພະບາງ: ໄດ້ເຄື່ອນໄຫວເຜີຍແຜ່ເອກະສານຢູ່ກອງຮ້ອຍ 6 ກອງບັນຊາການທະຫານແຂວງຫຼວງພະບາງ, ເອກະ ສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ຂໍ້ກຳນົດ ແລະບັນດາຂໍ້ຫ້າມຕ່າງໆ, ເພື່ອໃຫ້ພະນັກງານ-ນັກຮົບພາຍໃນກົມກອງໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍລາພັກປະຈຳປີ, ການເລື່ອນຊັ້ນ, ທຽບຊັ້ນໃຫ້ນາຍ
ແລະ ພົນທະຫານ, ການເສຍຊີວິດຂອງພະນັກງານ-ນັກຮົບຢູ່ໜ້າສະໜາມຮົບ, ລະບຽບການຄຸ້ມຄອງອາວຸດລູກກະສຸນ, ມາດຕະການກະທຳຜິດໂດຍເຈດຕະນາ ຫຼື ບໍ່ເຈດຕະນາ, ບັນດາກົດໝາຍ ວ່າດ້ວຍຄອບຄົວ, ເງື່ອນໄຂໃນການສ້າງຄອບຄົວ, ການໝັ້ນໝາຍ, ການສູ່ຂໍຂອງຄູ່ບ່າວ-ສາວ, ຂໍ້ກຳນົດຕ່າງໆກ່ຽວກັບການຢ່າ
ຮ້າງ, ການເສຍຊີວິດຂອງຜົວ ຫຼື ເມຍ, ການປະລະຄອບຄົວ, ສາເຫດຂອງການຢ່າຮ້າງ ແລະ ການດຳເນີດຄະດີຕ່າງໆ.
+ ຫ້ອງການ ກອງບັນຊາການ ທະຫານແຂວງຫຼວງນ້ຳທາ: ໄດ້ສະຫຼຸບການເຄື່ອນໄຫວວຽກງານບໍລິຫານຫ້ອງການ ປະຈຳປີ 2022 ແລະ ວາງທິດທາງແຜນ
ການປະຈຳປີ 2023, ໃນໄລຍະ 1 ປີຜ່ານມາ, ຫ້ອງການ ກອງບັນຊາການ ໄດ້ຈັດຕັ້ງອົບຮົມວຽກງານຫ້ອງການ 2 ຄັ້ງ, ສ້າງຮ່າງນິຕິກຳຕ່າງໆໄດ້ 312 ສະບັບ,
ເອກະສານຂາເຂົ້າ 3.213 ສະບັບ, ຂາອອກ 2.248 ສະບັບ, ຈັດສົ່ງເອກະສານຕ່າງໆ 2.346 ສະບັບ, ສໍາເນົາເອກະສານຕ່າງໆ 13.456 ສະບັບ, ແລ່ນລົດຮັບໃຊ້ວຽກງານບໍລິຫານພາຍໃນແຂວງ 468 ຖ້ຽວຄັນ ແລະ ຕ່າງແຂວງ 57 ຖ້ຽວຄັນ, ນອກຈາກວຽກງານວິຊາສະເພາະແລ້ວ ຍັງໄດ້ເອົາໃຈໃສ່ສ້າງພະລາທິການກັບທີ່
ດ້ວຍການປູກຝັງ-ລ້ຽງສັດ ສາມາດກຸ້ມກິນດ້ານພືດຜັກ ແລະ ຂາຍອອກຈຳນວນໜຶ່ງ.
+ ໂຮງຮຽນເຫຼົ່າຮົບຊ່າງແສງ 506: ສະຫາຍ ສີສຸວັນ ພັນທະລັງສີ ເລຂາຄະນະພັກຮາກຖານ ກຸ່ມບ້ານຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະອຳນວຍການໂຮງຮຽນເຫຼົ່າຮົບຊ່າງແສງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ວຽງສະຫວັນ ດາລາແສນ ຫົວໜ້າການເມືອງໂຮງຮຽນ ພ້ອມດ້ວຍຄະນະ.
+ ສູນເຝິກອົບຮົມ ກອງພົນທີ 1: ທ່ານ ຈັນທະລາ ທິບທຳມະວົງ ຫົວໜ້າທະນາຄານພັດທະນາລາວ ໜ່ວຍບໍລິການສາຂາ ເມືອງວັງວຽງ ແຂວງວຽງຈັນ ໄດ້ນຳເອົາອຸປະກອນກິລາ ປະກອບມີ: ບານເຕະ 2 ໜ່ວຍ, ບານຕີ 1 ໜ່ວຍ, ຕາໜ່າງບານເຕະ 1 ດາງ, ຕາໜ່າງບານຕີ 1 ດາງ ລວມມູນຄ່າທັງໝົດ 2.500.000 ກີບ ມອບໃຫ້ສູນເຝິກອົບຮົມ ກອງພົນທີ 1, ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການກິລາເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ກ່າວຮັບໂດຍ ສະຫາຍ ພັນໂທ ມອນທອງ ສິງຄຳພັນ ຫົວໜ້າການເມືອງສູນເຝິກອົບຮົມພ້ອມຄະນະ.
+ ວິທະຍາຄານ ນາຍທະຫານບົກ ກົມມະດຳ: ໄດ້ຈັດພິທີເຄົາລົບທຸງຊາດ ປະຈຳເດືອນມັງກອນ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ ນາຍທະຫານບົກ ກົມມະດຳ, ຈຸດປະສົງເພື່ອແນໃສ່ເຮັດໃຫ້ມີຄວາມເຂັ້ມແຂງດ້ານລະບຽບວິໄນ ກໍຄື ການປະ
ຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ໃນພິທີຍັງໄດ້ຮັບຊົມການເດີນສວນສະໜາມ ຂອງກ້ອນກຳລັງ ພະນັກງານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວວິທະຍາຄານ.
+ ກອງພັນ 793 ກອງພັນໃຫຍ່ 279: ທ່ານ ນາງ ແສງສຸລິວັນ ພົມມະວົງ ຮອງຜູ້ອຳນວຍການ ສະຖາບັນການເງິນໂຊກໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ເຄື່ອງກິລາ ຈຳນວນ 20 ຊຸດ ມູນຄ່າ 1.600.000 ກີບ
ມອບໃຫ້ກອງພັນ 793 ກອງພັນໃຫຍ່ 279, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ກະກຽມສະເຫຼີມສະ
ຫຼອງວັນສ້າງຕັ້ງ ກອງພັນໃຫຍ່ 279 ຄົບຮອບ 20 ປີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ອຳໄພ ຄຳວິສອນ ຫົວໜ້າການເມືອງ ກອງພັນ 793 ພ້ອມດ້ວຍຄະນະ.
+ ກອງຮ້ອຍທະຫານຊາຍແດນ 255 ທະຫານແຂວງບໍລິຄຳໄຊ: ສະຫາຍ ພັນເອກ ຫງວຽນວັນກ່ຽນ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ ຊັ້ນສູງ ສສ ຫວຽດນາມ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 255, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ 712 ພ້ອມຄະ
ນະ. ຈາກນັ້ນ, ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 255 ໄດ້ຍົກໃຫ້ເຫັນສະພາບທີ່ຕັ້ງ, ພາລະບົດບາດຂອງກອງຮ້ອຍໃນໄລຍະຜ່ານມາ, ຍົກໃຫ້ເຫັນສະພາບການເຄື່ອນໄຫວຂອງກອງຮ້ອຍ ເຊິ່ງເປັນກຳລັງຫຼັກແຫຼ່ງໃນການລາດຕະເວນຕາມຂອບເຂດຊາຍແດນ ແລະ ຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%, ການມາຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ ຊັ້ນສູງ ສສ ຫວຽດນາມ ໃນຄັ້ງນີ້, ເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ກໍຄື ສອງກອງທັບ ໂດຍສະເພາະກອງຮ້ອຍທະຫານຊາຍແດນ 255 ແລະ ໂຮງຮຽນທະ
ຫານຊາຍແດນຊັ້ນສູງ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
+ ໂຮງຮຽນເຫຼົ່າຮົບສື່ສານ 205: ໄດ້ສະຫຼຸບການເຄື່ອນໄຫວວຽກງານກອງທຶນ ຂອງສະຫະພັນແມ່ຍິງ ປະຈຳປີ 2022, ໃນໄລຍະຜ່ານມາ ຄະນະຮັບຜິດຊອບກອງທຶນ, ໄດ້ເອົາໃຈໃສ່ບໍລິຫານກອງທຶນດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ. ມາຮອດປັດຈຸບັນ, ກອງທຶນດັ່ງກ່າວມີສະມາຊິກ ທັງໝົດ 245 ສະຫາຍ, ມີເງິນທ້ອນ ທັງໝົດ 612.480.000 ກີບ, ໄດ້ຮັບດອກເບ້ຍຈາກການປ່ອຍກູ້ໃນປີຜ່ານມາ 95.069.000 ກີບ, ສ່ວນເງິນກອງທຶນໄດ້ປ່ອຍໃຫ້ສະມາຊິກກູ້ຢືມເພື່ອນຳໄປໝູນໃຊ້ເຂົ້າໃນການແກ້ໄຂຊິວິດການເປັນຢູ່, ສ້າງເສດຖະກິດຄອບຄົວ, ເປັນທຶນການສຶກສາ, ກູ້ຢືມໄປປິ່ນປົວເວລາເຈັບເປັນ ດ້ວຍອັດຕາດອກເບ້ຍຕ່ຳ, ເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ແບ່ງປັນຜົນກຳໄລໃຫ້ສະມາຊິກກອງທຶນ.
+ ກອງບັນຊາການທະຫານແຂວງຫຼວງພະບາງ: ໄດ້ປະກາດການເລື່ອນຊັ້ນໃຫ້ນາຍສິບ ທົ່ວກອງບັນຊາການທະຫານແຂວງ ຈາກຊັ້ນ ສິບເອກ ຂຶ້ນວາທີ ຈຳ
ນວນ 40 ສະຫາຍ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໂພທິວັນ ຫົວໜ້າຫ້ອງເສນາທິການ ທະຫານແຂວງຫຼວງພະບາງ.
+ ກອງພົນທີ 1: ໄດ້ປະກາດຍຸບໜ່ວຍພັກ V ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງເສນາທິການ ແລະ ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ກອງພັນ 616. ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນຕີ ສຸວັນທອນ ໂພທິລາດ ເປັນເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກ ພົມມາ ທຳມະວົງ ເປັນຮອງເລຂາ ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ລຳພອນ ລັດສະດາວົງ ເປັນກຳມະການໜ່ວຍພັກ. ທັງນີ້, ກໍເພື່ອເປັນ
ການປັບປຸງບູລະນະການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດ ເວົ້າສະເພາະຢູ່ ກອງພົນທີ 1 ໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກອງທັບໃນສະເພາະໜ້າ ແລະ ຍາວນານ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ