

![]()
ກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-02-09 09:03:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຄະນະກົມໃຫຍ່, ຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງ, ຮອງຫ້ອງ, ວິທະຍາຄານເຕັກນິກການທະຫານ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ ຕະຫຼອດຮອດພະນັກງານຫຼັກແຫຼ່ງກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພັນເອກ ຄຳສິງ ລືເດດສົມບັດ ກຳມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານທົ່ວກົມໃຫຍ່ເຕັກ
ນິກກອງທັບ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເຊິ່ງໃນບົດສະຖາບໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ, ຄະນະນຳກົມໃຫຍ່ ໄດ້ເອົາໃຈໃສ່ຊີ້ນຳ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຈັດຕັ້ງຄົ້ນຄວ້າ, ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, 2 ວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ພະນັກງານ-ນັກຮົບ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຂອງກອງທັບ, ກົມກອງຢ່າງທົ່ວເຖິງ, ໄດ້ເປີດອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກົມກອງທົ່ວກົມໃຫຍ່ເຕັກນິກກອງທັບ, ຈັດຕັ້ງເຜີຍແຜ່ເອກະສານການສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳ ໄດ້ 23 ກົມກອງ, ຈັດຕັ້ງກອງປະຊຸມເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການດ້ານຕ່າງໆຂອງກົມກອງ ໃນໂອກາດວັນສຳຄັນຕ່າງໆເຊັ່ນ: ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ຄະນະພັກກົມໃຫຍ່ເຕັກນິກກອງທັບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ສິດຕິດແທດ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງພັກ-ສະມາຊິກພັກ ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການ
ນຳພາ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ ໃນການປັບປຸງກໍ່ສ້າງພັກ, ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ, ຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງທົ່ວອົງການກົມໃຫຍ່ເຕັກນິກກອງທັບ ໄລຍະປີ 2021-2025 ສຳເລັດ. ໃນນີ້, ຮັບປະກັນການປະກອບພາຫະນະ, ອາວຸດຍຸດໂທປະກອນເຕັກ
ນິກ ຕາມຊະນິດ, ຈຳນວນ, ຄົບຊຸດ ໃຫ້ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ການອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ຕາມຄຳສັ່ງຂອງຂັ້ນເທິງ. ໃນປີຜ່ານມາ ໄດ້ຮັບລົດໃໝ່ ທັງໝົດ 437 ຄັນ, ເບີກ-ຈ່າຍລົດປະເພດຕ່າງໆທັງໝົດ 223 ຄັນ, ຈ່າຍອາໄຫຼ່ລົດໂອໂຕ ແລະ ລົດສູ້ຮົບຈຳນວນ 1.438 ລາຍການ, ຕິດຕາມການສ້ອມແປງລົດສົກປີ
2021-2022 ຢູ່ບັນດາໂຮງງານແຕ່ລະພາກທັງໝົດ 49 ຄັນ, ບົວລະບັດ 28 ຄັນສຳເລັດ; ສ້ອມແປງປືນໃຫຍ່ໜ້າດິນ ຈຳນວນ 20 ກະບອກ ສຳເລັດ 7 ກະບອກ; ສ້ອມແປງປືນໃຫຍ່ປ້ອງກັນອາກາດ ຈຳນວນ 11 ກະບອກ ສຳເລັດ 6 ກະບອກ; ສ້ອມແປງລົດຕິດຕັ້ງປືນ 122 ຈຳນວນ 1 ຄັນ ສຳເລັດ; ສ້ອມແປງປືນທະຫານຮາບ ຈຳນວນ 43 ກະບອກ ສຳເລັດ 24 ກະບອກ; ບົວລະບັດລູກປືນຊະນິດຕ່າງໆ, ວິໄຈຕົວຢ່າງໝື້ລູກປືນທີ່ເອົາມາຈາກສາງ ອ.3 ແລະ ອ.4 ຈຳນວນທັງໝົດ 90 ຕົວຢ່າງ, ຜົນການວິໄຈມີ 89 ຕົວຢ່າງຖືກຕ້ອງຕາມຫຼັກ
ການວິຊາສະເພາະ ແລະ 1 ຕົວຢ່າງແມ່ນເຊື່ອມຄຸນນະພາບ, ຊີ້ນຳບັນດາກົມກອງເອົາໃຈໃສ່ປູກຝັງ-ລ້ຽງສັດ ເພື່ອຮັບປະກັນຊີວິດການເປັນຢູ່ ຂອງກົມກອງຕາມຂໍ້ກຳນົດຂັ້ນເທິງວາງອອກ. ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງສຳເລັດ.
ໂດຍ: ຄຳສອນ ພົມໄຊຍາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ