

![]()
ກອງປະຊຸມຄະນະປະສານງານຮ່ວມມື ສອງກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງທີ 8
ເວລາອອກຂ່າວ: 2023-02-09 09:06:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:
ໃນວັນທີ 8 ກຸມພາ 2023 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນເທດ ໄດ້ຈັດກອງປະຊຸມຄະນະປະສານງານຮ່ວມມືສອງກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງທີ 8 ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຈາງ ປາວສຸນ ຮອງຫົວໜ້າຫ້ອງການຮ່ວມມືການທະຫານສາກົນ, ຄະນະກຳມະການທະຫານສູນກາງກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວຂ້ອງທັງສອງກອງທັບເຂົ້າຮ່ວມ.
ໃນກອງປະຊຸມ, ສອງຝ່າຍ ໄດ້ພົບປະແລກປ່ຽນ ຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານການພົວພັນອັນດີ ລະຫວ່າງ ສອງຊາດ, ສອງພັກກໍຄືສອງກອງທັບ ລາວ-ຈີນ. ໃນໄລຍະຜ່ານມາ ການປະຕິບັດແຜນງານຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໄດ້ປະສົບຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການຮ່ວມມືໃນການເຝິກຊ້ອມກອບກູ້ໄພພິບັດທາງທຳມະຊາດເພື່ອມະນຸດ ສອງກອງທັບ ລາວ-ຈີນ “ຂະບວນລົດໄຟສັນຕິພາບ 2022“. ນອກນີ້, ໄດ້ຮັບການຊ່ວຍທາງດ້ານຊ່ຽວຊານຂອງຈີນ ໃນການຍົກສູງທາງດ້ານວິຊາການໃນກອງທັບປະຊາຊົນລາວ ເປັນຕົ້ນແມ່ນຊ່ຽວຊານດ້ານການແພດ ປະຈຳຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ບັນດາວິທະຍາຄານຂອງກອງທັບປະຊາຊົນລາວ, ກົນໄກການຈັດຕັ້ງປະຕິບັດອະນຸສັນຍາໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບນຳກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນດີ ບົນຈິດໃຈຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ພ້ອມດຽວກັນນີ້ ທັງສອງຝ່າຍຍັງໄດ້ເຫັນດີເປັນເອກະພາບເນື້ອໃນ, ແຜນການພົວພັນຮ່ວມມືກັນ ຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ປະຈຳປີ 2023.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ