

![]()
ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ IV
ເວລາອອກຂ່າວ: 2023-02-09 09:04:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:
ທ້າຍເດືອນມັງກອນຜ່ານມານີ້, ກອງບັນຊາການທະຫານເມືອງລອງ ແຂວງຫຼວງນ້ຳທາ ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ IV ປີ 2022, ໂດຍການເປັນປະທານຂອງ ສະຫາຍພັນເອກ ບຸນມີ ໄຊປະເສີດ ຫົວໜ້າຫ້ອງເສນາທິການ ທະຫານແຂວງຫຼວງນ້ຳທາ, ມີ ສະຫາຍ ບຸນຈັນ ສຸດທິປັນຍາ ກຳມະການຄະນະພັກແຂວງ ເຈົ້າເມືອງ ເມືອງລອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີພະແນກການທີ່ກ່ຽວຂ້ອງຈາກ 5 ຫ້ອງ
ກອງບັນຊາການທະຫານແຂວງ, 5 ກອງບັນຊາການທະຫານເມືອງ, 2 ກອງພັນ ແລະ ກອງບັນຊາການ ປກສ ເມືອງລອງ ເຂົ້າຮ່ວມ.
ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບຮອບດ້ານທີ່ພົ້ນເດັ່ນ ຕະຫຼອດໄລຍະ 3 ເດືອນທ້າຍປີ 2022 ຜ່ານມາ, ສັງລວມແລ້ວເຫັນວ່າຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງຕາມຂອບເຂດກົມກອງຮັບຜິດຊອບ, ຊີ້ນຳພະນັກງານ-ນັກຮົບຈັດຕັ້ງປະຕິບັດຂົງເຂດວຽກງານຕາມພາລະບົດບາດຂອງຕົນ ກໍຄື ຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ, ຂອງແຂວງ ແລະ ຂອງກອງບັນຊາການທະຫານແຂວງ, ອັນພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນ
ແມ່ນ ບັນຫາຢາເສບຕິດ, ສາສະໜາ, ການລ່າສັດ ແລະ ຄົນເຂົ້າອອກເມືອງຜິດກົດໝາຍ. ພ້ອມດຽວກັນນີ້, ຂົງເຂດວຽກງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ປະສົບຜົນສຳເລັດເປັນຢ່າງດີ.
ຈາກນັ້ນ, ສະຫາຍ ພັນເອກບຸນມີ ໄຊປະເສີດ ແລະ ສະຫາຍ ບຸນຈັນ ສຸດທິປັນຍາ ໄດ້ຜັດປ່ຽນກັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຕ່ລະກົມ
ກອງ ພ້ອມກັນສ້າງມາໄດ້ໃນໄລຍະຜ່ານມາ ເຊິ່ງໄດ້ເຮັດໃຫ້ທ້ອງຖິ່ນຂອງຕົນມີຄວາມສະຫງົບໂດຍພື້ນຖານ, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະກົມກອງເພີ່ມທະວີ
ຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຕໍ່ເນື່ອງ, ຖືເອົາການປະຕິບັດໜ້າທີ່ວິຊາສະເພາະເປັນສຳຄັນ ຕິດ
ພັນກັບການຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງພະນັກງານ-ນັັກຮົບ, ເປັນເຈົ້າການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ຕ້ານ ແລະ ສະກັດ
ກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນທ້ອງຖິ່ນ ກໍຄື ກົມກອງ, ກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ, ສືບຕໍ່ພົວພັນຮ່ວມມືແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ
ແລະ ກັນ ເພື່ອແກ້ໄຂບັນຫາໃຫ້ທັນກັບເວລາ ແລະ ສະພາບການ ແລະ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%.
ໂດຍ: ແສງທອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ